ບໍລິສັດ ອາໄລອານສ໌ ລອນດຣີ ມີແຜນຂະຫຍາຍ 300 ສາຂາທົ່ວອາຊຽນ

27/03/2025 10:18
Email Print 5464
KPL ຂປລ. ບໍລິສັດ ອາໄລອານສ໌ ລອນດຣີ (Alliance Laundry Systems) ສົ່ງເສີມຮູບແບບ "Seed Store" ມຸ່ງໜ້າຂະຫຍາຍ 300 ສາຂາທົ່ວອາຊຽນ, ພ້ອມເປົ້າໝາຍຖືສ່ວນແບ່ງຕະຫລາດ 70% ແລະ ຕັ້ງປະເທດໄທ ໃຫ້ເປັນສູນກາງນະວັດຕະກຳຜະລິດຕະພັນໃນພາກພື້ນ. ບໍລິສັດ ອາໄລອານສ໌ ລອນດຣີ ໄດ້ເປີດເຜີຍວ່າ



ຂປລ. ບໍລິສັດ ອາໄລອານສ໌ ລອນດຣີ (Alliance Laundry Systems) ສົ່ງເສີມຮູບແບບ "Seed Store" ມຸ່ງໜ້າຂະຫຍາຍ 300 ສາຂາທົ່ວອາຊຽນ, ພ້ອມເປົ້າໝາຍຖືສ່ວນແບ່ງຕະຫລາດ 70% ແລະ ຕັ້ງປະເທດໄທ ໃຫ້ເປັນສູນກາງນະວັດຕະກຳຜະລິດຕະພັນໃນພາກພື້ນ.




ບໍລິສັດ ອາໄລອານສ໌ ລອນດຣີ ໄດ້ເປີດເຜີຍວ່າ: ທິດທາງຂອງທຸລະກິດຮ້ານຊັກເຄື່ອງ(ຊັກຜ້າ) ໃນປີ 2025 ຄາດວ່າຈະເຕີບໂຕ ເນື່ອງຈາກການຟື້ນຕົວທີ່ດີຂອງການທ່ອງທ່ຽວ, ບໍລິສັດໄດ້ປະກາດຍຸດທະສາດ ໃນການຂະຫຍາຍທຸລະກິດໂດຍໃຊ້ຮູບແບບ "Seed Store" ມຸ່ງເປົ້າເຂົ້າສູ່ຕະຫລາດ 4 ປະເທດ(VIP+)ໃນພາກພື້ນຄື: ຫວຽດນາມ, ອິນໂດເນເຊຍ, ຟິລິບປິນ ແລະ ກຳປູເຈຍ ຊຶ່ງເປັນຕະ ຫລາດທີ່ມີທ່າແຮງສູງໃນອາຊີຕາເວັນອອກສ່ຽງໃຕ້ ທີ່ກຳລັງພັດທະນາອຸດສາຫະກຳຮ້ານຊັກເຄື່ອງ ດ້ວຍເຄື່ອງອຸດສາຫະກຳ. ບໍລິສັດມີແຜນເປີດ 300 ສາຂາໃໝ່ ໂດຍມີເປົ້າໝາຍທີ່ຈະຄອບຄອງ ສ່ວນແບ່ງຕະຫລາດປະມານ 70% ແລະ ຂະຫຍາຍ StarLab ໃນຈັງຫວັດຊົນບຸລີ (ປະເທດໄທ) ໃຫ້ເປັນສູນວິໄຈ ແລະ ການພັດທະນາຜະລິດຕະພັນຊັກເຄື່ອງ ໃນອາຊີ ເພື່ອຮອງຮັບການເຕີບໂຕຂອງຕະຫລາດໃນພາກພື້ນ.





ທ່ານ Eddie Tay ຜູ້ອຳນວຍການສູງສຸດຂອງພາກພື້ນອາຊີ-ປາຊິຟິກ ບໍລິສັດ Alliance Laundry Systems LLC, ຜູ້ຜະລິດ ແລະ ຈຳໜ່າຍເຄື່ອງຊັກຜ້າອຸດສາຫະກຳ ທີ່ໃຫຍ່ທີ່ສຸດໃນໂລກໄດ້ກ່າວວ່າ: ຕະຫລາດຮ້ານຊັກຜ້າສາກົນ ຄາດວ່າຈະເຕີບໂຕໃນປີ 2025 ເນື່ອງຈາກການຟື້ນຕົວຂອງພາກການທ່ອງທ່ຽວ ແລະ ການເຕີບໂຕຢ່າງຕໍ່ເນື່ອງໃນຕະຫລາດຕ່າງໆເຊັ່ນ: ອາເມລິກາ, ຢູໂຣບ, ຕາເວັນອອກກາງ ແລະ ອາຊີ-ປາຊິຟິກ (APAC) ໃນປີ 2024. ໃນປີນີ້, ບໍລິສັດໄດ້ກຽມພ້ອມເດີນໜ້າດ້ວຍແຜນການ Seed Store ເພື່ອເຂົ້າສູ່ຕະຫລາດໃນອາຊຽນ ໂດຍໃນເບື້ອງຕົ້ນຈະເນັ້ນໃສ່ 4 ປະເທດ VIP+ ເຊັ່ນ: ຫວຽດນາມ, ອິນໂດເນເຊຍ, ຟິລິບປິນ ແລະ ກໍາປູເຈຍ ເລັງເປົ້າໝາຍຄືການເປີດ 300 ສາຂາໃໝ່ ແລະ ຄອງສ່ວນແບ່ງຕະຫລາດໃຫ້ໄດ້ປະມານ 70%. ນີ້ເປັນຄວາມທ້າທາຍທີ່ສໍາຄັນ, ໂດຍສະເພາະໃນຕະຫລາດຫວຽດນາມ ແລະ ຟີລິບປິນ ເຊິ່ງຖືວ່າເປັນຕະຫລາດໃໝ່ ເນື່ອງຈາກເປັນບ່ອນທີ່ນັກລົງທຶນ ສ່ວນໃຫຍ່ຄຸ້ນເຄີຍກັບ ການໃຊ້ເຄື່ອງຈັກຂະໜາດນ້ອຍ ຫລື ເຄື່ອງຈັກສຳລັບທຸລະກິດທົ່ວໄປ ຫລາຍກວ່າເຄື່ອງຈັກອຸດສາຫະກໍາທີ່ບໍລິສັດຈະຂາຍ. ບໍລິສັດ ອາໄລອານສ໌ ລອນດຣີ ໄດ້ລົງ ທຶນ 150 ລ້ານບາດ ເພື່ອຂະຫຍາຍຫ້ອງທົດລອງ StarLab ໃນຈັງຫວັດຊົນບູລີ ເພື່ອຍົກລະດັບໃຫ້ເປັນສູນກາງການຄົ້ນຄວ້ານະວັດຕະກໍາ ແລະ ການພັດທະນາຜະລິດຕະພັນສໍາລັບເຄື່ອງຈັກຊັກຜ້າອາຊີ, ຄາດວ່າຈະສໍາເລັດປະມານເດືອນເມສາປີນີ້. ນີ້ຖືເປັນກ້າວສໍາຄັນໃນການພັດທະນາຜະລິດຕະພັນ ແລະ ນໍາສະເໜີວິທີແກ້ໄຂທີ່ກ້າວໜ້າກວ່າເກົ່າເຂົ້າສູ່ຕະຫລາດ ໂດຍມີເປົ້າໝາຍການເຕີບໂຕຂອງຍອດຂາຍ 10% ໃນຕະຫລາດ APAC ໃນປີນີ້.




