ເອກະລັກ ແລະ ຮີດຄອງປະເພນີຂອງຊົນເຜົ່າຜູ້ໄທ

29/05/2025 10:49
Email Print 411
KPL ຊົນເຜົ່າຜູ້ໄທ ມີຊື່ເອີ້ນວ່າ: ຜູ້ໄທເຂົາເຈົ້າມັກເອີ້ນຕົນເອງ, ຊົນເຜົ່າອື່ນເອີ້ນ ແລະ ຊື່ໃຊ້ທາງລັດຖະການກໍແມ່ນ “ຜູ້ໄທ”. ທີ່ມາຈາກຄຳສັບທີ່ວ່າ: ໄທ້ , ໄທ ຫລື ໄຕ ຫລື ອີກຢ່າງໜຶ່ງມາຈາກຄຳສັບໄທພູ.

    *ຊົນເຜົ່າຜູ້ໄທ ມີຊື່ເອີ້ນວ່າ: ຜູ້ໄທເຂົາເຈົ້າມັກເອີ້ນຕົນເອງ, ຊົນເຜົ່າອື່ນເອີ້ນ ແລະ ຊື່ໃຊ້ທາງລັດຖະການກໍແມ່ນ “ຜູ້ໄທ”. ທີ່ມາຈາກຄຳສັບທີ່ວ່າ: ໄທ້ , ໄທ ຫລື ໄຕ ຫລື ອີກຢ່າງໜຶ່ງມາຈາກຄຳສັບໄທພູ, ໝາຍຄວາມວ່າຊົນເຜົ່ານີ້ໄດ້ອົບພະຍົບໄປຕາມສາຍພູແລ້ວລົງຕ້ັງບ້ານເຮືອນຢູ່ເຂດທົ່ງພຽງ ແລະ ແຄມແມ່ນ້ຳ ຊື່ ໄທພູ ແມ່ນບ່ໍເໝາະສົມກັບສະຖານທ່ີຢູ່ອາໄສຂອງພວກເຂົາເຈົ້າຈຶ່ງຫັນມາເອີ້ນຊື່ໃຫ້ຖືກຕ້ອງ ແລະ ເໝາະສົມກັບສະພາບຄວາມເປັນຈິງ ຈຶ່ງກາຍມາເປັນ “ຜູ້ໄທ” ຈົນເຖິງປັດຈຸບັດນີ້.

    ຊົນເຜົ່າຜູ້ໄທ ໃນສະໄໝກ່ອນ ຈະຕັ້ງບ້ານແມ່ນໄດ້ຊອກຫາມື້ສັນວັນດີແລ້ວຂຸດຂຸມປັກໄມ້ເອົາເມັດເຂົ້້າຈຸ້ມຫົວໃສ່ກັນ, ຖ້າເມັດເຂ້ົາສານບໍ່ຫັກ, ບໍ່ເປື່ອຍ, ບໍ່ແຍກອອກຈາກກັນແມ່ນຕັ້ງບ້ານໄດ້. ລັກສະນະເຮືອນຂອງຊົນເຜົ່າຜູ້ໄທເປັນເຮືອນຮ້ານ 3 ຫລັງຕິດກັນຄື: ເຮືອນນອນ, ເຮືອນເຊຍ, ເຮືອນໄຟມີຊານ (ເຮືອນຄົວ), ມີ 9 ເສົາ, ມີ 3 ຫ້ອງນອນ, ມີປະຕູເຂົ້າ-ອອກ 2 ປ່ອງ ແລະ ປ່ອງຢ້ຽມ 2 ປ່ອງ, ຫ້ອງນອນຈະເປັນຫ້ອງທຳມະດາຂ້ັນດ້ວຍຝາ ທາງສົ້ນເບື້ອງໜຶ່ງຈະມີຫ້ອງໂຖງ ຊຶ່ງເປັນຫ້ອງມີຮ້ານບູຊາທັງເປັນບ່ອນນອນຂອງແຂກ ແລະ ລູກຊາຍ, ຖ້າລະບົບເຮືອນນ້ອຍເຕົາໄຟເອົາໄວໃນ, ຄົກຕຳເຂົ້າເພິ່ນຈະເຮັດຕ່າງຫາກ. ເຄື່ອງນຸ່ງຫົ່ຂອງຊົນເຜົ່າຜູ້ໄທສຳລັບຜູ້ຊາຍນຸ່ງໂສ້ງສີດຳ ໝໍ້ນິນມັດຫົວ, ຜ້າສະໂລ່ງ, ຜ້າຫາງ, ເສື້ອດຳໝໍ້ນິນທີ່ຍ້ອມດ້ວຍນ້ຳເບີ, ນ້ຳຄາມ, ສັກຂາລາຍ; ແມ່ຍິງນຸ່ງສິ້ນມີຫົວ, ສິ້ນມຸກ, ສິ້ນມັດໝີ່, ເສືອດຳມີສັບລາຍ, ຄໍລາຍ, ໃສ່ກະຕິ່ງເງິນ, ແພກະຊະ, ແພຕາລ່ອງ ຄຽນຫົວ, ຜ້າບ່ຽງ, ບາງຊະນິດໃຊ້ ເວລາເຮັດ 1-2 ປີ, ມີກະຈ້ອນໃສ່ຫູ, ກ້ອງແຂນ, ເກີບ; ໃນເມື່ອກ່ອນ ໃສ່ເກີບໜັງຄວາຍ, ເກີບສູງເຮັດ ດ້ວຍໄມ້ກະເດົາ, ໄມ້ຕີນເປັດ. ຕາມປົກກະຕິແລ້ວອາຫານການກິນ, ດື່ມຂອງຊົນເຜົ່າຜູ້ໄທມັກເຜັດ, ພາເຂ້ົາແຕ່ລະເທື່ອຂາດແຈ່ວບໍ່ໄດ້, ພາເຂົ້າຈະບໍ່ໃຫ້ວາງກ້ອງຂື່ເຮືອນ.

