KPL
ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV (CICEE) ໄດ້ຈັດຂຶ້ນ ຢູ່ເມືອງຊາງຊາ, ແຂວງຫູໜານ ທາງພາກກາງຂອງສປຈີນ ເປັນເວລາ 4 ວັນ ໄດ້ອັດລົງ ໃນວັນທີ 18 ພຶດສະພານີ້ .

ຕາມຂ່າວຊິນຮວາ ສປຈີນ, ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV (CICEE) ໄດ້ຈັດຂຶ້ນ ຢູ່ເມືອງຊາງຊາ, ແຂວງຫູໜານ ທາງພາກກາງຂອງສປຈີນ ເປັນເວລາ 4 ວັນ ໄດ້ອັດລົງ ໃນວັນທີ 18 ພຶດສະພານີ້ . ງານວາງສະແດງຄັ້ງນີ້ ສາມາດ ດຶງດູດຜູ້ແທນ ເຂົ້າຮ່ວມ ປະມານ 350.000 ຄົນ ທີ່ມາຈາກ 110 ປະເທດ ແລະ ເຂດແຄວ້ນ, ໂດຍສະເພາະ ຈຳນວນຜູ້ຊື້ຈາກຕ່າງປະເທດ ໄດ້ເພີ່ມຂຶ້ນຫລາຍ. ໃນງານວາງສະແດງ ຍັງໄດ້ເຊື້ອເຊີນ ຄະນະຜູ້ຊື້ ຈາກປະເທດຄູ່ຮ່ວມ RCEP ແລະ ໄດ້ຈັດກິດຈະກໍາ ການຈັບຄູ່ທຸລະກິດສາກົນ ພາຍໃຕ້ຫົວຂໍ້ພິເສດ 6 ຄັ້ງອີກດ້ວຍ.
ໃນນັ້ນ ລວມມີ ທັງຜູ້ນຳດ້ານອຸດສາຫະກຳ ລະດັບໂລກ ເຊັ່ນ: Caterpillar ແລະ Hitachi Construction Machinery, ຕະຫລອດຮອດເຄື່ອງຈັກກໍ່ສ້າງ ຂະໜາດໃຫຍ່ຂອງຈີນ ເປັນຕົ້ນ Sany ແລະ Zoomlion. ນອກຈາກນັ້ນ, ບັນດາຜູ້ຊື້ ຈາກຕ່າງປະເທດ ໄດ້ລົງນາມສັນຍາເບື້ອງຕົ້ນ ກັບ ຮ້ານວາງສະແດງສິນຄ້າຫລາຍກວ່າ 600 ຄົນ ແລະ ວິສາຫະກິດ ຜູ້ປະກອບການ ເຄື່ອງກໍ່ສ້າງ ຢູ່ເມືອງຊາງຊາ 6 ວິສາຫະກິດ ດ້ວຍໃບສັ່ງຊື້ ທີ່ມີມູນຄ່າຫລາຍກວ່າ 13 ຕື້ຢວນ (ປະມານ 1,81 ຕື້ໂດລາສະຫະລັດ).
ຄຽງຄູ່ກັນນັ້ນ ຍັງມີ ການລົງນາມ ເຊັນສັນຍາ ກ່ຽວກັບມາດຕະຖານ ເຄື່ອງຈັກກໍ່ສ້າງ ລະຫວ່າງ ສະຖາບັນຄົ້ນຄວ້າ-ວິໄຈ ມາດຕະຖານ ແລະ ອຸດສາຫະກໍາ ຂອງ ມາເລເຊຍ (SIRIM) ກັບ ສູນທົດລອງກົນຈັກກໍ່ສ້າງຈີນ, ເຊິ່ງໄດ້ວາງພື້ນຖານສະພາບແວດລ້ອມ ການຄ້າ ທີ່ໄດ້ມາດຕະຖານ ແລະ ມີຄຸນນະພາບສູງ ລະຫວ່າງ ສອງຝ່າຍ.
ທ່ານ Tsunetaka Mori, ຜູ້ຕາງໜ້າຂອງບໍລິສັດ Hitachi Construction Machinery ເປັນບໍລິສັດໃຫຍ່ຂອງ ຍິ່ປຸ່ນ ຢູ່ໃນຈີນ ໄດ້ຕິລຄາສຸງ ກ່ຽວກັບບົດບາດຂອງເມືອງຊາງຊາ ໃນຖານເປັນສູນກາງການຜະລິດເຄື່ອງຈັກ ຂອງຈີນ ແລະ ອິດທິພົນຂອງ CICEE ທົ່ວໂລກ ໄດ້ເພີ່ມຂຶ້ນ, ທ່ານກ່າວວ່າ: ໃນຂະນະທີ່ ຕະຫລາດໂລກ ມີຄວາມຕ້ອງການເຄື່ອງຈັກກໍ່ສ້າງ ອັດສະລິຍະແບບໃຊ້ໄຟຟ້າ ແລະ ອື່ນໆ./.
KPL