ທ່ານ Sukri Kirai, ຜູ້ອໍານວຍການຝ່າຍຂາຍ ປະຈຳອາຊີຕາເວັນອອກສ່ຽງໃຕ້ ຂອງ Alliance Laundry Systems LLC, ໄດ້ກ່າວວ່າ: ຕະຫລາດໄທ ຍັງເປັນຕະຫລາດທີ່ໜ້າດຶງດູດທີ່ສຸດ ສໍາລັບການລົງທຶນໃນບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ເນື່ອງຈາກຜູ້ບໍລິໂພກໃນໄທເປີດໃຈ ແລະ ເຂົ້າ ໃຈຮູບແບບທຸລະກິດ ຮ້ານຊັກຜ້າອັດຕະໂນມັດເປັນຢ່າງດີ. ບໍລິສັດຈຶ່ງຈະສືບຕໍ່ສົ່ງເສີມການຂະຫຍາຍຕະຫລາດໄປສູ່ຫລາຍໆຈັງຫວັດ ຜ່ານໂຄງການ "ໜຶ່ງເມືອງໜຶ່ງຮ້ານຊັກຜ້າ" ຫລື “One District One Laundromat” ປະສົບຜົນສໍາເລັດຫລາຍໃນສອງປີທີ່ຜ່ານມາ, ຈາກການເປີດຮ້ານຊັກຜ້າໃໝ່ ໄດ້ເກືອບທຸກເມືອງນອກເຂດຕົວເມືອງໃຫຍ່. ງົບປະມານທາງການຕະຫລາດ ໄດ້ເພີ່ມຂຶ້ນເພື່ອເນັ້ນໃສ່ກຸ່ມຜູ້ໃຊ້ ຫລື ກຸ່ມລູກຄ້າເປົ້າໝາຍເພື່ອສ້າງຖານລູກຄ້າ, ເຂົ້າໃຈຜົນປະໂຫຍດຂອງຮ້ານຊັກເຄື່ອງເມື່ອທຽບກັບການຊັກເຄື່ອງຢູ່ບ້ານ, ລວມທັງຄວາມສະອາດ, ການປະຢັດຕົ້ນທຶນ ແລະ ການປະຢັດເວລາ. ປັດຈຸບັນ, ມີຮ້ານຊັກຜ້າປະມານ 3.708 ແຫ່ງໃນປະເທດໄທ ທີ່ນຳໃຊ້ເຄື່ອງຈັກຂອງ ALS ແລະ ຄາດວ່າຈໍານວນນີ້ຈະເພີ່ມຂຶ້ນເຖິງ 4.400 ແຫ່ງພາຍໃນປີ 2025 ເຊິ່ງມີອັດຕາການເຕີບໂຕປະມານ 19% ຈາກປີ 2024. ໃນຫ້າປີຂ້າງໜ້າ, ຕະຫລາດຮ້ານສະດວກຊັກໃນອາຊີຕາເວັນອອກສ່ຽງໃຕ້ ຄາດວ່າຈະເຕີບໂຕຢ່າງຫລວງຫລາຍເນື່ອງຈາກ 2 ປັດໄຈຫລັກຄື: ບັນດາປະເທດ VIP+ ທີ່ມີປະຊາກອນລວມປະມານ 489 ລ້ານຄົນ ຈະກາຍເປັນຕະຫລາດໃຫຍ່ທີ່ສຸດໃນພາກພື້ນ; ຕະຫລາດໃນສິງກະໂປ ແລະ ມາເລເຊຍ ຈະປ່ຽນໄປສູ່ການຊື້ເຄື່ອງຈັກທົດແທນຕ່າງໆຫລາຍຂຶ້ນ.




ທ່ານ Benjamin Leo Dobbs ຜູ້ອໍານວຍການຝ່າຍບໍລິຫານປະຈຳພາກພື້ນອາຊີ-ປາຊີຟິກ ຂອງ ບໍລິສັດ ອາໄລອານສ໌ ລອນດຣີ ໄດ້ກ່າວວ່າ: ຫລັງຈາກ 117 ປີແຫ່ງຄວາມສໍາເລັດ, ພວກເຮົາໄດ້ຈັດງານ 'ALS Distributor Awards 2024-Southeast Asia' ເພື່ອຂອບໃຈຕົວແທນຈໍາໜ່າຍຂອງພວກເຮົາໃນອາຊີຕາເວັນອອກສ່ຽງໃຕ້ ແລະ ໄດ້ເປີດໂຕເຄື່ອງຊັກ 'Stax-X' ຮຸ່ນໃໝ່, ເປັນເຄື່ອງຊັກຜ້າແບບຝາດ້ານເທິງທີ່ໃຊ້ງານງ່າຍ ພ້ອມລະບົບປຸ່ມກົດສີຂາວ ອອກແບບມາເພື່ອປະຢັດພື້ນທີ່ໃນການໃຊ້ງານ ໂດຍມີ 2 ຂະໜາດຄື: Stax-X 30lb ແລະ Stax-X 50lb. ນອກຈາກນີ້, ບໍລິສັດຍັງເປີດໂຕ ເຄື່ອງຈັກຊັກ-ອົບແຫ້ງຮຸ່ນໃໝ່ ທີ່ຊ່ວຍໃຫ້ລູກຄ້າຊັກ ແລະ ອົບແຫ້ງເຄື່ອງນຸ່ງ ໃນເຄື່ອງດຽວພາຍໃນເວລາໜຶ່ງຊົ່ວໂມງ ໂດຍບໍ່ຕ້ອງຍ້າຍເຄື່ອງນຸ່ງໄປມາລະຫວ່າງເຄື່ອງຈັກ.




