KPL
ນັບມາຮອດ ທ້າຍເດືອນ ເມສາ ຜ່ານມາ, ຫົວໜ່ວຍ ທຸລະກິດ ດ້ານທັນຍາຫານ ຊະນິດຕ່າງໆ ໃນທົ່ວປະເທດ ໄດ້ເກັບຊື້ ທັນຍາຫານ ໃນລະດູ ໃບໄມ້ຫລົ່ນ ປະຈໍາປີ 2024 ເຖິງ 345 ລ້ານໂຕນ
ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ອີງຕາມ ຕົວເລກ ຂໍ້ມູນທີ່ ອົງການ ທັນຍາຫານ ແລະ ຄັງສໍາຮອງ ແຫ່ງຊາດຈີນ ເປີດເຜີຍ ໃນວັນທີ 12 ພຶດສະພານີ້ ໃຫ້ຮູ້ວ່າ: ນັບມາຮອດ ທ້າຍເດືອນ ເມສາ ຜ່ານມາ, ຫົວໜ່ວຍ ທຸລະກິດ ດ້ານທັນຍາຫານ ຊະນິດຕ່າງໆ ໃນທົ່ວປະເທດ ໄດ້ເກັບຊື້ ທັນຍາຫານ ໃນລະດູ ໃບໄມ້ຫລົ່ນ ປະຈໍາປີ 2024 ເຖິງ 345 ລ້ານໂຕນ, ຢູ່ໃນລະດັບອ່າວສູງ ໃນຊຸມປີຜ່ານມາ.ການເກັບຊື້ ທັນຍາຫານ ໃນລະດູໃບໄມ້ຫລົ່ນ ຂອງ ສປ ຈີນ ຕົ້ນຕໍມີ: ເຂົ້າກາງ, ເຂົ້າປີ, ສາລີ ແລະ ໝາກຖົ່ວເຫລືອງ, ໄລຍະທີ່ມີ ການເກັບຊືື້ຫລາຍ ແມ່ນເລີ່ມຕົ້ນຈາກ ທ້າຍເດືອນກັນຍາ ຂອງປີນັ້ນ ຫາທ້າຍເດືອນເມສາ ຂອງປີຕໍ່ມາ. ປະລິມານ ການເກັບຊື້ ທັນຍາຫານ ໃນລະດູໃບໄມ້ຫລົ່ນ ກວມເອົາ ປະມານ 3/4 ຂອງຍອດປະລິມານ ເກັບຊື້ ທັນຍາຫານ ປະຈໍາປີ, ໂດຍຈະເກັບຊື້ ທັນຍາຫານ ຫລາຍຊະນິດ ໃນຂອບເຂດກວ້າງ ແລະ ມີຈໍານວນຫລາຍ, ເຊິ່ງຖືເປັນຈຸດສຸມ ຂອງວຽກງານ ເກັບຊື້ ທັນຍາຫານ ປະຈໍາປີ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL