KPL
ຢູ່ບໍ່ຫີນແຫ່ງໜຶ່ງ ທີ່ແຂວງຈາຕາເວັນຕົກ ຂອງອິນໂດເນເຊຍ ໄດ້ເກີດເຫດ ດິນພູເຈື່ອນ ເຮັດໃຫ້ມີ ຜູ້ເສຍຊີວິດ 19 ຄົນ.
ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ຢູ່ບໍ່ຫີນແຫ່ງໜຶ່ງ ທີ່ແຂວງຈາຕາເວັນຕົກ ຂອງອິນໂດເນເຊຍ ໄດ້ເກີດເຫດ ດິນພູເຈື່ອນ ເຮັດໃຫ້ມີ ຜູ້ເສຍຊີວິດ 19 ຄົນ. ທ່ານ ຮາດີ ຣັກມັດ ຮັດຈາຊັສມິຕາ ໂຄສົກອົງການຄຸ້ມຄອງ ແລະ ຫລຸດຜ່ອນໄພພິບັດ ຂອງແຂວງຈາວາຕາເວັນຕົກ ກ່າວວ່າ: ປັດຈຸບັນ ຍັງສືບຕໍ່ຄົນຫາ ຜູ້ສູນຫາຍອີກ 6 ຄົນ ແລະ ປະກາດ ເຂດດັ່ງກ່າວ ໃຫ້ເປັນເຂດ ໄພພິບັດ ໄປຈົນຮອດ ວັນທີ 6 ມິຖຸນານີ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL