ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

29/04/2025 13:49
Email Print 3540
KPL ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

ຂປລ. ຢູ່​ສູນ​ວາງ​ສະ​ແດງ​ທ່າ​ກຳ​ປັ່ນ​ລົດ​ໄຟ​ສາ​ກົນເສີນຕູ, ຂະບວນ​ລົດ​ໄຟ​ສາ​ກົນ​ທີ່ກຳລັງແລ່ນຢູ່ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ໜ້າ​ຈໍ​ໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ​ໃນ​ໄຕ​ມາດ​ທໍາອິດຂອງປີ 2025, ຂະບວນລົດໄຟສາກົນ​ເສີນຕູ ເປີດ​ແລ່ນໄດ້ 1.380 ​ຂະບວນ. ​ໃນ​ນັ້ນ, ​ມີ​ປະລິມານ​ການ​ຂົນ​ສົ່ງ​ສິນຄ້າ​ຂາ​ເຂົ້າ​-ຂາ​ອອກ 417.000 ​ໂຕນ, ​ເພີ່ມ​ຂຶ້ນ 11,4% ​ເມື່ອ​ທຽບ​ໃສ່​ໄລຍະດຽວກັນ; ຈຳນວນຂະບວນ​ລົດ​ໄຟ​ຈີນ-ລາວ​ເພີ່ມ​ຂຶ້ນ 40% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​, ​ໄດ້​ບັນລຸ "ການ​ເລີ່​ມຕົ້ນດ້ວຍໝາກຜົນ​ທີ່​ດີ" ​ໃນ​ໄຕ​ມາດ​ທຳ​ອິດ.

ໃນ​ເສັ້ນ​ທາງ​ຈີນ-ລາວ, ສົມທົບ​ກັບ​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ​ການ​ຄ້າ​ອາ​ຊຽນ, ເພີ່ມຄວາມ​ຖີ່​ຂອງ​ການ​ດຳ​ເນີນ​ງານ "ແມ່ນນໍ້າລ້ານ​ຊ້າງ​ແມ່​ນ້ຳຂອງ-ເສີນຕູ", ​ເພີ່ມ​ທະວີ​ການ​ຂົນສົ່ງສິນຄ້າຂາອອກເຊັ່ນ: ເຄື່ອງ​ໃຊ້​ໃນ​ເຮືອນ, ​ເຄື່ອງ​ຈັກ, ອຸປະກອນ​ ​ແລະ​ ອື່ນໆ​, ສິນຄ້າຂາອອກເຊັ່ນ: ​ແຮ່​ເຫລັກ, ຝຸ່ນ​ໂປ​ຕາ​ສ, ຜະລິດ​ຕະພັນ​ກະ​ສິກໍາ ແລະ ​ອື່ນໆ​ເຊື່ອມໂຍງແບບຄູ່ຂະໜານ. ສິ່ງທີ່ຄຸ້ມຄ່າທີ່ຈະກ່າວເຖິງແມ່ນ ຊ່ອງທາງດ່ວນ ແມ່ນ້ຳລ້ານຊ້າງແມ່ນ້ຳຂອງ-ເສີງຕູ-ເອີຣົບໃນຖານະເປັນຜະລິດຕະພັນທີ່ສໍາຄັນຂອງຂະບວນລົດໄຟຈີນ-ລາວ ຂອງ​ທ່າ​ກຳ​ປັ່ນ​ລົດ​ໄຟ​ສາ​ກົນເສີນ ຕູ, ມັນບໍ່ພຽງແຕ່ເປັນການເປີດຊ່ອງທາງອາຊີ-ເສີງຕູ-ເອີຣົບ ຈາກອາຊຽນໄປເອີຣົບໂດຍຜ່ານຄຸນໝິງ ແລະ ເສີນຕູ ເທົ່ານັ້ນ, ແຕ່ຍັງສະໜອງທິດທາງການແກ້ໄຂຕ່ອງໂສ້ ທີ່ກໍາໜົດເອງຢ່າງເຕັມຮູບແບບໃຫ້ແກ່ລູກຄ້າ.

ໂດຍຜ່ານ ຊ່ອງທາງດ່ວນ ແມ່ນ້ຳລ້ານຊ້າງແມ່ນ້ຳຂອງ-ເສີນຕູ-ເອີຣົບ”, ສິນຄ້າຂອງພວກເຮົາອອກ ຈາກເມືອງ ເສີງຕູ 3 ມື້ກໍມາຮອດນະຄອນຫລວງວຽງຈັນ ສປປ ລາວ; ໄລຍະເວລາການຂົນສົ່ງທັງໝົດ ຈາກປະເທດໄທ ໄປ ເອີຣົບ ໂດຍຜ່ານເມືອງເສີນຕູ ແມ່ນປະມານ 15 ມື້ ເຊິ່ງປະຢັດເວລາໂດຍສະເລ່ຍ 15 ມື້ ເມື່ອທຽບກັບການຂົນສົ່ງ ທາງທະເລແບບດັ້ງເດີມ.

ທ່ານ Du Peiling ຜູ້ອໍານວຍການບໍລິຫານຂອງ ບໍລິສັດ Sichuan Xinbang Decheng ຂົນສົ່ງສາກົນ ກ່າວວ່າ: "ຄວາມໝັ້ນຄົງ ແລະ ຄວາມທັນເວລາຂອງລົດໄຟຈີນ-ລາວ ໄດ້ສະໜອງການສະໜັບສະໜູນທີ່ ສໍາຄັນ ສໍາລັບການຂະຫຍາຍໄປສູ່ຕະຫລາດອາຊີຕາເວັນອອກສຽງໃຕ້ຂອງພວກເຮົາ. ໃນໄຕມາດທໍາອິດຂອງປີ 2025, ພວກເຮົາໄດ້ຂົນສົ່ງ ສິນຄ້າ 1.388 ຕູ້, ເພີ່ມຂຶ້ນ 80% ເມື່ອທຽບກັບໄລຍະດຽວກັນ."

ຂະນະດຽວກັນ, ຂະບວນລົດໄຟສາກົນເສີນຕູ ຍັງໄດ້ "ພະຍາຍາມຫລາຍດ້ານ" ເຊັ່ນ: ເສັ້ນທາງຈີນ-ເອີຣົບ, ເສັ້ນທາງຈີນ-ອາຊີ ແລະ ເສັ້ນທາງຕາເວັນອອກ. ໃນນັ້ນ, ເສັ້ນທາງຈີນ-ເອີຣົບ ຂະບວນເສີນຕູ-ເອີຣົບ ໄດ້ຮັກສາ ຄວາມໝັ້ນທ່ຽງໃນແຕ່ລະອາທິດເປີດການເດີນລົດໄປໜຶ່ງຖ້ຽວ-ກັບໜຶ່ງຖ້ຽວ, ໃນກ້າວດຽວກັນກໍຂະຫຍາຍຂະບວນ ເສີງຕູ-ເອີຣົບ ອີກຂະບວນໜຶ່ງເອີ້ນວ່າ ຂະບວນລົດໄຟມິນ(ນະຄອນຫລວງປະເທດເບລາຣູດຊີ), ບັນລຸການເປີດບໍລິ ການຂະບວນລາຍສັບປະດາເປັນປົກກະຕິ ໂດຍກໍານົດເວລາສັ້ນລົງ ເປັນ 10 ມື້, ເມື່ອທຽບໃສ່ເສັ້ນທາງປົກກະຕິ ປະສິດທິພາບເວລາເພີ່ມຂຶ້ນ 30%; ເສັ້ນທາງຈີນ-ອາຊີ ຂະບວນທໍາອິດຈາກເມືອງເສີນຕູ ຫານະຄອນຫລວງ ທາສເຄນ ປະເທດອຸສເບກີສະຖານ ເປັນຂະບວນສົ່ງອອກລົດມືສອງຈີນ-ອາຊີ ໄດ້ເພີ່ມສະຖານີໃໝ່ຄື ສະຖານີ ດູຊານເບຂອງທາຈິກິດສະຖານ, ຊຸກຍ້​ການ​ສົ່ງ​ອອກ​ລົດ​ມືສອງ​ຄຸນ​ນະ​ພາບ​ສູງ​ໄປ​ຍັງ​ຕະ​ຫລາດ​ຈີນ-ອາ​ຊີ ດ້ວຍ​ຊ່ອງ​ທາງ​ການ​ຂົນ​ສົ່ງ​ທີ່​ໝັ້ນ​ຄົງ​ກວ່າ ແລະ ​ປະ​ສິດ​ທິ​ພາບ​ຂອງການ​​ສົ່ງ​ມອບໄວ​ຂຶ້ນ; ເສັ້ນທາງຕາເວັນອອກ, ພວກເຮົາ ຈະລົງເລິກການຮ່ວມມືກັບທ່າເຮືອຢຽນທຽນ ເພື່ອພັດທະນາຊ່ອງທາງການຂົນສົ່ງທາງລົດໄຟ-ທາງທະເລ, ເປີດເສັ້ນ ທາງຂົນສົ່ງທາງລົດໄຟ-ທາງ ທະເລຫລາຍຮູບແບບ ທີ່ເຊື່ອມໂຍງເອີຣົບ, ສະຫະລັດ ແລະ ອາຟຣິກາ ໂດຍຜ່ານ ທ່າເຮືອຢຽນທຽນ ແລະ ອະນຸຍາດໃຫ້ບັນດາສິນຄ້າທີ່ມີຄຸນນະພາບສູງຈາກແຂວງເສສວນ ໄປຍັງຕ່າງປະເທດ.

