ສະພາແຫ່ງຊາດ ລົງຕິດຕາມການຈັດຕັ້ງ ປະຕິບັດແຜນພັດທະນາວຽກ ຮສສ

29/05/2025 11:08
Email Print 423
KPL ຂປລ. ກອງປະຊຸມຕິດຕາມກວດເກາ ແລະ ຊຸມຍູ້ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ບັນດາກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນພັດ ທະນາຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ປີ 2025



ຂປລ. ກອງປະຊຸມຕິດຕາມກວດເກາ ແລະ ຊຸມຍູ້ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ
, ບັນດາກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນພັດ ທະນາຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ປີ 2025 ຈັດຂຶ້ນໃນວັນທີ 28 ພຶດສະພາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ທ່ານ ບຸນຕາ ເທບພະວົງ ກຳມະການ ຄະນະປະຈໍາສະພາແຫ່ງຊາດ, ກຳມາທິການວັດທະນະທໍາ-ສັງຄົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບ ການຈັດຕັ້ງປະຕິບັດ ແຜນພັດທະນາສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2025 ໂດຍສະເພາະ 7 ຄາດໝາຍຂອງຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ ຕາມທີ່ກຳນົດໄວ້ໃນມະຕິກອງປະຊຸມສະພາແຫ່ງຊາດ ສະບັບ 153/ສພຊ, ລົງວັນທີ 12 ທັນວາ 2024 ເຊິ່ງມີຜົນສຳເລັດຫລາຍດ້ານ ເປັນຕົ້ນ ພັດທະນາ ສີມືແຮງງານ ໃຫ້ກຳລັງແຮງງານຕາມຄວາມຕ້ອງການ ຂອງຕະຫລາດແຮງງານ ໃນຮູບແບບຕ່າງໆ ໄດ້ທັງໝົດ 97.793 ຄົນ, ຍິງ47.141 ຄົນ (ມະຕິສະພາ 8.000 ຄົນ); ຈັດຫາກຳລັງແຮງງານ ເຂົ້າສູ່ຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດໄດ້ 95.721 ຄົນ, ຍິງ 50.536 ຄົນ, ລື່ນແຜນການປີ 105,86%, ອັດຕາການວ່າງງານ ຍັງສາມາດຮັກສາ ໄດ້ລະດັບ 2,4%; ຂະຫຍາຍການຄຸ້ມຄອງຫົວໜ່ວຍ ວິສາຫະກິດເພີ່ມໃໝ່ ໄດ້ທັງໝົດ421 ຫົວໜ່ວຍ (ມະຕິສະພາ 525 ຫົວໜ່ວຍ) ແລະ ຂຶ້ນທະບຽນຜູ້ປະກັນຕົນໃໝ່ໄດ້ 19.361 ຄົນ, (ມະຕິສະພາ 58.500 ຄົນ); ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດ ປະຕິວັດຊາດ ປະຊາທິປະໄຕໃນ 3 ເປົ້າໝາຍບຸລິມະສິດປະຈໍາງວດ 1 ປີ 2025 ໄດ້ 354 ທ່ານ,  ຍິງ 30 ທ່ານ (ມະຕິສະພາ 691 ທ່ານ) ເປັນເງິນທັງໝົດ  6,99 ຕື້ກີບ; ເກັບກູ້ລະເບີດບໍ່ທັນແຕກອອກ ຈາກເນື້ອທີ່ທໍາ ການຜະລິດ ແລະ ເຂດຊຸມຊົນ, ເຂດຈຸດສຸມການຜະລິດ ໄດ້ 929 ເຮັກຕາ (ແຜນການ 3.170 ເຮັກຕາ), (ມະຕິສະພາ 7.500 ເຮັກຕາ) ແລະ ທໍາລາຍລະເບີດຈໍານວນ 9.944 ໜ່ວຍ ແລະ ໂຄສະ ນາທີ່ມາ ແລະ ຜົນຮ້າຍຂອງລະເບີດບໍ່ທັນແຕກຕົກຄ້າງ ໃຫ້ຊຸມຊຸມເປົ້າໝາຍ ໄດ້ 149 ບ້ານ (ແຜນ ການ 450 ບ້ານ).




