ສະຫລອງຜົນສໍາເລັດໂຄງການລຶບລ້າງ ການຕາບອດ ຈາກພະຍາດແກ່ນຕາຂຸ້ນ

13/05/2025 16:53
Email Print 302
KPL ຂປລ. ພິທີສະເຫລີມສະຫລອງຜົນສໍາເລັດ “ໂຄງການລຶບລ້າງການຕາບອດ ຈາກພະຍາດແກ່ນຕາຂຸ້ນ” (2019-2025) ລະຫວ່າງ ມູນນິທິຊ່ວຍເຫລືອ​ເຊິ່ງກັນ ແລະ ກັນ (GX FOUNDATION) ຮົງກົງ ສປ ຈີນ ແລະ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ



ຂປລ. ພິທີສະເຫລີມສະຫລອງຜົນສໍາເລັດ
ໂຄງການລຶບລ້າງການຕາບອດ ຈາກພະຍາດແກ່ນຕາຂຸ້ນ” (2019-2025) ລະຫວ່າງ ມູນນິທິຊ່ວຍເຫລືອ​ເຊິ່ງກັນ ແລະ ກັນ (GX FOUNDATION) ຮົງກົງ ສປ ຈີນ ແລະ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນ​ເມື່ອ​ບໍ່​ດົນມານີ້, ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ເລືອງ ເຈີນຢິງ ຮອງປະທານສະພາທີ່ປຶກສາ ການເມືອງແຫ່ງຊາດຈີນ, ປະທານມູນນິທິຊ່ວຍເຫລືອ​ເຊິ່ງກັນ ແລະ ກັນ, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ຕີລາຄາສູງຕໍ່ການຊ່ວຍເຫລືອ ອັນລໍ້າຄ່າຂອງມູນນິທິຊ່ວຍເຫລືອ​ເຊິ່ງກັນ ແລະ ກັນ ໃນໄລຍະຜ່ານມາ ໃນການຊ່ວຍເຫລືອການຜ່າຕັດແກ່ນຕາຂຸ້ນ ໃຫ້ປະຊາຊົນລາວ ເປັນຈຳນວນທັງໝົດ 5.768 ກໍລະນີ, ໂຄງການດັ່ງກ່າວ ໄດ້ເລີ່ມຕົ້ນແຕ່ປີ 2019-2025 ໂດຍການເຊັນບົດບັນທຶກ ລະຫວ່າງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ມູນນິທິຊ່ວຍເຫລືອ​ເຊິ່ງກັນ ແລະ ກັນ. ໂຄງການດັ່ງກ່າວ, ເປັນການຊ່ວຍ ເຫລືອອັນລໍ້າຄ່າ ແລະ ຖືໄດ້ວ່າເປັນການໃຫ້ໂອກາດ ແລະ ອະນາຄົດອັນສົດໃສໃໝ່ໃນການເບິ່ງເຫັນ ຂອງຜູ້ທີ່ມີບັນຫາດ້ານສາຍຕາ.



ການຊ່ວຍເຫລືອໃນຄັ້ງນີ້
, ເປັນການສະແດງເຖິງນໍ້າໃຈ ເອື້ອເຟື້ອເຜື່ອແຜ່ຂອງລັດຖະບານ ແລະ ປະຊາຊົນຈີນ ກໍຄື ອຳນາດການປົກຄອງເຂດປົກຄອງພິເສດຮົງກົງ ໂດຍສະເພາະແມ່ນມູນນິທິຊ່ວຍ ເຫລືອ​ເຊິ່ງກັນ ແລະ ກັນ, ທັງເປັນການສະແດງເຖິງການ ເປັນເພື່ອນມິດສະຫາຍອ້າຍນ້ອງທີ່ເປັນມູນ ເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ-ຈີນ-ລາວ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກ ຖດຍສະເພາະ ການເສີມຂະຫຍາຍ ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ເຂດປົກຄອງພິເສດຮົງກົງ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນທຸກໆດ້ານ.

ຂໍ້ມູນ-ພາບ: ກະຊວງສາທາລະນະສຸກ

KPL

ຂ່າວອື່ນໆ


Top