ໃນຖານະເປັນລູກຄ້າທີ່ສໍາຄັນຂອງຂະບວນລົດໄຟມິນ ເສີນຕູ-ເອີຣົບ, ຂະໜາດທຸລະກິດຂອງ Neptune Logistics ໃນເສີນຕູ ໄດ້ຂະຫຍາຍຕົວຢ່າງໝັ້ນທ່ຽງ, ມີຈໍານວນລູກຄ້າທີ່ສໍາຄັນສະສົມໃນແຕ່ລະປີ, ມີສິນຄ້າ ຈໍານວນມະຫາສານເຊັ່ນ: ຊຸດເຕົາອົບໄຟຟ້າ, ເຄື່ອງສີດພົ່ນ ແລະ ສິນຄ້າອື່ນໆ ໄດ້ຂົນສົ່ງຜ່ານຂະບວນລົດໄຟຈີນ-ເອີຣົບ ເຂົ້າສູ່ເອີຣົບ. ທ່ານ Chen Jianfeng, ຜູ້ຈັດການທົ່ວໄປຂອງ Neptune Logistics ປະຈໍາພາກພື້ນ ຕາເວັນຕົກສຽງໃຕ້ກ່າວວ່າ "ພຽງແຕ່ໃນໄຕມາດທໍາອິດຂອງປີນີ້, ປະລິມານການຂົນສົ່ງຂອງພວກເຮົາໄດ້ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນ.

ຢູ່ສະຖານີສູນຕູ້ຄອນເທນເນີເສີນຕູ, ພາຫະນະພະລັງງານໃໝ່ມືສອງຂອງຈີນຊຸດທີ່ໜຶ່ງກຳລັງ ຖືກບັນຈຸໃສ່ ລົດໄຟຂະບວນພິເສດ ເພື່ອກະກຽມທີ່ຈະສົ່ງໄປຍັງນະຄອນຫລວງທາສເຄນຂອງ ອຸສເບກີສະຖານ. ທ່ານ Li Jing, ຮອງຜູ້ຈັດການທົ່ວໄປຂອງ Silk Road Easy Buy ເຊິ່ງເປັນຜູ້ດໍາເນີນການຖານສົ່ງອອກລົດມືສອງ Shuangliu ກ່າວວ່າ: ຕະຫລາດຈີນ-ອາຊີ ມີຄວາມຕ້ອງການສູງສໍາລັບລົດ ມືສອງທີ່ມີລາຄາຍ່ອມເຍົາ ແຕ່ສະມັດທະນະສູງ. ໃນເດືອນແລ້ວນີ້, ຂະບວນລົດໄຟທຳອິດທີ່ສົ່ງອອກລົດມືສອງຈີນ-ອາຊີ  ໄດ້ເປີດການເດີນລົດເປັນ ປົກກະຕິ ເຊິ່ງເປັນການເປີດຊ່ອງທາງການຂາຍໃໝ່ໃຫ້ແກ່ວິສາຫະກິດ.

ປັດຈຸບັນ, ຂະບວນລົດໄຟສາກົນເສີນຕູ ພວມຕັ້ງໜ້າຊຸກຍູ້ການກໍ່ສ້າງຕາໜ່າງຄົມມະນາຄົມສາກົນ ຫລາຍຮູບ ແບບຄື: “8 ທິດທາງໃຫຍ່, ເສັ້ນທາງລະຫວ່າງປະເທດ 20 ເສັ້ນ ແລະ ເສັ້ນທາງຍ່ອຍຫລາຍສາຍເຊິ່ງໄດ້ແຜ່ຂະຫຍາຍໄປຍັງ 50 ປະເທດໃນທະວີບຢູເຣເຊຍ, 120 ຕົວເມືອງຢູ່ຕ່າງປະເທດ ແລະ 30 ຕົວເມືອງພາຍໃນປະເທດຈີນ, ກາຍເປັນຊ່ອງທາງການຄ້າທີ່ສໍາຄັນທີ່ເຊື່ອມໂຍງພາກພື້ນຕາເວັນຕົກກັບ ບັນດາປະເທດທີ່ນອນໃນ ໂຄງການ ໜຶ່ງແລວໜຶ່ງເສັ້ນທາງ”.