ນອກຈາກການຂະຫຍາຍຕະຫລາດແລ້ວ, ALS ໃຫ້ຄວາມສໍາຄັນກັບຄວາມຍືນຍົງໂດຍການ ຈັດຕັ້ງມາດຕະການຕ່າງໆ ເພື່ອຫລຸດຜົນກະທົບຕໍ່ສິ່ງແວດລ້ອມເຊັ່ນ: ການຣີໄຊເຄີນເຈ້ຍ ແລະ ຂີ້ເຫຍື້ອປລາສຕິກ, ການນຳນໍ້າກັບມາໃຊ້ໃໝ່ໃນຫ້ອງທົດລອງ, ການຕິດຕັ້ງແຜງພະລັງງານແສງຕາເວັນເທິງຫລັງຄາໂຮງງານ(ໂຊລ່າເຊວ) ແລະ ການຊື້ສິນຄ້າຈາກຜູ້ສະໜອງພາຍໃນທ້ອງຖິ່ນ ແລະ ພາກພື້ນ ເຖິງ 72%  ເພື່ອຫລຸດຜ່ອນການປ່ອຍກາສກາກບອນ ຫລື ອາຍພິດຈາກພາວະເຮືອນແກ້ວ ທີ່ເກີດຈາກຂະບວນການຂົນສົ່ງສິນຄ້າ.
ສໍາລັບຂໍ້ມູນເພີ່ມຕື່ມ, ກະລຸນາຕື່ມຂໍ້ມູນ ແລະ ຄໍາຖາມຂອງທ່ານຜ່ານ contact form ແລະ ຕົວແທນຂອງ ALS ຈະຕິດຕໍ່ກັບໂດຍໄວທີ່ສຸດ.


KPL

ຂ່າວອື່ນໆ

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

    • ການຕັ້ງກໍາແພງພາສີກີດກັ້ນການຄ້າ ອາດຈູດສະນວນລະເບີດໃສ່ເສດຖະກິດໂລກເສດຖະກິດ

      ການຕັ້ງກໍາແພງພາສີກີດກັ້ນການຄ້າ ອາດຈູດສະນວນລະເບີດໃສ່ເສດຖະກິດໂລກ

      4/15/2025 10:09:30 AM

      ນະໂຍບາຍການຕັ້ງກຳແພງສິນຄ້າຂອງປະທານາທິບໍດີໂດນໂນ ທຣຳ ທີ່ສະເໜີໃຫ້ເກືອບທຸກສິນຄ້ານຳເຂົ້າສະຫະລັດອາເມລິການັ້ນກໍາລັງກາຍເປັນຫົວຂໍ້ເຮັດໃຫ້ຊາວໂລກວິຕົກກັງວົນ ແລະ ບໍ່ພໍໃຈ ເຊິ່ງນະໂຍບາຍດັ່ງກ່າວຄາດວ່າຈະສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ເສດຖະກິດໂລກ ລວມທັງ ສປປ ລາວ.

    • ເອດີບີ ຄາດຄະເນການເຕີບໂຕທາງ ເສດຖະກິດຂອງລາວ ຢູ່ໃນລະດັບປານກາງເສດຖະກິດ

      ເອດີບີ ຄາດຄະເນການເຕີບໂຕທາງ ເສດຖະກິດຂອງລາວ ຢູ່ໃນລະດັບປານກາງ

      4/9/2025 3:03:35 PM

      ຂປລ. ໃນວັນທີ 9 ເມສາ 2025 ນີ້, ຫ້ອງການທະນາຄານພັດທະນາອາຊີ ຫລື ​ເອດີ​ບີ (ADB) ປະຈຳ ສປປ ລາວ ໄດ້ລາຍງານການເຕີບໂຕ ທາງດ້ານເສດຖະກິດຂອງລາວ ໂດຍຍົກໃຫ້ເຫັນການບໍລິ ການດ້ານການຂົນສົ່ງ ແລະ ທ່ອງທ່ຽວ ຈະສືບຕໍ່ເປັນແຮງຊຸກຍູ້ ໃຫ້ການເຕີບໂຕ ທາງເສດຖະກິດລາວ, GDP ຄາດວ່າຈະເຕີບໂຕໃນລະດັບປານກາງ ໃນອັດຕາ 3,9% ໃນປີ 2025 ແລະ 4,0% ໃນປີ 2026.


Top