ກຽມເປີດສັບປະດາແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ ຢູ່ແຂວງສະຫວັນນະເຂດ

28/03/2025 20:38
Email Print 793
KPL ຂປລ. ຄະນະ​ກໍາມະການ​ແຫ່ງ​ຊາດ​ ດ້ານ​ຄວາມ​ປອດ​ໄພ​ທາງ​ຫລວງ (ຄຊປທ) ກຽມຈັດງານ ສັບປະດາ ແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ປະຈຳປີ 2025 ພາຍໃຕ້ຄໍາຂວັນ “ຖະໜົນເພື່ອຊີວິດ #ຂັບລົດຊ້າ, ຊີວິດຍືນຍາວ” ໃນວັນທີ 5 ເມສາ 2025 ຢູ່ແຂວງສະຫວັນນະເຂດ, ພາຍໃນງານຈະມີຫລາຍກິດຈະກໍາ ເປັນຕົ້ນ ຂະບວນຍ່າງ,​ ໂຕ້ວາທີ, ສະແດງລະຄອນ ແລະ ຮ້ານວາງສະແດງສິນຄ້າ ແລະ ອຸປະກອນກ່ຽວກັບຄວາມປອດໄພທາງຫລວງ.

ຂປລ. ຄະນະ​ກໍາມະການ​ແຫ່ງ​ຊາດ​ ດ້ານ​ຄວາມ​ປອດ​ໄພ​ທາງ​ຫລວງ (ຄຊປທ) ກຽມຈັດງານ ສັບປະດາ ແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ປະຈຳປີ 2025 ພາຍໃຕ້ຄໍາຂວັນ “ຖະໜົນເພື່ອຊີວິດ #ຂັບລົດຊ້າ, ຊີວິດຍືນຍາວໃນວັນທີ 5 ເມສາ 2025  ຢູ່ແຂວງສະຫວັນນະເຂດ, ພາຍໃນງານຈະມີຫລາຍກິດຈະກໍາ ເປັນຕົ້ນ ຂະບວນຍ່າງ,​ ໂຕ້ວາທີ, ສະແດງລະຄອນ ແລະ ຮ້ານວາງສະແດງສິນຄ້າ ແລະ ອຸປະກອນກ່ຽວກັບຄວາມປອດໄພທາງຫລວງ.

ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ, ທັງເປັນ​ຫົວໜ້າ​ກອງ​ເລຂາຄະນະ​ກໍາມະການ​ແຫ່ງ​ຊາດ​ ດ້ານ​ຄວາມ​ປອດ​ໄພ​ທາງ​ຫລວງ (ຄຊປທ) ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຖະແຫລງຂ່າວໃນວັນທີ 28 ມີນາ 2025 ວ່າ:  ແຕ່ລະປີທົ່ວໂລກມີຜູ້ເສຍຊີວິດ ຈາກອຸບັດເຫດທາງຫລວງ 1,2 ລ້ານຄົນ, ບາດເຈັບ 50 ລ້ານຄົນ ແລະ ມູນຄ່າເສຍຫາຍ ຫລາຍກວ່າ 500 ຕື້ໂດລາສະຫະລັດ. ສຳລັບ ສປປ ລາວ ຕົວເລກຜູ້ເສຍຊີວິດແມ່ນສະເລ່ຍ 1.000 ຄົນ ຕໍ່ປີ, ສົ່ງຜົນເສຍຫາຍທາງດ້ານເສດຖະກິດ-ສັງຄົມ ຕົກເປັນເງິນ 175 ລ້ານໂດລາສະຫະລັດຕໍ່ປີ. ໃນນີ້, ຍັງບໍ່ທັນລວມການເສຍຫາຍ ດ້ານຊັບສິນ, ຜູ້ບາດເຈັບ ແລະ ຜູ້ພິການ ເຊິ່ງຜູ້ເສຍຊີວິດ 80% ແມ່ນຊາວໜຸ່ມ, ໄວໜຸ່ມ, ນັກຮຽນ-ນັກສຶກສາ ແລະ ເປັນຜູ້ທີ່ສາມາດອອກແຮງງານໄດ້.  ສາເຫດທີ່ພາໃຫ້ເກີດອຸບັດເຫດ ແມ່ນຂັບຂີ່ລົດໄວເກີນກຳນົດ, ເມົາແລ້ວຂັບ, ປ່ຽນທິດທາງ, ບໍ່ປ່ອຍສິດ, ຊີງ-ແຊງບໍ່ຮັບປະກັນ, ພາຫະນະບໍ່ປອດໄພ ແລະ ບໍ່ປະຕິ ບັດກົດຈະລາຈອນ.

ດັ່ງນັ້ນ, ລັດຖະບານ ໄດ້ວາງຍຸດທະສາດແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ແຕ່ປີ 2021-2030 ປະກອບດ້ວຍ 5 ເສົາຄ້ຳ ຄື: ເສົາຄ້ຳທີ 1 ໂຄງລ່າງຄົມະນາຄົມ-ຂົນສົ່ງ ຫລື ເສັ້ນທາງ ຖະໜົນທີ່ປອດໄພ; ເສົາຄ້ຳທີ 2 ພາຫະນະປອດໄພ; ເສົາຄ້ຳທີ 3 ຄົນໃຊ້ລົດໃຊ້ຖະໜົນປອດໄພ; ເສົາຄ້ຳທີ 4 ການຄຸ້ມຄອງຄວາມປອດໄພ ແລະ ເສົາຄ້ຳທີ 5 ການຊ່ວຍເຫລືອ ຫລັງເກີດອຸ​ເຫດເຫດ. ການຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ແມ່ນໜຶ່ງໃນກິດຈະກຳສຳຄັນ ພາຍໃຕ້ເສົາຄ້ຳ ທີ 4 ການຄຸ້ມຄອງຄວາມປອດໄພ ເປັນການປູກຈິດສຳນຶກ ໂຄສະນາ ເຜີຍແຜ່ທີ່ສຳຄັນ ແລະ ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕ້ອງຈັດ ອາທິດທີ 1 ຂອງເດືອນ 4 ເມສາ ທຸກໆປີ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ


Top