ມຽນມາ ປະກາດສະຖານະການສຸກເສີນຈາກແຜ່ນດິນໄຫວ 7,7 ລິກເຕີ

28/03/2025 18:48
Email Print 577
KPL ລັດຖະບານ ມຽນມາ ປະກາດ ສະຖານະການ ສຸກເສີນ ຫລາຍພື້ນທີ່ ໃນວັນທີ28 ມີນານີ້, ຫລັງຈາກ ເກີດແຜ່ນດິນໄຫວ ຂະໜາດ 7,7 ລິກເຕີ ສ້າງຄວາມເສຍຫາຍ ເປັນບໍລິເວນກວ້າງ. ໃນເບື້ອງຕົ້ນ ພົບຜູ້ເສຍຊີວິດ 3ຄົນ ແລະ ບາດເຈັບອີກ 20ຄົນ

ຂປລ.ຕາມຂ່າວຈາກ ມັນທະເລຍ. ລັດຖະບານ ມຽນມາ ປະກາດ ສະຖານະການ ສຸກເສີນ ຫລາຍພື້ນທີ່ ໃນວັນທີ28 ມີນານີ້, ຫລັງຈາກ ເກີດແຜ່ນດິນໄຫວ ຂະໜາດ 7,7 ລິກເຕີ ສ້າງຄວາມເສຍຫາຍ ເປັນບໍລິເວນກວ້າງ. ໃນເບື້ອງຕົ້ນ ພົບຜູ້ເສຍຊີວິດ 3ຄົນ ແລະ ບາດເຈັບອີກ 20ຄົນ ຊຶ່ງຈຸດເກີດ ແຜ່ນດິນໄຫວ ມີຄວາມເລິກ 10 ກິໂລແມັດ ແລະ ເກີດແຮງສັ່ນສະເທືອ ຕາມມາອີກ ຫລາຍຄັ້ງ ຊຶ່ງສູນກາງ ຂອງແຜ່ນດິນໄຫວ ຢູ່ຫ່າງຈາກ ເມືອງມັນທະເລຍ ປະມານ 17,2 ກິໂລແມັດ ຊຶ່ງເປັນເມືອງ ທີ່ມີປະຊາກອນ ປະມານ 1,5 ລ້ານຄົນ ສົ່ງຜົນໃຫ້ອາຄານ ແລະ ເຮືອນປະຊາຊົນ ຫລາຍແຫ່ງ ໄດ້ຮັບຄວາມເສຍຫາຍຢ່າງໜັກ.

ຂະນະທີ່ ປະເທດໄທ ກໍ່ໄດ້ຮັບຜົນກະທົບ ຈາກແຜນດິນໄຫວ ຄັ້ງນີ້ ເຊັ່ນກັນ ຫລັງຈາກ ອາຄານ ສຳນັກງານ ກວດສອບການເງິນຂອງ ລັດຖະບານ ແຫ່ງໃໝ່ ຢູ່ຖະໜົນ ກຳແພງເພັດ 2 ແຂວງ ແລະ ເຂດຈະຕຸຈັກ ບາງກອກ ຊຶ່ງເປັນອາຄານສູງ ຫລາຍຊັ້ນ ຖະຫລົ່ມລົງມາ ຂະນະທີ່ ມີກຳມະກອນກໍ່ສ້າງ ປະມານ 407ຄົນ ພວມເຮັດວຽກ ຢູ່ໃນອາຄານ ແລະ ຕິດຕໍ່ຫາບໍ່ໄດ້ ປະມານ 93ຄົນ. ໃນເບື້ອງຕົ້ນ ມີລາຍງານ ພົບຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບ ອີກຈຳນວນໜຶ່ງ ໄດ້ນຳສົ່ງ ໄປໂຮງໝໍແລ້ວ ແຕ່ຕົວເລກ ຂອງຜູ້ເສຍຊີວິດ ອາດສູງຂຶ້ນອີກ ເນື່ອງຈາກ ໜ່ວຍງານຕ່າງໆ ພວມລະດົມກຳລັງ ໃຫ້ການຊ່ວຍເຫລືອ ຜູ້ເຄາະຮ້າຍ ໃນຄັ້ງນີ້ ຢ່າງຮີບດ່ວນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top