ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພົບປະໂອ້ລົມພະນັກງານ-ນັກຮົບ

25/03/2025 17:17
Email Print 302
KPL ຂປລ. ທ່ານ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພົບປະໂອ້ລົມພະນັກງານ-ນັກຮົບຫ້ອງສຶກສາ ໃນວັນທີ 25 ມີນາ 2025 ໂດຍມີ ທ່ານ ພັນໂທ ວິຄຳ ສັງໂຄມະລາດ ຮອງຫົວໜ້າຫ້ອງສຶກສາ, ຄະນະພັກ-ຄະນະບັນຊາ, ຄູ-ອາຈານ ແລະ ພະນັກງານ-ນັກຮົບທົ່ວຫ້ອງສຶກສາ ເຂົ້າຮ່ວມ.




ຂປລ. ທ່ານ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພົບປະໂອ້ລົມພະນັກງານ-ນັກຮົບຫ້ອງສຶກສາ ໃນວັນທີ
25 ມີນາ 2025 ໂດຍມີ ທ່ານ ພັນໂທ ວິຄຳ ສັງໂຄມະລາດ ຮອງຫົວໜ້າຫ້ອງສຶກສາ, ຄະນະພັກ-ຄະນະບັນຊາ, ຄູ-ອາຈານ ແລະ ພະນັກງານ-ນັກຮົບ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ພັນເອກ ສະແຫວງ ແດນນາມົນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ຄະນະພັກ-ຄະນະບັນຊາ, ຄູ-ອາຈານ, ພະນັກງານ-ນັກຮົບທົ່ວຫ້ອງສຶກສາ ເອົາໃຈໃສ່ຊຸກຍູ້ຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ໃຫ້ເປັນຂະບວນ ການຟົດຟື້ນ, ສຸມໃສ່ເຮັດໃຫ້ສະພາບພາຍໃນມີຄວາມສະຫງົບໜັກແໜ້ນ, ສຶກສາອົບຮົມການເມືອງ-ນໍາພາແນວຄິດ ເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຫັນເອົາກົມກອງເຂົ້າສູ່ລະບຽບແບບແຜນ ແລະ ຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກອງທັບ ໃຫ້ເຂັ້ມງວດ, ປັບປຸງໂຄງການຫລັກສູດການຮຽນ-ການສອນ ເພື່ອໃຫ້ສອດຄ່ອງກັບແຕ່ລະເປົ້າໝາຍ, ເພີ່ມທະວີຄວາມສາມັກຄີ, ມີຄວາມຕັດສິນໃຈສູງ, ຍົກສູງຄວາມຮັບຜິດຊອບຂອງຕົນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ການຮຽນ-ການສອນ ບັນລຸໄດ້ຈຸດປະສົງ ຄາດໝາຍທີ່ວາງໄວ້, ເອົາໃຈໃສ່ກໍ່ສ້າງພັກ-ພະນັກງານ ຕິດພັນກັບ ການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງ 3 ປອດ ແລະ ກອງວັດທະນະທໍາ ໃຫ້ມີຄຸນນະພາບ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ທັນສະໄໝ ບົນພື້ນຖານເຄົາລົບຫລັັກການ ລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ ແລະ ແບ່ງໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດຈະແຈ້ງ ສອດຄອງກັບສະພາບຄວາມເປັນຈິງຂອງກົມກອງ.





ພ້ອມນີ້, ໃຫ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ນຳພາແນວຄິດ ໃຫ້ພະນັກງານສະມາຊິກພັກ-ນັກຮົບ ໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ
, ເຂັ້ມແຂງທາງດ້ານການຈັດຕັ້ງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງໃຫ້ສູງຂຶ້ນກວ່າເກົ່າ, ຝຶກຝົນຫລໍ່ຫລອມຕົນເອງ ທາງດ້ານຄຸນສົມບັດສິນທຳປະຕິວັດ, ເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນ, ດຸໝັ່ນຂະຫຍັນພຽນເພີ່ມພູນຜະລິດຜົນສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ວັງດີ, ພ້ອມກັນກຳແໜ້ນ ນຳເອົາເນື້ອໃນ ແລະ ທິດຊີ້ນຳ ນຳໄປຈັດຕັ້ງຜັນຂະຫຍາຍ ຢູ່ໃນກົມກອງໃຫ້ມີຜົນສຳເລັດສູງຂຶ້ນກວ່າເກົ່າ.

