ເອດີບີ ຄາດຄະເນການເຕີບໂຕທາງ ເສດຖະກິດຂອງລາວ ຢູ່ໃນລະດັບປານກາງ

09/04/2025 15:03
Email Print 4583
KPL ຂປລ. ໃນວັນທີ 9 ເມສາ 2025 ນີ້, ຫ້ອງການທະນາຄານພັດທະນາອາຊີ ຫລື ​ເອດີ​ບີ (ADB) ປະຈຳ ສປປ ລາວ ໄດ້ລາຍງານການເຕີບໂຕ ທາງດ້ານເສດຖະກິດຂອງລາວ ໂດຍຍົກໃຫ້ເຫັນການບໍລິ ການດ້ານການຂົນສົ່ງ ແລະ ທ່ອງທ່ຽວ ຈະສືບຕໍ່ເປັນແຮງຊຸກຍູ້ ໃຫ້ການເຕີບໂຕ ທາງເສດຖະກິດລາວ, GDP ຄາດວ່າຈະເຕີບໂຕໃນລະດັບປານກາງ ໃນອັດຕາ 3,9% ໃນປີ 2025 ແລະ 4,0% ໃນປີ 2026.



ຂປລ. ໃນວັນທີ
9 ເມສາ 2025 ນີ້, ຫ້ອງການທະນາຄານພັດທະນາອາຊີ ຫລື ​ເອດີ​ບີ (ADB) ປະຈຳ ສປປ ລາວ ໄດ້ລາຍງານການເຕີບໂຕ ທາງດ້ານເສດຖະກິດຂອງລາວ  ໂດຍຍົກໃຫ້ເຫັນການບໍລິ ການດ້ານການຂົນສົ່ງ ແລະ ທ່ອງທ່ຽວ ຈະສືບຕໍ່ເປັນແຮງຊຸກຍູ້ ໃຫ້ການເຕີບໂຕ ທາງເສດຖະກິດລາວ,  GDP ຄາດວ່າຈະເຕີບໂຕໃນລະດັບປານກາງ ໃນອັດຕາ 3,9% ໃນປີ 2025 ແລະ 4,0% ໃນປີ 2026.

ທ່ານ ນາງ ແຊນນີ ແຄັມແບວ ຫົວໜ້າຫ້ອງການ ADB ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: ສິ່ງສໍາຄັນທີ່ສຸດ ທີ່ຈະເສີມສ້າງພື້ນຖານ ເສດຖະກິດມະຫາພາກ ທີ່ຍຶດໝັ້ນເສດຖະກິດ ແລະ ຮັບປະກັນຄວາມຢືດຢຸ່ນໃນໄລຍະຍາວ, ເນື່ອງຈາກຄວາມບໍ່ແນ່ນອນ ໃນສະພາບການຂອງໂລກ ໃນປັດຈຸບັນ, ການສຸມໃສ່ປັບປຸງການຄຸ້ມຄອງງົບປະມານ, ການພັດທະນາຊັບພະຍາກອນມະນຸດ ແລະ ພະລັງງານທົດແທນ ຈະຊ່ວຍເສີມຂະຫຍາຍຄວາມ ອາດສາມາດຂອງປະເທດ ເພື່ອຕ້ານທານກັບຜົນກະທົບຈາກພາຍນອກ, ຮັບປະກັນການເຕີບໂຕ ຂອງເສດຖະກິດແບບຍືນຍົງ ແລະ ຍົກສູງການລວມຕົວຂອງສັງຄົມ. ນອກນີ້, ນະໂຍບາຍເງິນຕາທີ່ເຂັ້ມງວດຂຶ້ນ ຄາດວ່າຈະຊ່ວຍຮັກສາສະຖຽນລະພາບ ຂອງອັດຕາແລກ ປ່ຽນ ແລະ ຊ່ວຍຫລຸດຜ່ອນອັດຕາເງິນເຟີ້, ຊ່ວຍຮັກສາສະຖຽນລະພາບຂອງຄ່າເງິນກີບ ແລະ ອັດຕາເງິນເຟີ້ໃນໄຕມາດທີ 4 ຂອງປີ 2024; ຄ່າເງິນກີບໂດຍລວມໄດ້ອ່ອນຄ່າລົງ 5,4% ເມື່ອທຽບໃສ່ໂດລາສະຫະລັດ ແລະ ແຂງຄ່າຂຶ້ນ 1,2% ເມື່ອທຽບກັບເງິນບາດຂອງໄທ; ອັດຕາເງິນເຟີ້ສະເລ່ຍຢູ່ 23,3% ແຕ່ລາຄາອາຫານ, ເຄື່ອງດື່ມປະເພດເຫລົ້າ, ຮ້ານອາຫານ ແລະ ໂຮງແຮມຍັງຢູ່ໃນລະດັບສູງ ສົ່ງຜົນໃຫ້ລາຄາສິນຄ້າ ອຸປະໂພກບໍລິໂພກສູງຂຶ້ນ. ຄາດການວ່າ ອັດຕາເງິນເຟີ້ສະເລ່ຍຈະຫລຸດລົງຢູ່ໃນລະດັບ 13,5% ໃນປີ 2025 ແລະ 10,4% ໃນປີ 2026. ແນວໃດກໍຕາມ, ໜີ້ສິນທີ່ເປັນເງິນຕາຕ່າງປະເທດ ຈະຍັງຈະສືບຕໍ່ກົດດັນອັດຕາແລກປ່ຽນ ແລະ ກົດດັນອັດຕາເງິນເຟີ້, ການປັບຂຶ້ນລາຄາໄຟຟ້າ ເຊິ່ງມີຜົນບັງຄັບໃຊ້ໃນ ເດືອນມີນາ ປີ 2025 ຈະເຮັດໃຫ້ເງິນເຟີ້ສູງຂຶ້ນ ໃນໄລຍະສັ້ນຫາໄລຍະກາງ.




