ສ້າງສະພາບແວດລ້ອມທີ່ດີ ເພື່ອການອ່ານ ແລະ ອະນາຄົດອັນສົດໃສ່ຂອງເດັກນ້ອຍໃນລາວ

29/05/2025 11:23
Email Print 458
KPL ຂປລ. ປັດຈຸບັນ, ລັດຖະບານລາວ, ອົງການຈັດຕັ້ງສາກົນ ​ແລະ ພາກເອກະຊົນ ໄດ້ເອົາໃຈໃສ່ປັບປຸງ ແລະ ພັດທະນາລະບົບຫໍສະໝຸດໃຫ້ດີຂຶ້ນ ແນໃສ່ສ້າງສະພາບແວດລ້ອມທີ່ດີ ເພື່ອການອ່ານ ແລະ ອະນາຄົດອັນສົດໃສ່ຂອງເດັກນ້ອຍໃນລາວ ​ໂດຍໄດ້ຈັດກິດຈະກຳການສົ່ງເສີມການອ່ານຫລາຍຮູບແບບ ໃນຂອບເຂດທົ່ວປະເທດ



ຂປລ. ປັດຈຸບັນ, ລັດຖະບານລາວ, ອົງການຈັດຕັ້ງສາກົນ ​ແລະ ພາກເອກະຊົນ ໄດ້ເອົາໃຈໃສ່ປັບປຸງ ແລະ ພັດທະນາລະບົບຫໍສະໝຸດໃຫ້ດີຂຶ້ນ ແນໃສ່ສ້າງສະພາບແວດລ້ອມທີ່ດີ ເພື່ອການອ່ານ ແລະ ອະນາຄົດອັນສົດໃສ່ຂອງເດັກນ້ອຍໃນລາວ ​ໂດຍໄດ້ຈັດກິດຈະກຳການສົ່ງເສີມການອ່ານຫລາຍຮູບແບບ ໃນຂອບເຂດທົ່ວປະເທດ ເພື່ອປູກຈິດສຳນຶກໃຫ້ເດັກນ້ອຍ ແລະ ຊາວໜຸ່ມ ເຫັນໄດ້ຄວາມສຳ ຄັນ
, ມີຄວາມຜູກພັນໃນການອ່ານ ແລະ ສາມາດເຂົ້າເຖິງຫໍສະໝຸດ ໄດ້ທັງຢູ່ສູນກາງ ແລະ ທ້ອງຖິ່ນ.



