ປະທານສານປະຊາຊົນສູງສຸດ ຕ້ອນຮັບ ຫົວໜ້າອົງການໄອຍະການສູງສຸດ ຣັດເຊຍ

29/05/2025 11:12
Email Print 478
KPL ຂປລ. ໃນວັນທີ 28 ພຶດສະພາ 2025 ນີ້, ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ອີກໍຣ ກຣາສນົບ ຫົວໜ້າອົງການ ໄອຍະການສູງສຸດ ແຫ່ງ ສະຫະພັນຣັດເຊຍ ພ້ອມຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ຢູ່ ສປປ ລາວ




ຂປລ. ໃນວັນທີ
28  ພຶດສະພາ 2025 ນີ້, ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ອີກໍຣ ກຣາສນົບ ຫົວໜ້າອົງການ ໄອຍະການສູງສຸດ ແຫ່ງ ສະຫະພັນຣັດເຊຍ ພ້ອມຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ຢູ່ ສປປ ລາວ ໃນລະຫວ່າງວັນທີ 27-29 ພຶດສະພາ 2025.

ໂອກາດນີ້, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ທ່ານ ອີກໍຣ ກຣາສນົບ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ອັນມີມູນເຊື້ອ ແລະ ການຮ່ວມມືຫລາຍດ້ານ ລະຫ່ວາງສອງປະເທດ ລາວ-ຣັດເຊຍ, ໂດຍສະເພາະ ການຮ່ວມມືໃນຂົງເຂດກົດໝາຍ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນ ຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານ ນາງ ວຽງທອງ ສີພັນດອນ ຍັງໄດ້ສະແດງຄວາມຄອບໃຈ ຕໍ່ລັດຖະບານຣັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫລືອ ແກ່ ສປປ ລາວ ໃນຫລາຍດ້ານ ມາໂດຍຕະຫລອດ ເຊິ່ງມັນໄດ້ປະກອບສ່ວນເຮັດໃຫ້ວຽກງານດ້ານຕ່າງໆ ຢູ່ ສປປ ລາວ ​ໂດຍສະເພາະ ວຽກງານຂອງສານປະຊາຊົນສູງສຸດ ໄດ້ຮັບການພັດທະນາຂຶ້ນໄປຢ່າງບໍ່ຢຸດຢັ້ງ.




ທ່ານ ອີກໍຣ ກຣາສນົບ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ນາງ ວຽງທອງ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ
, ພ້ອມທັງ ລາຍງານການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ໃຫ້ປະທານສານປະຊາຊົນສູງສຸດ ຮັບຊາບ, ພ້ອມທັງ ຕີລາຄາສູງຕໍ່ການຮ່ວມມື ຂອງສອງປະເທດຣັດເຊຍ-ລາວ ໃນໄລຍະຜ່ານມາ ໂດຍສະເພາະການພົວພັນ ຮ່ວມມືກັນ ລະຫວ່າງ ອົງການໄອຍະການສູງສຸດ ແຫ່ງ ສະຫະພັນຣັດເຊຍ ແລະ ສານປະຊາຊົນສູງສຸດ ທີ່ນັບມື້ນັບເຂົ້າສູ່ລ່ວງເລິກ ແລະ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.

KPL

ຂ່າວອື່ນໆ


Top