ການລົງທຶນດ້ານພະລັງງານທົດແທນ ແລະ ບໍ່ແຮ່ ຈະຊ່ວຍໃຫ້ຂະແໜງອຸດສາຫະກໍາ ເຕີບໂຕໃນໄລຍະສອງປີຕໍ່ໜ້າ. ຄາດວ່າມູນຄ່າການສົ່ງອອກໄຟຟ້າ
, ແຮ່ທາດ ແລະ ຜະລິດຕະພັນກະສິກຳຈະເພີ່ມຂຶ້ນ ແລະ ການນໍາເຂົ້າໜ້າຈະຟື້ນໂຕ ດ້ວຍຄ່າຂອງເງິນກີບຄົງທີ່. ແນວໃດກໍຕາມ, ຂະແໜງກະສິກຳ ຍັງຈະຜະເຊີນກັບສິ່ງທ້າທາຍ ຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ຄາດວ່າຈະຍັງຄົງເຕີບໂຕໃນລະດັບປານກາງ, ການຂາດແຄນແຮງງານ ແລະ ລາຄາສິນຄ້າກະສິກຳ ທີ່ຫລຸດລົງຈະເຮັດໃຫ້ການລົງທຶນເຂົ້າ ໃນຂະແໜງດັ່ງກ່າວຫລຸດລົງ. ສ່ວນນະໂຍບາຍ ທາງດ້ານການເງິນຈະຍັງເຂັ້ມງວດ ເນື່ອງຈາກຍັງມີພາລະໜີ້ສິນ ສາທາລະນະ, ງົບປະມານປີ 2025 ຕັ້ງເປົ້າໃຫ້ການຂາດດຸນຢູ່ ໃນລະດັບ 1% ຂອງ GDP ໂດຍລາຍຮັບເພີ່ມຂຶ້ນ 36% ເປັນ 68,1 ພັນຕື້ກີບ ແລະ ລາຍຈ່າຍເພີ່ມຂຶ້ນ 19,1% ເປັນ 71,8 ພັນຕື້ກີບ ທຽບໃສ່ປີຜ່ານມາ, ການປະຕິຮູບອາກອນ ແລະ ຍົກລະດັບວຽກງານຄຸ້ມຄອງ ອາກອນຫລາຍຂຶ້ນຈະຊຸກຍູ້ ໃຫ້ການເກັບລາຍຮັບເພີ່ມຂຶ້ນ. ແຕ່ແນວໃດກໍຕາມ, ໜີ້ສິນສາທາລະນະ ທີ່ຍັງສູງຈະຍັງເປັນສິ່ງທ້າທາຍ ຕໍ່ຄວາມຍືນຍົງດ້ານການເງິນ ແລະ ຈຳກັດລາຍຈ່າຍງົບປະມານຂອງລັດຖະບານ.

