ສິງກະໂປ ຢຶດຢາສູບໄຟຟ້າ ດ້ວຍມູນຄ່າຫລາຍກວ່າ 200.000 ໂດລາ ສິງກະໂປ

25/03/2025 17:07
Email Print 312
KPL ໜ່ວຍງານວິທະຍາສາດ ສຸຂະພາບ ແລະ ໜ່ວຍງານກວດຄົນ ເຂົ້າເມືອງ ແລະ ຈຸດກວດຂອງ ສິງກະໂປ ສາມາດຢຶດຢາສູບໄຟຟ້າ ດ້ວຍມູນຄ່າຫລາຍກວ່າ 200.000 ໂດລາສິງກະໂປ ເພືື່ອຈຳໜ່າຍ ພາຍໃນປະເທດ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ ລາຍງານ ຈາກປະເທດ ສິງກະໂປ ເມື່ອວັນທີ 25 ມີນາ,  ໜ່ວຍງານວິທະຍາສາດ ສຸຂະພາບ ແລະ ໜ່ວຍງານກວດຄົນ ເຂົ້າເມືອງ ແລະ ຈຸດກວດຂອງ ສິງກະໂປ ສາມາດຢຶດຢາສູບໄຟຟ້າ ດ້ວຍມູນຄ່າຫລາຍກວ່າ 200.000 ໂດລາສິງກະໂປ ເພືື່ອຈຳໜ່າຍ ພາຍໃນປະເທດ. ໂດຍເຈົ້າໜ້າທີ່ ດັ່ງກ່າວ ໄດ້ເຄື່ອນໄຫວ ປະຕິບັດການ 2 ຄັ້ງຄື:  ເມື່ອວັນທີ 28 ກຸມພາ ທີ່ຜ່ານມາ ໂດຍກວດພົບ ຢາສູບໄຟຟ້າ ປະມານ 5.000 ອັນ ໃນສາງເຄື່ອງແຫ່ງໜຶ່ງ ໃນເຂດຊຸນເກະ ຄາດຸດ ທາງພາກເໜືອຂອງ ສິງກະໂປ ພ້ອມທັງ ຈັບກຸມ ຜູ້ຕ້ອງສົງໄສ 2 ຄົນ ແຕ່ຍັງບໍ່ມີການ ເປີດເຜີຍສັນຊາດ.

ສ່ວນຄັ້ງທີ 2 ເມື່ອວັນທີ 1 ມີນາຜ່ານມາ ເຈົ້າໜ້າທີ່ ສຳນັກງານ ກວດຄົນເຂົ້າເມືອງ ໂດຍສະເພາະ ດ່ານ ກວດຄົນເຂົ້າເມືອງ ທູອັສ ກວດພົບ ລົດບັນທຸກຄັນໜຶ່ງ ມີຢາສູບໄຟຟ້າ ປະມານ 4.800 ອັນ.​ ດັ່ງນັ້ນຈຶ່ງຄວບຄຸມຕົວຜູ້ຕ້ອງສົງໄສ ເພື່ອດຳເນີນການ ສືບສວນສອບສວນ ຄະດີດັ່ງກ່າວ. ໃນຂະນະທີ່ ສິງກະໂປ ຫ້າມການນໍາເຂົ້າ, ຈຳໜ່າຍ, ແຈກຢາຍ, ຄອບຄອງ ໃຊ້ ແລະ ຊື້ຢາສູບໄຟຟ້າ, ເຄື່ອງພົ່ນໄອ ແລະ ຜະລິດຕະພັນ ລອກຮຽນແບບ ຢາສູບອື່ນໆ ຢ່າງເຂັ້ມງວດ ເພື່ອປົກປ້ອງສຸຂະພາບ ຂອງ ປະຊາຊົນ ໃນປະເທດ. /

 

KPL

ຂ່າວອື່ນໆ


Top