ເປີດໂຄງການຕົວແບບ ສ້າງຄວາມເຂັ້ມແຂງດ້ານ ການຢັ້ງຢືນມາດຕະຖານອາຫານ ຮາລາ ໃນລາວ

13/05/2025 16:40
Email Print 109
KPL ຂປລ. ສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ), ກະຊວງອຸດສາຫະກໍາ ແລະ ການຄ້າ ​ເປີດໂຄງການຕົວແບບການສ້າງຄວາມເຂັ້ມແຂງ ດ້ານຜະລິດຕະພາບ ໃນການຢັ້ງຢືນມາດຕະຖານອາຫານ ຮາລາ (Halal Food) ໃນ ສປປ ລາວ



ຂປລ. ສຳນັກງານສົ່ງເສີມຈຸນລະວິສາຫະກິດ
, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ), ກະຊວງອຸດສາຫະກໍາ ແລະ ການຄ້າ ​ເປີດໂຄງການຕົວແບບການສ້າງຄວາມເຂັ້ມແຂງ ດ້ານຜະລິດຕະພາບ ໃນການຢັ້ງຢືນມາດຕະຖານອາຫານ ຮາລາ (Halal Food) ໃນ ສປປ ລາວ ​​ເຊິ່ງ​ເປັນ​ອາຫານ​ທີ່​ໄດ້​ຮັບ​ການ​ອະນຸມັດ ຕາມ​ບັນຊີ​ສາສະໜາ​ອິດສະ​ລາມ ເພື່ອ​ໃຫ້ກຸ່ມປະເທດມຸດສະລິມ​ ໄດ້​ບໍລິ​ໂພ​ກ ຈັດ ​ຂຶ້ນໃນ​ວັນ​ທີ 12 ພຶດສະພາ 2025 ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສີິດ ລັດ ຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີຜູ້ຕາງໜ້າຈາກພາກລັດ, ພາກທຸລະກິດ, ອົງການຈັດ ຕັ້ງສາກົນ, ອົງການຜະລິດຕະພາບແຫ່ງອາຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການຕົວແບບການສ້າງຄວາມເຂັ້ມແຂງ ດ້ານຜະລິດຕະພາບ ໃນການຢັ້ງຢືນມາດຕະຖານອາຫານ ຮາລາ ໃນ ສປປ ລາວ ແມ່ນໂຄງການທີ່ໄດ້ຮັບການຊ່ວຍເຫລືອ ຈາກອົງການຜະລິດຕະພາບແຫ່ງອາຊີ ເຊິ່ງມີມູນຄ່າໂຄງການ 130.000 ໂດລາສະຫະລັດ, ໄລຍະເວລາຈັດຕັ້ງປະຕິບັດ 1 ປີ ໂດຍໄດ້ຄັດເລືອກບໍລິສັດ, ໂຮງງານທີ່ມີເງື່່ອນໄຂເໝາະສົມເຂົ້້າຮ່ວມໂຄງການ ເຊິ່ງໄດ້ເລືອກເຟັ້ນເອົາຫົວໜ່ວຍຜະ ລິດຕະພັນທີ່ມີທ່າແຮງໃນການສົ່ງອອກ ແລະ ມີແຜນຕ້ອງການຂະຫຍາຍຕະຫລາດ ໄປຍັງກຸ່ມປະເທດມຸດສະລິມ.



ໂຄງການດັ່ງກ່າວ
, ແນໃສ່ຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດຂອງລາວ ໃຫ້ສາມາດເຂົ້າເຖິງຕະ ຫລາດຕ່າງປະເທດໄດ້ຫລາຍຂຶ້ນ ໂດຍສະເພາະ ກຸ່ມປະເທດມຸດສະລິມ ເຊິ່ງເປັນຕະຫລາດທີ່ໃຫຍ່ ແລະ ບໍລິໂພກສິນຄ້າ ທີ່ໄດ້ຮັບຮອງມາດຕະຖານອາຫານຮາລາ  ເຊິ່ງຜະລິດຕະພັນເກືອ ແລະ ກາເຟ ຢູ່ ສປປ ລາວ ແມ່ນເປັນສິນຄ້າທີ່ມີທ່າແຮງ ຖ້າໄດ້ຮັບການຍົກລະດັບ ການປັບປຸງດ້ານຜະລິດຕະພາບ ແລະ ຄຸນນະພາບ ໃຫ້ໄດ້ຮັບການຢັ້ງຢືນ ດ້ານມາດຕະຖານຮາລາ  ແມ່ນຈະເຮັດໃຫ້ຜະລິດຕະພັນເຫລົ່ານີ້ ສາມາດສົ່ງອອກໄດ້ຢ່າງຫລວງຫລາຍ.

ໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ໄດ້ຍົກໃຫ້ເຫັນເຖິງບົດບາດ ຄວາມສຳຄັນຂອງວຽກງານຜະລິດຕະພາບ ໃນການປະກອບສ່ວນແກ່ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເຊິ່ງການພັດທະນາດ້ານຜະລິດຕະພາບ ແມ່ນຈະເຮັດໃຫ້ການຜະລິດມີຄວາມເຂັ້ມແຂງ, ເພີ່ມຄວາມສາມາດໃນການແຂ່ງຂັນ, ເຮັດໃຫ້ທຸລະກິດເຕີບໃຫຍ່ເຂັ້ມແຂງ ແລະ ຍືນຍົງ, ເຮັດໃຫ້ມີການສ້າງວຽກເຮັດງານທຳ, ສ້າງດ້ານນະວະຕະກຳ ແລະ ການພັດທະນາໃນດ້ານຕ່າງໆ. ໃນໄລຍະຜ່ານມາ ລັດຖະບານ ໄດ້ໃຫ້ຄວາມສຳຄັນເປັນພິເສດ ຕໍ່ວຽກງານຜະລິດຕະພາບ ໂດຍອອກນິຕິກຳ ແລະ ນະໂຍບາຍຕ່າງໆ ເປັນຕົ້ນ ກົດໝາຍວ່າດ້ວຍການສົ່ງເສີມ ທຸລະ​ກິດ​ຂະ​ໜາມ​ນ້ອຍ ​ແລະ ກາງ(MSME) ແລະ ໄດ້ສ້າງແຜນແມ່ບົດຜະລິດຕະພາບເຖິງ ປີ 2030.



ໃນການຈັດຕັ້ງປະຕິບັດຕົວຈິງ ລັດຖະບານ ກໍໄດ້ພະຍາຍາມຊ່ວຍ
MSME ທີ່ມີທ່າແຮງ ໃຫ້ໄດ້ຮັບການຮັບຮອງ ດ້ານຄະນະພາບລະດັບມາດຕະຖານສາກົນຕ່າງໆ ເປັນຕົ້ນ ISO, HACCP, Halal ແລະ ອື່ນໆ ເພື່ອຊ່ວຍໃນການປັບປຸງ ຄຸນນະພາບ, ຄວາມປອດໄພ ແລະ ເພີ່ມການແຂ່ງຂັນຂອງ ຜະລິດຕະພັນລາວ, ຜະລິດຕະພັນທີ່ໄດ້ຮັບຮອງ ມາດຕະຖານລະດັບສາກົນ ແມ່ນມີຄວາມສຳຄັນຢ່າງຍິ່ງ ໃນການສົ່ງເສີມການສົ່ງອອກ ແລະ ການສ້າງມູນຄ່າເພີ່ມຂອງຜະລິດຕະພັນ.

ຂໍ້ມູນ-ພາບ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

KPL

ຂ່າວອື່ນໆ


Top