ນາຍົກລັດຖະມົນຕີ ຕ້ອນຮັບ ການນໍາແຂວງໄຮນານ

28/03/2025 20:45
Email Print 647
KPL ຂປລ. ໃນວັນທີ 27 ມີນາ 2025 ນີ້, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຟິງເຟີ່ຍ ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຮນານ ສປ ຈີນ ໃນໂອກາດເດີນທາງເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈໍາປີ 2025 ໃນລະຫວ່າງວັນທີ 26-28 ມີນາ 2025.

ຂປລ. ໃນວັນທີ 27 ມີນາ 2025 ນີ້, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຟິງເຟີ່ຍ ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຮນານ ສປ ຈີນ ໃນໂອກາດເດີນທາງເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈໍາປີ 2025 ໃນລະຫວ່າງວັນທີ 26-28 ມີນາ 2025.

ໂອກາດດັ່ງກ່າວ, ສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ-ຈີນ-ລາວ ທີ່ໄດ້ຮັບການເສີມຂະຫຍາຍດ້ວຍມາດຕະຖານ, ຄຸນນະພາບ ແລະ ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ສະແດງອອກ ໃນການແລກປ່ຽນການຢ້ຽມຢາມ ແລະ ການພົບປະຂອງຄະນະຜູ້ແທນ ຂັ້ນສູງຂອງສອງປະເທດ ນັບແຕ່ສູນກາງຮອດທ້ອງຖິ່ນ ໄດ້ດໍາເນີນໄປຢ່າງເປັນປົກກະຕິ ແລະ ເພີ່ມຂຶ້ນ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ກໍຄື ການຈັດຕັ້ງປະຕິບັດໂຄງການຮ່ວມມືຕ່າງໆ ລະຫວ່າງສອງປະເທດ ໄດ້ມີຄວາມຄືບໜ້າ ແລະ ຂະຫຍາຍຕົວຢ່າງໜ້າເພິ່ງພໍໃຈ, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດ ໂດຍສະເພາະ ລະຫວ່າງ ສປປ ລາວ ແລະ ແຂວງໄຮນານ ໄດ້ຮັບການອໍານວຍຄວາມສະດວກຍິ່ງຂຶ້ນ ແລະ ເພີ່ມຂຶ້ນເປັນແຕ່ລະໄລຍະ ນັບຕັ້ງແຕ່ມີສາຍການບິນໂດຍກົງ ລະຫວ່າງ ນະຄອນຫລວງວຽງຈັນ-ໄຮໂຄ-ນະ ຄອນຫລວງວຽງຈັນ (6 ຖ້ຽວຕໍ່ອາທິດ) ແລະ ຫລວງພະບາງ-ໄຮໂຄ-ຫລວງພະບາງ (1 ຖ້ຽວຕໍ່ອາທິດ) ເຊິ່ງແຕ່ປີ 2022-2024 ມູນຄ່າການຄ້າສອງຝ່າຍບັນລຸ 900 ລ້ານຢວນ. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ເຫັນດີຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມື ລະຫວ່າງບັນດາຂະແໜງການ, ພ້ອມກັນຂຸດຄົ້ນບັນດາທ່າແຮງບົ່ມຊ້ອນ ໂດຍການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເພື່ອຊຸກຍູ້ການເຊື່ອມໂຍງເຊື່ອມຈອດ ໃນຫລາຍຮູບແບບ ແລະ ຫລາຍຊ່ອງທາງກວ່າເກົ່າ ໂດຍສະເພາະ ການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ແຂວງໄຮນານ ກັບ ແຂວງແຮກສ່ຽວຂອງ ສປປ ລາວ ເປັນຕົ້ນ ແຂວງຫລວງພະບາງ ແລະ ແຂວງອື່ນໆ ກໍຄື ການສົ່ງເສີມການເຊື່ອມໂຍງເຊື່ອມຈອດ ລະຫວ່າງ ທ່າເຮືອນໍ້າເລິກຂອງແຂວງໄຮນານ ກັບ ທ່າບົກຂອງ ສປປ ລາວ, ພ້ອມທັງຊຸກຍູ້ສົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ, ການກໍ່ສ້າງຊັບພະຍາກອນມະນຸດ, ການກະສິກໍາ, ການທ່ອງທ່ຽວ ແລະ ດ້ານອື່ນໆ ເພື່ອນໍາເອົາໝາກຜົນຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ນັບຫລາຍຂຶ້ນ.

ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດຶ່ມຖານສະຫາຍອ້າຍນ້ອງ, ພ້ອມທັງໄດ້ຕາງໜ້າພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ພັກ-ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ໂດຍສະເພາະ ການນໍາຂອງແຂວງໄຮນານ ຕໍ່ການສະໜັບສະໜູນ, ຊ່ວຍເຫລືອອັນລໍ້າຄ່າ ແລະ ມີຜົນປະໂຫຍດຫລາຍດ້ານ ໃຫ້ແກ່ ສປປ ລາວ.

ສະຫາຍ ເຟິງເຟີ່ຍ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຮນານ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈໍາປີ 2025 ທີ່ ແຂວງໄຮນານ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນຊຸກຍູ້ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໂດຍສະເພາະ ລະຫວ່າງ ແຂວງໄຮນານ ແລະ ສປປ ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ


Top