ໃນວັນທີ 15 ເມສາ, ຈໍສະແດງຜົນຄຣີສຕໍແຫລວ ຊຸດທີ່ໜຶ່ງກໍາລັງຖືກບັນຈຸໃສ່ຕູ້ຄອນເທນເນີ ໃນລານ ພາຍໃນຂອງບໍລິສັດ Chengdu BOE Optoelectronics Technology Co., Ltd ເຊິ່ງຕັ້ງຢູ່ ເຂດຕາເວັນ ຕົກຂອງ Chengdu Hi-tech ຈາກນັ້ນຈະຖືກສົ່ງໄປຍັງທ່າ​ກຳ​ປັ່ນ​ລົດ​ໄຟ​ສາ​ກົນເສີນຕູ ເພື່ອຂຶ້ນຂະບວນລົດ ໄຟເສີນຕູຈີນ-ເອີຣົບ ແລ້ວສົ່ງອອກໄປສູ່ເອີຣົບ.

ນັບຕັ້ງແຕ່ປີ 2022 ເປັນຕົ້ນມາ, ແຜງ LCD ຂອງບໍລິສັດ ແລະ ຜະລິດຕະພັນອື່ນໆໄດ້ຖືກສົ່ງ ອອກໄປປະເທດເອີຣົບເຊັ່ນ: ສາທາລະນະລັດເຊັກ, ເຊີເບຍ ແລະ ໂລມາເນຍ ຜ່ານທາງຂະບວນລົດໄຟ ເສີນຕູຈີນ-ເອີຣົບ.

ທ່ານ ນາງ Zheng Qian ຜູ້ຈັດການດ້ານການຂົນສົ່ງຂອງບໍລິສັດ ກ່າວວ່າ: ຂະບວນລົດໄຟຈີນ-ເອີຣົບ ມີຂໍ້ ໄດ້ປຽບທີ່ພົ້ນເດັ່ນໃນດ້ານລາຄາ ແລະ ຄວາມທັນເວລາ, ໄດ້ສະໜອງການຄ້ຳປະກັນທີ່ເຂັ້ມແຂງໃຫ້ກັບທຸລະກິດສົ່ງ ອອກໄປເອີຣົບຂອງບໍລິສັດ. ປັດຈຸບັນ, ເສັ້ນທາງທີ່ພວກເຮົາພວມເດີນຢູ່ນັ້ນມີຄວາມໝັ້ນຄົງທີ່ສຸດ, ດ້ວຍມູນ ຄ່າການ ສົ່ງອອກປະມານ 10 ລ້ານຢວນໃນແຕ່ລະເດືອນ.

ເມື່ອບໍ່ດົນມານີ້, ທ່ານ ນາງ Zheng Qian ກໍໄດ້ຮັບຂ່າວທີ່ໜ້າຕື່ນເຕັ້ນອີກເທື່ອໜຶ່ງ: ໃນເດືອນພຶດສະພາ, ຂະບວນລົດໄຟເສີນຕູ ຈີນ-ເອີຣົບ ຈະເປີດຂະບວນລົດໄຟໄປຮອດເມືອງມາຣິດ ເຊິ່ງຈະສະໜອງທາງເລືອກຊ່ອງ ທາງໃໝ່ສໍາລັບຜະລິດຕະພັນຂອງບໍລິສັດ ທີ່ຈະສົ່ງອອກໄປຍັງປະເທດ ແອັດສະປາຍ. ທ່ານ ນາງ Zheng Qian ເຄີຍສະເໜີຢູ່ໃນກອງປະຊຸມສໍາມະນາລູກຄ້າ ຂອງຂະບວນລົດໄຟສາກົນເສີນຕູ ທີ່ຈັດຂຶ້ນໃນເມືອງຊີປາຍຈ່ຽງ ວ່າ: ທ່ານ ນາງ Zheng Qian ຫວັງວ່າຈະໄດ້ຮັບການສະໜູບສະໜູນຫລາຍຂຶ້ນ ຈາກຂະບວນລົດໄຟເສີນຕູ ຈີນ-ເອີຣົບ, ເພື່ອຕອບສະໜອງຄວາມຕ້ອງການການສັ່ງຈອງປະລິມານຫລາຍຂອງບໍລິສັດ ທີ່ຈະສົ່ງໄປຍັງແອັດສະປາຍ ເຊິ່ງຄວາມຕ້ອງການນີ້ໄດ້ຮັບການຕອບສະໜອງຢ່າງໄວວາ.

