ອະນຸມັດສັນຍາບໍ່ແຮ່ ລະຫວ່າງ ອູແກຣນ ກັບ ສ.ອາເມລິກາ

13/05/2025 12:14
Email Print 209
KPL ທ່ານ ​ເຊ​ເລນ​ຊະ​ກີ, ປະ​ທາ​ນາ​ທິ​ບໍ​ດີ ​ອູ​ແກ​ຣນ ​ໄດ້​ລົງ​ນາມ​ໃນ​ກົດ​ໝາຍ​ ກ່ຽວ​ກັບ ​ການ​ອະ​ນຸ​ມັດ “ສັນ​ຍາ ​ວ່າ​ດ້ວຍ​ການ​ສ້າງ​ຕັ້ງ ​ກອງ​ທຶນ​ ການ​ລົງ​ທຶນ ​ເພື່ອ​ສ້າງ​ສາ​ຄືນ​ໃໝ່​ ລະ​ຫວ່າງ ​ອູ​ແກ​ຣນ​-ສ.ອາເມ​ລິ​ກາ”.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນ​ທີ 12 ພຶດ​ສະ​ພາ​ນີ້, ເວັບ​ໄຊ ປະ​ທ​າ​ນາ​ທິ​ບໍ​ດີ ​ອູ​ແກ​ຣນ ​ເປີດ​ເຜີຍ ​ໃຫ້​ຮູ້​ວ່າ: ທ່ານ ​ເຊ​ເລນ​ຊະ​ກີ, ປະ​ທາ​ນາ​ທິ​ບໍ​ດີ ​ອູ​ແກ​ຣນ ​ໄດ້​ລົງ​ນາມ​ໃນ​ກົດ​ໝາຍ​ ກ່ຽວ​ກັບ ​ການ​ອະ​ນຸ​ມັດສັນ​ຍາ ​ວ່າ​ດ້ວຍ​ການ​ສ້າງ​ຕັ້ງ ​ກອງ​ທຶນ​ ການ​ລົງ​ທຶນ ​ເພື່ອ​ສ້າງ​ສາ​ຄືນ​ໃໝ່​ ລະ​ຫວ່າງ ​ອູ​ແກ​ຣນ​-ສ.ອາເມ​ລິ​ກາ”.ໃນທ້າຍເດືອນເມສາ ຜ່ານມາ  ສ.ອາ​ເມ​ລິ​ກາ​ ແລະ ອູ​ແກ​ຣນ​ ໄດ້​ຮ່ວມ​ກັນ​ ລົງ​ນາມ​ສັນ​ຍາ ​ວ່າ​ດ້ວຍ ​ການ​ສ້າງ​ຕັ້ງ ​ກອງ​ທຶນ​ ການ​ລົງ​ທຶນ ​ເພື່ອ​ສ້າງ​ສາ ​ຄືນ​ໃໝ່ ​ລະ​ຫວ່າງ​ ສ.ອາ​ເມ​ລິກາ-ອູ​ແກ​ຣນ”, ​ນັ້ນ​ຄື ​ອັນທີ່​ວົງ​ການ​ຕ່າງໆ ​ເອີ້ນ​​ວ່າ ສັນ​ຍາ​ບໍ່​ແຮ່”. ວັນ​ທີ 8 ພຶດ​ສະ​ພາ​ນີ້, ສະ​ພາ​ລາ​ດາ​ສູງ​ສຸດ ຫລື ລັດ​ຖະ​ສະ​ພາ ​ອູ​ແກ​ຣນ ​ສະ​ໜັບ​ ສະ​ໜູນ​ ອະ​ນຸ​ມັດ ​ສັນ​ຍາ ​ດັ່ງ​ກ່າວ ​ໂດຍ​ເຫັນ​ດີ 338 ​ຄະ​ແນນ​ສຽງ.ເຖິງວ່າ ສ.ອາ​ເມ​ລິ​ກາ ແລະ ອູ​ແກ​ຣນ ​ລົງ​ນາມ ສັນ​ຍາ​ບໍ່​ແຮ່​ທີ່​ໂລກ ​ພາຍນອກ ​ເຫັນ​ວ່າ ​ເປັນ​ສັນ​ຍານ ​​ເພື່ອ​ຜ່ອນ​ຜັນ ສາຍ​ພົວ​ພັນ ​ລະ​ຫວ່າງ​ ສອງ​ປະ​ເທດ ​ດັ່ງ​ກ່າວ ​​ກໍ​ຕາມ, ແຕ່​ປະ​ສິດ​ທິ​ຜົນ ​ຕົວ​ຈິງ ​ຍັງ​ຕ້ອງ​ສັງ​ເກດ​ຢູ່./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top