ທ່ານ ນາງ ສຸລະພີ ວິລະວົງ ຫົວໜ້າຫ້ອງການ ສະມາຄົມຮ່ວມນໍ້າໃຈເດັກນ້ອຍລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ
28 ພຶດສະພາ 2025 ນີ້ວ່າ: ສະມາຄົມຮ່ວມນໍ້າໃຈ ເດັກນ້ອຍລາວ ແມ່ນອົງການຈັດຕັ້ງທີ່ບໍ່ຂຶ້ນກັບ ລັດຖະບານ ສ້າງຂຶ້ນໃນປີ 1982 ​ໂດຍໄດ້ດຳເນີນຫລາຍກິດຈະກຳ ເພື່ອແນ ໃສ່ຊຸກຍູ້ສົ່ງເສີມການສຶກສາແກ່ເດັກນ້ອຍໃນລາວ ອັນພົ້ນເດັ່ນ ແມ່ນໄດ້ຈັດພິມປຶ້ມ ທີ່ຂຽນໂດຍຄົນລາວ ເປັນພາສາລາວ ໃນຫລາຍຮູບແບບເຊັ່ນ: ປຶ້ມເລື່ອງປະກອບຮູບ, ນິທານພື້ນເມືອງ, ວັດຈະນານຸກົມປະກອບຮູບ ແລະ ລະຄອນເຈ້ຍ ເຊິ່ງປຶ້ມສ່ວນໃຫຍ່ແມ່ນ ເປັນປຶ້ມສຳລັບເດັກ. ມາຮອດປັດຈຸບັນສາມາດຈັດພິມປຶ້ມ ​ໄດ້ຫລາຍຫວ່າ 230 ເລື່ອງ, ຫລາຍກວ່າ 950.000 ຫົວ. ນອກນີ້, ຍັງໄດ້ສະໜັບສະໜູນ ການສ້າງຫ້ອງສະໝຸດໂຮງຮຽນ ພາຍໃຕ້ຊື່ “ຫ້ອງຮັກອ່ານ” ແລະ ສາມາດແຈກຢາຍປຶ້ມຕ່າງໆ ຫລາຍກວ່າ 3.000 ຊຸດ ໃນໂຮງຮຽນຊັ້ນປະຖົມ ແລະ ມັດທະຍົມທົ່ວປະເທດ. ທັງ​ນີ້, ກໍເພື່ອເປັນການສົ່ງເສີມ ວຽກງານການສຶກສາ ໃຫ້ມີຄວາມເຂັ້ມແຂງ ແລະ ມີຄຸນນະພາບດີ ໂດຍສະເພາະແມ່ນສົ່ງ ເສີມໃຫ້ນັກສຶກສາ, ນ້ອງນ້ອຍນັກຮຽນ ແລະ ເຍົາວະຊົນລາວບັນດາເຜົ່າ ກ້າສະແດງຄວາມຮູ້, ຄວາມສາມາດທາງດ້ານການຄິດ, ການອ່ານ, ການແຕ້ມ ແລະ ພອນສະຫວັນໃນດ້ານຕ່າງໆ ໃນເວທີສຳຄັນທາງພາຍໃນ ແລະ ສາກົນ, ເປັນການປະກອບສ່ວນ ປຸກລະດົມທົ່ວສັງຄົມ ໃຫ້ມັກຄົ້ນຄວ້າ-ມັກການອ່ານ ​ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ຕົນເອງ. ເຖິງຢ່າງໃດກໍຕາມ, ວຽກງານຫໍສະໝຸດ ຍັງຜະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທ້າຍຫລາຍ ດ້ານທີ່ຈະຕ້ອງໄດ້ສຸມໃສ່ປັບປຸງແກ້ໄຂ ເປັນຕົ້ນ  ດ້ານເຕັກນິກວິຊາການ, ບຸກຄະລາກອນ ແລະ ອື່ນໆ.



ສຳລັບນັກຮຽນ
, ນັກສຶກສາ ແລະ ຜູ້ປົກຄອງທີ່ມັກຮັກໃນການອ່ານ ກໍສາມາດເຂົ້າໄປໃຊ້ບໍລິ ການຢູ່ສະມາຄົມຮ່ວມນໍ້າໃຈເດັກນ້ອຍລາວ ຢູ່ບ້ານສະພັງໝໍ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເບີໂທຕິດຕໍ່ 020 22400583 ເຊິ່ງຫ້ອງຮັກອ່ານ ໄດ້ຮວບຮວມປື້ມທີ່ຫລາກຫລາຍປະເພດ ເປັນຕົ້ນໜັງສືອ້າງອີງ, ປະຫວັດສາດ, ປະຫວັດບຸກຄົນ, ບົດວິ​ໄຈ, ປັດຊະຍາ, ສາສະໜາ, ນິຍາຍເລື່ອງສັ້ນ, ນິຍາຍເລື່ອງຍາວ, ວັນນະກຳ, ວັນນະຄະດີ, ກາບກອນ, ປື້ມຄູ່ມືຕ່າງໆ, ວາລະສານ, ນິທານປະກອບຮູບ. ນອກຈາກນີ້, ຍັງມີປຶ້ມພາສາອັງກິດ, ພາສາໄທ ແລະ ພາສາຍີ່ປຸ່ນ ນຳອີກ.  



ຂ່າວ: ກິດຕາ

ພາບ: ຂັນໄຊ

KPL

ຂ່າວອື່ນໆ


Top