KPL

ຂ່າວອື່ນໆ

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

    • ການຕັ້ງກໍາແພງພາສີກີດກັ້ນການຄ້າ ອາດຈູດສະນວນລະເບີດໃສ່ເສດຖະກິດໂລກເສດຖະກິດ

      ການຕັ້ງກໍາແພງພາສີກີດກັ້ນການຄ້າ ອາດຈູດສະນວນລະເບີດໃສ່ເສດຖະກິດໂລກ

      4/15/2025 10:09:30 AM

      ນະໂຍບາຍການຕັ້ງກຳແພງສິນຄ້າຂອງປະທານາທິບໍດີໂດນໂນ ທຣຳ ທີ່ສະເໜີໃຫ້ເກືອບທຸກສິນຄ້ານຳເຂົ້າສະຫະລັດອາເມລິການັ້ນກໍາລັງກາຍເປັນຫົວຂໍ້ເຮັດໃຫ້ຊາວໂລກວິຕົກກັງວົນ ແລະ ບໍ່ພໍໃຈ ເຊິ່ງນະໂຍບາຍດັ່ງກ່າວຄາດວ່າຈະສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ເສດຖະກິດໂລກ ລວມທັງ ສປປ ລາວ.

    • ເອດີບີ ຄາດຄະເນການເຕີບໂຕທາງ ເສດຖະກິດຂອງລາວ ຢູ່ໃນລະດັບປານກາງເສດຖະກິດ

      ເອດີບີ ຄາດຄະເນການເຕີບໂຕທາງ ເສດຖະກິດຂອງລາວ ຢູ່ໃນລະດັບປານກາງ

      4/9/2025 3:03:35 PM

      ຂປລ. ໃນວັນທີ 9 ເມສາ 2025 ນີ້, ຫ້ອງການທະນາຄານພັດທະນາອາຊີ ຫລື ​ເອດີ​ບີ (ADB) ປະຈຳ ສປປ ລາວ ໄດ້ລາຍງານການເຕີບໂຕ ທາງດ້ານເສດຖະກິດຂອງລາວ ໂດຍຍົກໃຫ້ເຫັນການບໍລິ ການດ້ານການຂົນສົ່ງ ແລະ ທ່ອງທ່ຽວ ຈະສືບຕໍ່ເປັນແຮງຊຸກຍູ້ ໃຫ້ການເຕີບໂຕ ທາງເສດຖະກິດລາວ, GDP ຄາດວ່າຈະເຕີບໂຕໃນລະດັບປານກາງ ໃນອັດຕາ 3,9% ໃນປີ 2025 ແລະ 4,0% ໃນປີ 2026.

    • ບໍລິສັດ ອາໄລອານສ໌ ລອນດຣີ ມີແຜນຂະຫຍາຍ 300 ສາຂາທົ່ວອາຊຽນເສດຖະກິດ

      ບໍລິສັດ ອາໄລອານສ໌ ລອນດຣີ ມີແຜນຂະຫຍາຍ 300 ສາຂາທົ່ວອາຊຽນ

      3/27/2025 10:18:00 AM

      ຂປລ. ບໍລິສັດ ອາໄລອານສ໌ ລອນດຣີ (Alliance Laundry Systems) ສົ່ງເສີມຮູບແບບ "Seed Store" ມຸ່ງໜ້າຂະຫຍາຍ 300 ສາຂາທົ່ວອາຊຽນ, ພ້ອມເປົ້າໝາຍຖືສ່ວນແບ່ງຕະຫລາດ 70% ແລະ ຕັ້ງປະເທດໄທ ໃຫ້ເປັນສູນກາງນະວັດຕະກຳຜະລິດຕະພັນໃນພາກພື້ນ. ບໍລິສັດ ອາໄລອານສ໌ ລອນດຣີ ໄດ້ເປີດເຜີຍວ່າ


Top