ສສ ຫວຽດນາມ-ການາດາ ລົງນາມການຮ່ວມມືໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ

28/03/2025 16:51
Email Print 635
KPL ສສ ຫວຽດນາມ ແລະ ການາດາ ໄດ້ລົງນາມ ເນື້ອໃນ ການຮ່ວມມື ໄລຍະ 2025–2026 ໃນຂົງເຂດ ຮັກສາ ສັນຕິພາບ ສະຫະ ປະຊາຊາດ ເພື່ອແນໃສ່ ຫັນບົດບັນທຶກ ຊ່ວຍຈຳ ກ່ຽວກັບ ການຮ່ວມມື ຮັກສາ ສັນຕິພາບ ສະຫະ ປະຊາຊາດ ທີ່ 2 ຝ່າຍ ໄດ້ລົງນາມ ໃນປີ 2023 ໃຫ້ປະກົດ ຜົນເປັນຈິງ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ສສ ຫວຽດນາມ ແລະ ການາດາ ໄດ້ລົງນາມ ເນື້ອໃນ ການຮ່ວມມື ໄລຍະ 2025–2026 ໃນຂົງເຂດ ຮັກສາ ສັນຕິພາບ ສະຫະ ປະຊາຊາດ ເພື່ອແນໃສ່ ຫັນບົດບັນທຶກ ຊ່ວຍຈຳ ກ່ຽວກັບ ການຮ່ວມມື ຮັກສາ ສັນຕິພາບ ສະຫະ ປະຊາຊາດ ທີ່ 2 ຝ່າຍ ໄດ້ລົງນາມ ໃນປີ 2023 ໃຫ້ປະກົດ ຜົນເປັນຈິງ, ພ້ອມກັນນັ້ນ ກໍ່ສະແດງ ໃຫ້ເຫັນ ຄວາມຕັດສິນໃຈ ຊຸກຍູ້ ການພົວພັນ ການຕ່າງປະເທດ ດ້ານປ້ອງກັນຊາດ ຫວຽດນາມ -ການາດາ ທີ່ໄດ້ເປັນເອກະພາບ ທີ່ການສົນທະນາ ນະໂຍບາຍ ປ້ອງກັນຊາດ ຫວຽດນາມ-ການາດາ ທີ່ຈັດຂຶ້ນຢູ່ ສສ ຫວຽດນາມ ໃນເດືອນ ກຸມພາ ຜ່ານມາ. ສຳລັບ ເນື້ອໃນການຮ່ວມມື 2025 –2026 ສຸມໃສ່ 3 ເນື້ອໃນ ລວມມີ: ການແລກປ່ຽນ ຄະນະຜູ້ແທນທຸກຂັ້ນ; ການຮ່ວມມື ດ້ານຝຶກອົບຮົມ, ບຳລຸງສ້າງ; ອຸປະຖຳ ເຄື່ອງອຸປະກອນຂອງ ການາດາ ແນໃສ່ຊ່ວຍຍົກສູງ ກຳລັງ ວຽກງານ ຝຶກອົບຮົມຂອງ ສສ ຫວຽດນາມ, ກໍຄື ຄວາມສາມາດ ດ້ານວິຊາສະເພາະ ຂອງກອງທັບປະຊາຊົນ ຫວຽດນາມ ໃນຂົງເຂດຮັກສາ ສັນຕິພາບ ສະຫະ ປະຊາຊາດ.ການຮ່ວມມືຄັ້ງນີ້ ແມ່ນຂອບເຂດ ການຢ້ຽມຢາມ ແລະ ເຮັດວຽກຢູ່ ການາດາ ຂອງ ທ່ານ ພົນຈັດຕະວາ ຟ້າມແມ້ງທັງ, ຫົວໜ້າກົມ ຮັກສາ ສັນຕິພາບ ຫວຽດນາມ, (ກະຊວງປ້ອງກັນປະເທດ ຫວຽດນາມ) ແລະ ພົບປະກັບ ທ່ານ ພົນຈັດຕະວາ ຄາໂຣ ພອດວິນ(Carol Potvin), ຮອງຫົວໜ້າກົມ ນະໂຍບາຍ ປ້ອງກັນຊາດໄຫລ່ທະວີບ (ກະຊວງປ້ອງກັນປະເທດ ກາດານາ) ເມື່ອບໍ່ດົນມານີ້.ຈາກນັ້ນ ທ່ານ ພົນຈັດຕະວາ Carol Potvin, ຢືນຢັນວ່າ:ສັນຕິພາບ ແມ່ນໜຶ່ງ ໃນບັນດາການເຄື່ອນໄຫວ ບຸລິມະສິດຂອງ ສສຫວຽດນາມ ແລະ ສືບຕໍ່ໜູນຊ່ວຍ, ຮ່ວມມືກັບ ສສ ຫວຽດນາມ ໃນຂົງເຂດນີ້. ສຳລັບ ບັນດາການເຄື່ອນໄຫວ ຮັກສາ ສັນຕິພາບ ສະຫະ ປະຊາຊາດ. ນັບແຕ່ປີ 2014, ສສ ຫວຽດນາມ ໄດ້ຜັນຂະຫຍາຍ ທະຫານ ຫລາຍກວ່າ 1.000 ເທື່ອຄົນ ຢູ່ໃນຫລາຍໜ້າທີ່ ແຕກຕ່າງກັນ, ໃນນັ້ນ ອັດຕາແມ່ຍິງ ກວມເອົາ 20%./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top