KPL
ຂປລ. ໃນວັນທີ 28 ພຶດສະພາ 2025, ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ອີກໍຣ ກຣາສນົບ ຫົວໜ້າອົງການ ໄອຍະການສູງສຸດ ແຫ່ງ ສະຫະພັນຣັດເຊຍ ພ້ອມຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ຢູ່ ສປປ ລາວ ໃນ ລະຫວ່າງວັນທີ 27-29 ພຶດສະພາ 2025 ນີ້.

ຂປລ. ໃນວັນທີ 28 ພຶດສະພາ 2025, ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ອີກໍຣ ກຣາສນົບ ຫົວໜ້າອົງການ ໄອຍະການສູງສຸດ ແຫ່ງ ສະຫະພັນຣັດເຊຍ ພ້ອມຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ຢູ່ ສປປ ລາວ ໃນ ລະຫວ່າງວັນທີ 27-29 ພຶດສະພາ 2025 ນີ້.

ໂອກາດດັ່ງກ່າວ, ທ່ານ ຄຳພັນ ພົມມະທັດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ພ້ອມທັງຕີລາຄາສູງ ຕໍ່ທ່ານຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສະຫະພັນຣັດເຊຍ ແລະ ຄະນະທີ່ໄດ້ມາ ຢ້ຽມຢາມ ສປປ ລາວ ຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຍິ່ງ, ເປັນການປະກອບສ່ວນເຂົ້າໃນ ການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນມີມູນເຊື້ອ ແລະ ການຮ່ວມມື ຫລາຍດ້ານ ລະຫ່ວາງສອງປະເທດ ລາວ-ຣັດເຊຍ ໂດຍສະເພາະ ແມ່ນການຮ່ວມມືໃນຂົງເຂດກົດໝາຍ ແລະ ຍຸຕິທໍາ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ທ່ານ ຄຳພັນ ພົມມະທັດ ຍັງໄດ້ກ່າວເຖິງການພົວພັນຮ່ວມມື ລາວ ແລະ ຣັດເຊຍ ທີ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນປີ 1960 ແລະ ໄດ້ເສີມຂະຫຍາຍ ແລະ ສືບຕໍ່ຮັດແໜ້ນ ການຮ່ວມມື ອັນດີງາມຕະຫລອດມາ, ເປັນປະເທດເພື່ອນມິດໃກ້ຊິດ ແລະ ໄດ້ໃຫ້ຄວາມສຳຄັນ ຕໍ່ການເປັນຄູ່ຮ່ວມມືຍຸດທະສາດ ດ້ານຄວາມໜັ້ນຄົງໃນ ພາກພື້ນອາຊີ-ປາຊີຟິກ. ພວກເຮົາມີສະມາຄົມ ມິດຕະພາບລາວ-ຣັດເຊຍ, ຣັດເຊຍ-ລາວ ແລະ ສປປ ລາວ ແມ່ນໄດ້ຮັບການຊ່ວຍ ເຫລືອໃນຫລາຍດ້ານຈາກຣັດເຊຍ ໂດຍສະເພາະ ດ້ານອຸປະກອນ ແລະ ເຕັກນິກທະຫານ, ການສ້າງບຸກຄະລາກອນ, ເສີມຂະຫຍາຍການຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ອື່ນໆ.

ທ່ານ ອີກໍຣ ກຣາສນົບ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ຄໍາພັນ ພົມມະທັດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ລາຍງານການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ໃຫ້ປະ ທານອົງການກວດກາແຫ່ງລັດ ຮັບຊາບ ເປັນຕົ້ນ ສະພາບການຮ່ວມມື ແລະ ການເຄື່ອນໄຫວວຽກງານ ອົງການໄອຍະການຂອງສອງປະເທດ ຣັດເຊຍ-ລາວ ໃນໄລຍະຜ່ານມາ ແມ່ນໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ, ສໍາຄັນແມ່ນການພັດປ່ຽນຄະນະຜູ້ແທນຂັ້ນສູງໄປຢ້ຽມຢາມ ແລະ ແລກປ່ຽນບົດ ຮຽນຮ່ວມກັນ ແນໃສ່ການພັດທະນາຂົງເຂດ ວຽກງານໄອຍະການ ຂອງສອງປະເທດ ໃຫ້ເຂົ້າສູ່ລວງເລິກ.
KPL