KPL
ຂປລ. ປະຕິບັດຕາມພາລະບົດບາດ, ສິດ-ໜ້າທີ່ ເເລະ ການເຄື່ອນໄຫວວຽກງານ ຂອງກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງອົບຮົມການເມືອງ ປະຈໍາ ປີ 2025 ແລະ ການເກັບກໍາ-ທາບທາມສະພາບ ໃນການຈັດຕັ້ງປະຕິບັດວຽກງານ ການເມືອງ-ແນວຄິດ, ວຽກງານໂຄສະນາ-ຂະບວນການ ແລະ ສື່ມວນຊົນຢູ່ບັນດາກົມກອງ ກຳລັງຫລວງ-ກຳລັງທ້ອງຖິ່ນ

ຂປລ. ປະຕິບັດຕາມພາລະບົດບາດ, ສິດ-ໜ້າທີ່ ເເລະ ການເຄື່ອນໄຫວວຽກງານ ຂອງກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງອົບຮົມການເມືອງ ປະຈໍາ ປີ 2025 ແລະ ການເກັບກໍາ-ທາບທາມສະພາບ ໃນການຈັດຕັ້ງປະຕິບັດວຽກງານ ການເມືອງ-ແນວຄິດ, ວຽກງານໂຄສະນາ-ຂະບວນການ ແລະ ສື່ມວນຊົນຢູ່ບັນດາກົມກອງ ກຳລັງຫລວງ-ກຳລັງທ້ອງຖິ່ນ ເພື່ອຮັບປະກັນໃຫ້ແກ່ວຽກງານ ໂຄສະນາເຜີຍແຜ່ມູນເຊື້ອຂອງກອງທັບ, ຜົນງານການເຄື່ອນໄຫວຂອງກົມກອງ ຜ່ານສື່ມວນຊົນ ໃຫ້ສັງຄົມໄດ້ຮັບຮູ້ກວ້າງຂວາງ, ທົ່ວເຖິງ, ຖືກທິດ ໃຫ້ມີເນື້ອໃນເລິກເຊິ່ງ ແລະ ມີປະສິດທິພາບສູງ. ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ຈັດຝຶກອົບຮົມທິດສະດີການ ເມືອງ ໄລຍະສັ້ນ ໃຫ້ພະນັກງານ-ນັກຮົບ ຢູ່ບັນດາກອງສື່ມວນຊົນກອງທັບ ເພື່ອຍົກລະດັບຄວາມຮູ້ດ້ານທິດສະດີການເມືອງ.
ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກກົມໃຫຍ່ການເມືອງກອງທັບ, ຫົວໜ້າກົມໂຄສະນາອົບຮົມ ໄດ້ໃຫ້ສຳພາດວ່າ: ການຈັດຝຶກອົບຮົມທິດສະດີການເມືອງ ໄລຍະສັ້ນ ໃຫ້ພະນັກງານ-ນັກຮົບ ຢູ່ບັນດາກອງສື່ມວນຊົນກອງທັບ ປະຈໍາປີ 2025 ເປັນຄັ້ງທຳອິດ ຈຸດປະສົງ ເພື່ອຍົກສູງຄວາມຮັບຮູ້ ດ້ານທິດສະດີການເມືອງ, ຫລັກການ, ແບບແຜນວິທີເຮັດວຽກ ໃຫ້ພະນັກ ງານ-ນັກຮົບ, ນັກຂ່າວໃໝ່ ຢູ່ບັນດາກອງສື່ມວນຊົນກອງທັບ ໃຫ້ມີປະສິດທິພາບສູງຂຶ້ນ, ສຶກສາອົບຮົມ ໃຫ້ພະນັກງານ-ນັກຮົບ ສື່ມວນຊົນໃນກອງທັບ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຄຸນທາດການເມືອງ ໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການຂອງພັກ, ຕໍ່ການປະຕິວັດ ແລະ ປະເທດຊາດ. ພາຍຫລັງໄດ້ຮຽນຮູ້ ທາງດ້ານທິດສະດີ, ຫລັກການ ແລ້ວນໍາໄປຈັດຕັ້ງປະຕິບັດ ເຂົ້າສູ່ຊີວິດຕົວຈິງຂອງກົມກອງ ຢ່າງຖືກຕ້ອງ ກຳໃຫ້ໄດ້ແນວທາງຂອງພັກ, ລະບົບການຊີ້ນໍາ-ບັນຊາ ໃນກອງທັບ, ພາລະບົດບາດ, ສິດ, ໜ້າທີ່ ແລະ ຈັນຍາບັນຂອງນັກຂ່າວ, ຖືເອົາໂອກາດນີ້ ເປັນການກະຕຸກຊຸກຍູ້ຂະບວນການດ້ານຕ່າງໆ ປະ ກອບສ່ວນເຂົ້າໃນການກະກຽມ ສະເຫລີມສະຫລອງ ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ສາກົນ ໂດຍສະເພາະ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃນທົ່ວກອງ ທັບ, 3 ວັນປະຫວັດສາດ (ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ) ໃຫ້ມີເນື້ອໃນເລິກເຊິ່ງ ແລະ ເປັນຂະບວນການຟົດຟື້ນຢ່າງຕໍ່ເນື່ອງ.
ສະຫາຍ ພັນເອກ ເເກ້ວສຸວັນ ຜາງພິລາວົງ ໄດ້ໃຫ້ຮູ້ວ່າ: ແຜນການໃນຕໍ່ໜ້າ ຈະສືບຕໍ່ຊີ້ນໍາ ແລະ ເປີດຊຸດຝຶກອົບຮົມ ເພື່ອຍົກລະດັບທິດສະດີການເມືອງ, ຫລັກການ-ແບບແຜນວິທີເຮັດວຽກ ໃຫ້ພະນັກງານນັກຮົບທີ່ເຮັດວຽກງານສື່ມວນຊົນ ແລະ ນັກຂ່າວໃໝ່ ຢູ່ບັນດາກອງສື່ມວນຊົນກອງທັບ, ຕະຫລອດຮອດບັນດາກົມກອງ ກຳລັງຫລວງ-ກຳລັງທ້ອງຖິ່ນ ໃຫ້ມີປະສິດທິພາບສູງຂຶ້ນອີກບາດກ້າວໜຶ່ງ ໃຫ້ສົມວ່າ ເປັນກະບອກສຽງອັນແຫລມຄົມ ຂອງພັກ-ລັດ ໂດຍສະເພາະແມ່ນ ຂອງກະຊວງປ້ອງກັນປະເທດ.
ຂ່າວ: ສຸກສາຄອນ
KPL