ສປ ຈີນ ຈະເປີດກວ້າງຂອບເຂດປະເທດທີ່ຍົກເວັ້ນວີຊາແຕ່ຝ່າຍດຽວຢ່າງເປັນລະບຽບ

28/03/2025 16:49
Email Print 491
KPL ຫ້ອງ​ວ່າ​ການ​ ລັດ​ຖະ​ບານ​ຈີນ​ ໄດ້​ເຜີຍ​ແຜ່ “ຫລາຍມາດ​ຕະ​ການ​ ກ່ຽວ​ກັບ​ ການ​ສະ​ໜັບ ​ສະ​ໜູນ ການກໍ່​ສ້າງ​ ຕົວ​ເມືອງ​ໃຈ​ກາງ​​ ດ້ານການ​ບໍ​ລິ​ໂພກ​ ສາ​ກົນ” ຂອງກະ​ຊວງ​ ການ​ຄ້າ​ຈີນ ໂດຍ​ມີ​ເນື້ອ​ໃນ​ ຢ່າງ​ຈະ​ແຈ້ງວ່າ: ຈະນຳ​ໃຊ້ ​ມາດ​ຕະ​ການ​ຕ່າງໆ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ຫ້ອງ​ວ່າ​ການ​ ລັດ​ຖະ​ບານ​ຈີນ​ ໄດ້​ເຜີຍ​ແຜ່ຫລາຍມາດ​ຕະ​ການ​ ກ່ຽວ​ກັບ​ ການ​ສະ​ໜັບ ​ສະ​ໜູນ ການກໍ່​ສ້າງ​ ຕົວ​ເມືອງ​ໃຈ​ກາງ​​ ດ້ານການ​ບໍ​ລິ​ໂພກ​ ສາ​ກົນ” ຂອງກະ​ຊວງ​ ການ​ຄ້າ​ຈີນ ໂດຍ​ມີ​ເນື້ອ​ໃນ​ ຢ່າງ​ຈະ​ແຈ້ງວ່າ: ຈະນຳ​ໃຊ້ ​ມາດ​ຕະ​ການ​ຕ່າງໆ ເປັນ​ຕົ້ນ: ການປັບ​ປຸງ​ ນະ​ໂຍ​ບາຍ​ ເຂົ້າເມືອງ ​ແລະ ​ສະ​ພາບ​ ແວດ​ລ້ອມ​ ການ​ບໍ​ລິ​ໂພກ​ ໃຫ້​ດີ​ຂຶ້ນ, ເລັ່ງ​ການກໍ່​ສ້າງ​ຕົວ​ເມືອງ​ໃຈ​ກາງ ​​ດ້ານການ​ບໍ​ລິ​ໂພກ ​ສາ​ກົນ ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ ​ການ​ບໍ​ລິ​ໂພກ ​ທີ່​ມີສະ​ເໜ່ ​ດຶງ​ດູດ​ໃຈ ​ຂອງ​ໂລກ.ສປ ຈີນ ​ຈະ​ເປີດກວ້າງ ​ຂອບ​ເຂດ​ ປະ​ເທດ ​ທີ່​ຍົກ​ເວັ້ນ​​ວີ​ຊາ​ ແຕ່​ຝ່າຍ​ດຽວ ​ຢ່າງ​ເປັນ​ລະ​ບຽບ, ຍົກ​ສູງ​ ປະ​ສິດ​ທິ​ພາບ ຂອງ​ນະ​ໂຍ​ບາຍ ​ຍົກ​ເວັ້ນ​ວີ​ຊາ ​ສຳ​ລັບ ​ຄົນ​ຕ່າງ​ປະ​ເທດ ຜ່ານ​ດ່ານ, ພ້ອມ​ທັ​ງ​ ປັບ​ປຸງ​ ການ​ປະ​ກອບ ​ເອ​ກະ​ສານ ​ເຂົ້າ​ເມືອງ​ ຂອງ​ຄົນ​ຕ່າງ​ປະ​ເທດ​ ໃຫ້​ດີ​ຂຶ້ນ, ສຸມ​ໃສ່​ປັບ​ປຸງ ​ລະ​ບົບ​ການ​ຊຳ​ລະ​ເງິນ ​ດ້ວຍຫລາຍ​ຮູບ​ແບບ​ ໃຫ້​ສົມ​ບູນ​ຂຶ້ນ, ສະ​ໜັບ​ສະ​ໜູນ ​ການ​ນຳ​ໃຊ້​ກະ​ເປົາ​ເງິນ ​ເອ​ເລັກ​ໂຕ​ຣ​ນິກ ​ຕ່າງ​ປະ​ເທດ ​ຢູ່​ພາຍ​ໃນ​ປະ​ເທດ​ຈີນ ​ໂດຍ​ມີ​ເປົ້າ​ໝາຍ​ ເພື່ອເພີ່ມ​ທະ​ວີ ​ການ​ບໍ​ລິ​ໂພກ​ ໂດຍ​ຜ່ານ ​ການ​ເປີດກວ້າງ ​ການ​ເປີດ​ປະ​ຕູ​ ສູ່​ພາຍນອກ​ໃນ​ ລະ​ດັບ​ສູງ ເພື່ອ​ເປັນ​ການ​ຄ້ຳປະ​ກັນ​ ໃຫ້​ແກ່ ​ການ​ເປີດກວ້າງ ​ຄວາມ​ຕ້ອງ​ການ ​ພາຍ​ໃນ ແລະ ການ​ຈັດ​ສັນ​ ຊັບ​ພະ​ຍາ​ກອນ​ສາ​ກົນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top