ຂ່າວ: ໂອລິນ ມິ່ງມີໄຊ
KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີ ປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 ຢູ່ ສປ ຈີນການເມືອງ

      ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີ ປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 ຢູ່ ສປ ຈີນ

      3/28/2025 9:02:41 PM

      ຂປລ. ໃນວັນທີ 27 ມີນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ໃນກອງປະຊຸມເວທີປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 (Boao Forum for Asia 2025) ທີ່ແຂວງໄຮນານ, ສປ ຈີນ ທີ່ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ອາຊີ ທ່າມກາງໂລກທີ່ກຳລັງປ່ຽນແປງ: ການກ້າວໄປສູ່ຄູ່ຮ່ວມຊະຕາກຳດຽວກັນ (Asia in the changing World: Towards a shared Future)” ຕາມການເຊື້ອເຊີນຂອງເລຂາທິການໃຫຍ່ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ.

    • ລາວ-ສ ເກົາຫລີ ຫາລືດ້ານນະໂຍບາຍລະດັບສູງ ຄັ້ງທີ 6ການເມືອງ

      ລາວ-ສ ເກົາຫລີ ຫາລືດ້ານນະໂຍບາຍລະດັບສູງ ຄັ້ງທີ 6

      3/28/2025 8:50:25 PM

      ຂປລ. ກອງປະຊຸມປຶກສາຫາລືດ້ານນະໂຍບາຍລະດັບສູງ ຄັ້ງທີ 6 ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ຈັດຂຶ້ນ ໃນວັນທີ 27 ມີນາ 2025 ນີ້, ຢູ່ ກະຊວງການຕ່າງປະເທດ, ນະຄອນຫລວງເຊອູນ, ສາທາລະນະລັດ ເກົາຫລີ ໂດຍການເປັນ ປະທານຮ່ວມຂອງ ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈອງ ບຽວ ວອນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເກົາຫລີ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສ ເກົາຫລີ.

    • ນາຍົກລັດຖະມົນຕີ ຕ້ອນຮັບ ການນໍາແຂວງໄຮນານການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບ ການນໍາແຂວງໄຮນານ

      3/28/2025 8:45:14 PM

      ຂປລ. ໃນວັນທີ 27 ມີນາ 2025 ນີ້, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຟິງເຟີ່ຍ ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຮນານ ສປ ຈີນ ໃນໂອກາດເດີນທາງເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈໍາປີ 2025 ໃນລະຫວ່າງວັນທີ 26-28 ມີນາ 2025.

    • ໄຂກອງປະຊຸມ ສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ຄັ້ງທີ Iການເມືອງ

      ໄຂກອງປະຊຸມ ສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ຄັ້ງທີ I

      3/27/2025 4:56:44 PM

      ຂປລ. ກອງປະຊຸມ ສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ໄຂຂຶ້ນໃນວັນທີ 25 ມີນາ 2025 ທີ່ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ (ສນຊ) ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາຮອງປະທານ ສນຊ, ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກຳຂອງແນວລາວສ້າງຊາດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ປະກາດໃຊ້ ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການການເມືອງ

      ປະກາດໃຊ້ ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ

      3/27/2025 4:49:56 PM

      ຂປລ. ສະພາແຫ່ງຊາດ ປະກາດໃຊ້ ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ ພາຍຫລັງໄດ້ພິຈາລະນາຢ່າງຖີ່ຖ້ວນ ເລິກເຊິ່ງ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານມາ ພ້ອມທັງລົງຄະແນນສຽງຮັັບຮອງເອົາລັດຖະທຳມະນູນ ສະບັບດັ່ງກ່າວ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະດຳລັດ ສະບັບເລກທີ 037/ປປທ ລົງວັນທີ 22 ມີນາ 2025 ກ່ຽວກັບການປະກາດໃຊ້ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ.


Top