    ຕາມຄວາມເຊ່ືອຂອງຊົນເຜ່ົາຜູ້ໄທມີຮີດຄອງປະເພນີຫລວງຫລາຍທີ່ອຸດົມສົມບູນ; ໃນນັ້ນ ມີທັງພຸດທະສາສະໜາ ແລະ ຜີຄຽງຄູ່ກັນໄປຕ່າງແຕ່ພາກປະຕິບັດຕົວຈິງຄື: ສາສະໜາພຸດຢູ່ວັດ ແລະ ຜີຢູ່ເຮືອນຊ່ຶງມັນສະແດງອອກຢູ່ແຕ່ລະເຮືອນຈະມີຮ້ານບູຊາຜີ, ການເສັ້ນ, ການເຢົາ ແລະ ອື່ນໆ ກໍຍັງເປັນສິ່ງຈຳເປັນເປັນການດຳລົງຊີິວິດ ແລະ ການບູຊາ ຫລື ການລ້ຽງຜີພໍ່ແມ່, ຜີທີ່ມີອຳນາດປົກປັກຮັກສາບ້ານເມືອງໃຫ້ມີຄວາມຢູ່ເຢັນເປັນສຸກກໍແມ່ນຫໍບ້ານ (ຜີບ້ານ) ແຕ່ລະປີຊາວບ້ານກໍຈະພາກັນຈັດພິທີລ້ຽງເປັນປະຈຳ. ຄຽງຄູ່ກັບການເຊື່ອຖືຜີຍັງມີພຸດທະສາສະໜາ ຊຶ່ງເປັນສູນວັດທະນະທຳ ແລະ ຂະນົບທຳນຽມ ທີ່ດີງາມມາແຕ່ບູຮານນະການຂອງຊົນເຜົ່າຜູ້ໄທ ແລະ ລາວ. ສຳລັບງານບຸນປະຈຳຂອງຊົນເຜົ່າຜູ້ໄທ ໂດຍທົ່ວໄປແລ້ວແມ່ນອີງຕາມປະຕິທິນລາວ ແລະ ໄດ້ຈັດງານບຸນຕາມແຕ່ລະເດືອນຄືກັນກັບເຊົາເຜົ່າລາວໃນຮອບວຽນປີໜຶ່ງ (12 ເດືອນ). ດ້ານສິລະປະ-ວັນນະຄະດີແມ່ນມີຫລາຍຢ່າງເປັນຕົ້ນ ແຄນ, ກອງ, ກະຈັບປີ່, ຊໍ ແລະ ອື່ນໆ, ມີຄຳພະຫຍາ, ຄຳສຸພາສິດ, ກອນຂັບ, ກອນລຳ ແລະ ວາດຟ້ອນໄປຕາມຈັງຫວະໃນເວລາມີພິທີກຳ, ການເຢົາ ແລະ ອື່ນໆ, ມີພາສາປາກເວົ້າຄືກັນກັບຊົນເຜົ່າອື່ນໆບໍ່ມີຕົວໜັງສືຂຽນ ແລະ ຈັດເຂົ້າໃນໝວດພາສາລາວ-ໄຕ.

ຄັດຈາກປຶ້ມບັນດາຊົນເຜົ່າໃນ  ສປປ ລາວ

KPL

ຂ່າວອື່ນໆ


Top