KPL
ຂປລ. ສະຖາບັນພັດທະນາກຳມະບານລາວ ເປີດຝຶກອົບຮົມທິດສະດີວຽກງານກຳມະບານໄລ ຍະສັ້ນ 5 ວັນ ໃຫ້ແກ່ຄະນະນຳກຳມະບານລັດວິສາຫະກິດ ແລະ ຫົວໜ່ວຍແຮງງານໃນນະຄອນ ຫລວງວຽງຈັນ

ຂປລ. ສະຖາບັນພັດທະນາກຳມະບານລາວ ເປີດຝຶກອົບຮົມທິດສະດີວຽກງານກຳມະບານໄລ ຍະສັ້ນ 5 ວັນ ໃຫ້ແກ່ຄະນະນຳກຳມະບານລັດວິສາຫະກິດ ແລະ ຫົວໜ່ວຍແຮງງານໃນນະຄອນ ຫລວງວຽງຈັນ ໃນວັນທີ 12-16 ພຶດສະພາ 2025 ໂດຍມີ ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ທ່ານ ທອງພິມ ວົງລະພາ ຫົວໜ້າສະຖາບັນພັດທະນາກຳມະບານລາວ, ມີຄະນະກົມ, ຄະນະກຳມະບານຈາກ 25 ພາກສ່ວນ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ການຈັດຝຶກອົບຮົມວຽກງານກຳມະບານໄລຍະສັ້ນ ຄັ້ງນີ້, ກໍເພື່ອເປັນການກໍ່ສ້າງ, ບຳລຸງພະນັກ ງານກຳມະບານອາຊີບເຄິ່ງອາຊີບ ໃຫ້ແກ່ຄະນະນຳກຳມະບານ ຂອງລັດວິສາຫະກິດ ແລະ ຫົວໜ່ວຍແຮງງານ ພາຍໃນນະຄອນຫລວງວຽງຈັນ ໂດຍຜູ້ເຂົ້າຮ່ວມຈະໄດ້ຮັບຮູ້ບັນດາບົດຮຽນສຳຄັນ ເປັນຕົ້ນ ທັດສະນະຂອງພັກ-ລັດ ຕໍ່ອົງການຈັດຕັ້ງກຳມະບານ, ຄວາມຮູ້ພື້ນຖານກ່ຽວກັບວຽກງານກຳມະບານ, ວຽກງານຂະບວນການ, ການຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານ, ວຽກງານປົກປ້ອງແຮງງານ ແລະ ວຽກງານກວດກາກຳມະບານ. ນອກນັ້ນ, ຜູ້ເຂົ້າຮ່ວມຍັງຈະໄດ້ພ້ອມກັນແລກປ່ຽນບົດ ຮຽນຈາກທິດສະດີ ແລະ ພຶດຕິກຳຕົວຈິງ ເພື່ອເຫັນໄດ້ບົດຮຽນຕົວຈິງ, ສິ່ງທ້າທາຍຕໍ່ກັບການເຄື່ອນ ໄຫວວຽກງານກຳມະບານ ໃນໄລຍະຜ່ານມາ ເພື່ອພ້ອມກັນຍົກສູງພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະຫະພັນກຳມະບານ ເຮັດໃຫ້ການເຄື່ອນໄຫວວຽກງານກຳມະບານ ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນໄປເລື້ອຍໆ.

ໂອກາດນີ້, ທ່ານ ວິໄລ ວົງຂະເສີມ ໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ຮຽກຮ້ອງໃຫ້ສຳມະນາກອນທີ່ເຂົ້າຮ່ວມຝຶກອົບຮົມ ຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ ໃນການຮ່ຳຮຽນເອົາຄວາມຮູ້ຈາກວິທະຍາກອນ, ພ້ອມທັງແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ໃນດ້ານທິດສະດີ ກໍຄື ພຶດຕິກຳຕົວຈິງໃນການເຄື່ອນໄຫວວຽກງານແຕ່ລະຂົງເຂດ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານກຳມະບານ ມີຄວາມສະດວກ, ໜັກແໜ້ນ ແລະ ເປັນຕົວແທນແຫ່ງການປົກປ້ອງສິດ ຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ໃຫ້ນັບມື້ດີຂຶ້ນໄປເລື້ອຍໆ.
ຂໍ້ມູນ-ພາບ: ສື່ກໍາມະບານລາວ
KPL