ສໍາລັບ ຄວາມສ່ຽງຈາກພາຍນອກທີ່ສໍາຄັນ ຕໍ່ການຄາດຄະເນການເຕີບໂຕຂອງລາວ ທີ່ເກີດມາຈາກການຂຶ້ນອັດຕາພາສີຂອງສະຫະລັດອາເມລິກາ ເຊິ່ງຄາດວ່າຈະສົ່ງຜົນກະທົບໂດຍກົງ ຕໍ່ເສດຖະກິດຂອງລາວ, ພ້ອມທັງສົ່ງຜົນກະທົບຢ່າງຮຸນແຮງຕໍ່ເສດຖະກິດ ຂອງປະເທດເພື່ອນບ້ານ ທີ່ເປັນຄູ່ຄ້າສຳຄັນຂອງລາວ. ຜົນກະທົບທັງໝົດຍັງຢູ່ພາຍໃຕ້ ຄວາມບໍ່ແນ່ນອນ ຂອບເຂດ ແລະ ການສົ່ງຕໍ່ຜົນກະທົບເຫລົ່ານີ້, ແມ່ນບໍ່ສາມາດກໍານົດມຸນຄ່າໄດ້ ເພາະວ່າມັນຈະຂຶ້ນກັບ ໄລຍະເວລາຂອງອັດຕາພາສີ ແລະ ຄວາມສາມາດໃນການເຈລະຈາ ຂອງບັນດາປະເທດ ທີ່ໄດ້ຮັບຜົນກະທົບ. ຄວາມເຂັ້ມງວດດ້ານນະໂຍ ບາຍເງິນຕາ ແລະ ການເງິນຈະສົ່ງຜົນທົບຕໍ່ລາຍຈ່າຍ ຂອງຂະແໜງສາທາລະນະສຸກ ແລະ ສຶກສາ ຈະມີຜົນກະທົບຕໍ່ການພັດທະນາ ຊັບພະຍາກອນມະນຸດ ແລະ ຜະລິດຕະພາບໂດຍລວມ  ເນື່ອງຈາກຄວາມຕ້ອງການ ໃນການຊຳລະໜີ້ສິນທີ່ເພີ່ມຂຶ້ນ ລາຍຈ່າຍທີ່ສໍາຄັນຕໍ່ກັບວຽກງານ ສາທາລະນະສຸກ ແລະ ສຶກສາ ແມ່ນຫລຸດລົງຢ່າງຫລວງຫລາຍ.

KPL

ຂ່າວອື່ນໆ

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

    • ການຕັ້ງກໍາແພງພາສີກີດກັ້ນການຄ້າ ອາດຈູດສະນວນລະເບີດໃສ່ເສດຖະກິດໂລກເສດຖະກິດ

      ການຕັ້ງກໍາແພງພາສີກີດກັ້ນການຄ້າ ອາດຈູດສະນວນລະເບີດໃສ່ເສດຖະກິດໂລກ

      4/15/2025 10:09:30 AM

      ນະໂຍບາຍການຕັ້ງກຳແພງສິນຄ້າຂອງປະທານາທິບໍດີໂດນໂນ ທຣຳ ທີ່ສະເໜີໃຫ້ເກືອບທຸກສິນຄ້ານຳເຂົ້າສະຫະລັດອາເມລິການັ້ນກໍາລັງກາຍເປັນຫົວຂໍ້ເຮັດໃຫ້ຊາວໂລກວິຕົກກັງວົນ ແລະ ບໍ່ພໍໃຈ ເຊິ່ງນະໂຍບາຍດັ່ງກ່າວຄາດວ່າຈະສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ເສດຖະກິດໂລກ ລວມທັງ ສປປ ລາວ.

    • ບໍລິສັດ ອາໄລອານສ໌ ລອນດຣີ ມີແຜນຂະຫຍາຍ 300 ສາຂາທົ່ວອາຊຽນເສດຖະກິດ

      ບໍລິສັດ ອາໄລອານສ໌ ລອນດຣີ ມີແຜນຂະຫຍາຍ 300 ສາຂາທົ່ວອາຊຽນ

      3/27/2025 10:18:00 AM

      ຂປລ. ບໍລິສັດ ອາໄລອານສ໌ ລອນດຣີ (Alliance Laundry Systems) ສົ່ງເສີມຮູບແບບ "Seed Store" ມຸ່ງໜ້າຂະຫຍາຍ 300 ສາຂາທົ່ວອາຊຽນ, ພ້ອມເປົ້າໝາຍຖືສ່ວນແບ່ງຕະຫລາດ 70% ແລະ ຕັ້ງປະເທດໄທ ໃຫ້ເປັນສູນກາງນະວັດຕະກຳຜະລິດຕະພັນໃນພາກພື້ນ. ບໍລິສັດ ອາໄລອານສ໌ ລອນດຣີ ໄດ້ເປີດເຜີຍວ່າ


Top