KPL
ຂປລ. ຄະນະກອງທຶນ ຊ່ວຍເຫລືອສັງຄົມຂອງສະພາແຫ່ງຊາດ (ສພຊ) ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ກອງບັນຊາການທະຫານ ແຂວງບໍ່ແກ້ວ ລວມມູນຄ່າທັງໝົດ 135 ລ້ານກີບ ໃນວັນທີ 12 ພຶດສະພາ 2025

ຂປລ. ຄະນະກອງທຶນ ຊ່ວຍເຫລືອສັງຄົມຂອງສະພາແຫ່ງຊາດ (ສພຊ) ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ກອງບັນຊາການທະຫານ ແຂວງບໍ່ແກ້ວ ລວມມູນຄ່າທັງໝົດ 135 ລ້ານກີບ ໃນວັນທີ 12 ພຶດສະພາ 2025, ຕາງໜ້າກ່າວມອບໂດຍ ທ່ານ ນາງ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫລືອສັງຄົມ ຂອງສະພາແຫ່ງຊາດ ແລະ ຕາງໜ້າກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີ ທ່ານອາຄົມ ປຣະເສີດ ຮອງເລຂາທິ ການສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການມອບເຄື່ອງອຸປະໂພກ-ບໍລິໂພກໃນຄັ້ງນີ້, ເປັນການຊຸກຍູ້ ປະກອບສ່ວນກໍາລັງແຮງສັງລວມ ເຂົ້າໃຫ້ພະນັກງານ-ນັກຮົບ ທີ່ກໍາລັງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ເຂດທຸລະກັນດ້ານຫາງໄກສອກຫລີກ ດ້ວຍຄວາມຫ້າວຫານ ເຊິ່ງບັນດາສະຫາຍໄດ້ສຸມເຫື່ອແຮງສະຕິປັນ ຍາ ກໍາລັງແຮງກາຍ-ແຮງໃຈ ເຮັດໜ້າທີ່ປັກປັກຮັກສາ ອະທິປະໄຕ ເຂດນໍ້າແດນດິນດ້ວຍຄວາມອົງ ອາດກ້າຫານ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ ໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານ ນາງ ວິພາວັນ ພົມວິຫານ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ສິ່ງຂອງຈໍາເປັນມາປະກອບສ່ວນຊຸກຍູ້, ພ້ອມທັງອວຍພອນໃຫ້ບັນດາທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ມີຄວາມຈະເລີນຮຸ່ງເຮືອງກ້າວໜ້າ ແລະ ປະສົບຜົນສົບຜົນສໍາເລັດຍິ່ງໆຂຶ້ນ.
ຂ່າວ: ພຸດທະວອນ
KPL