ສ່ວນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດງົບປະມານ ທີ່ລັດຖະບານຈັດສັນໃຫ້ ໂດຍສະເພາະ ງົບປະມານພາກປົກກະຕິ ແລະ ລາຍຮັບວິຊາການໃນປີ
2025 ນີ້ ເຫັນວ່າມີຄວາມຄ່ອງຕົວດີ ສາມາດຈັດຕັ້ງປະຕິບັດໄດ້ຕາມແຜນ ແລະ ທັນກັບກຳນົດເວລາໂດຍພື້ນຖານ, ບັນດາຫົວໜ່ວຍວິຊາການອ້ອມຂ້າງກະຊວງ ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ລາຍຮັບ-ລາຍຈ່າຍງົບປະມານ ແລະ ສະຫລຸບການຈັດຕັ້ງປະຕິບັດ ບົນພື້ນຖານກົດໝາຍ ແລະ ລະບຽບການເງິນຢ່າງຮັດກຸມ, ສະແດງອອກ ຕົວເລກງົບປະມານ ທີ່ໄດ້ຮັບອະນຸມັດໃນປີ 2025 (ລວມທັງເງິນ ປະກອບສ່ວນເຂົ້າ ຄັງປະກັນສັງຄົມ) ທັງໝົດ 803,49 ຕື້ກີບ. ໃນນີ້, ງົບປະມານພາກປົກກະຕິ 796,35 ຕື້ກີບ ແລະ ລາຍຮັບວິຊາການ 7,14 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດໃນ 5 ເດືອນຕົ້ນປີ 2025 ສາມາດປະຕິບັດໄດ້ 615,26 ຕື້ກີບ, ເທົ່າກັບ 76.57% ຂອງແຜນການ.

ກະຊວງ ຮສສ ຍາມໃດກໍພະຍາຍາມໃນການຊຸກຍູ້ ແລະ ສົ່ງເສີມໃຫ້ກໍາລັງແຮງງານ ໄດ້ມີວຽກເຮັດງານທໍາຕາມຂະແໜງ ການເສດຖະກິດ-ສັງຄົມ ແລະ ການບໍລິການ ໂດຍໄດ້ຄົ້ນຄ້ວາສ້າງ ນະໂຍບາຍ ເພື່ອດັດສົມມະຫາພາກດ້ານແຮງງານ ກໍຄື ການດຸ່ນດ່ຽງແຮງງານ ຕາມຄວາມຕ້ອງການ ຂອງຕະຫລາດແຮງງານ; ສຸມໃສ່ໃນການຄົ້ນຄວ້າສ້າງນະໂຍບາຍ ການດັດສົມ ມະຫາພາກ ດ້ານການພັດທະນາສີມືແຮງງານ ເພື່ອຕອບສະໜອງແຮງງານ ທີ່ມີຄຸນນະພາບ ເຊັ່ນ: ມີສີມືດີ, ມີວິໄນແຮງງານດີ ສາມາດຕອບສະໜອງຕາມຄວາມຕ້ອງການ ຂອງຕະຫລາດ ແຮງງານໂດຍການປະສານສົມທົບ ກັບທຸກພາກສ່ວນກ່ຽວຂ້ອງ; ເພີ່ມທະວີເອົາໃຈໃສ່ ໃນວຽກງານກວດກາແຮງງານ ຢູ່ບັນດາຫົວໜ່ວຍທຸລະກິດ ແລະ ໂຄງການລົງທຶນຕ່າງໆ ເພື່ອເຮັດໃຫ້ຜູ້ໃຊ້ແຮງງານ ນຳໃຊ້ແຮງງານບົນພື້ນຖານກົດໝາຍ ແລະ ລະບຽບການ; ເອົາໃຈໃສ່ໃນການສ້າງຄວາມເຂັ້ມແຂງ ໃຫ້ເຈົ້າໜ້າທີ່ກວດກາແຮງງານ ໃນການບັງຄັບໃຊ້ກົດໝາຍ, ສ້າງໃຫ້ເປັນທັງຜູ້ກວດກາ ແລະ ເປັນນັກໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການຕ່າງໆ ໃຫ້ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ເພື່ອເຮັດໃຫ້ ເຂົາເຈົ້້າຮັບຮູ້ສິດ ແລະ ຜົນປະໂຫຍດ ຂອງຕົນ; ຊຸກຍູ້ໃຫ້ຜູ້ໃຊ້ແຮງງານສ້າງ ແລະ ປັບປຸງກົດລະບຽບພາຍໃນ; ໃຫ້ຄໍາປຶກສາດ້ານນິຕິກໍາ ແລະ ລະບຽບການກ່ຽວກັບ ການຄຸ້ມຄອງ ແຮງງານ, ເພີ່ມທະ ວີກົນໄກການເຮັດຽກ ຂອງສາມຝ່າຍ ໃຫ້ເຂັ້ມແຂງກວ່າເກົ່າ, ເອົາໃຈໃສ່ໃນການຕິດຕາມ, ກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ນັບແຕ່ຂັ້ນສູນກາງຮອດ. ພ້ອມກັນນັ້ນ, ກໍຕ້ອງໄດ້ສ້າງ ແລະ ປັບປຸງບັນດານິຕິກຳ ໃຫ້ສອດຄ່ອງ ກັບເງື່ອນໄຂຕົວຈິງໃນແຕ່ລະໄລຍະ.

ພາບ: ຮສສ

KPL

ຂ່າວອື່ນໆ


Top