ອັດຕະປື ເອົາໃຈໃສ່ສ້າງເມືອງ ແລະ ສ້າງບ້ານໃຫ້ພົ້ນທຸກ

11/02/2025 10:18
Email Print 161
KPL ນັບວ່າເປັນຜົນງານອັນພົ້ນເດັ່ນໜຶ່ງ ຂອງອໍານາດການປົກຄອງ ແຂວງອັດຕະປື ທີ່ໄດ້ເອົາໃຈໃສ່ສຸມທຸກເງື່ອນໄຂສ້າງສາພັດທະນາ ບ້ານເມືອງພາຍໃນ ໂດຍສະເພາະແມ່ນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເຊິ່ງໃນໄລຍະໜຶ່ງປີມານີ້ ສາມາດສ້າງເມືອງພົ້ນທຸກໄດ້ 1 ເມືອງ.

   *ນັບວ່າເປັນຜົນງານອັນພົ້ນເດັ່ນໜຶ່ງ ຂອງອໍານາດການປົກຄອງ ແຂວງອັດຕະປື ທີ່ໄດ້ເອົາໃຈໃສ່ສຸມທຸກເງື່ອນໄຂສ້າງສາພັດທະນາ ບ້ານເມືອງພາຍໃນ ໂດຍສະເພາະແມ່ນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເຊິ່ງໃນໄລຍະໜຶ່ງປີມານີ້ ສາມາດສ້າງເມືອງພົ້ນທຸກໄດ້ 1 ເມືອງ (ເມືອງສະໜາມໄຊ), ສ້າງບ້ານພົ້ນທຸກໄດ້ 16 ບ້ານ, ຄອບຄົວພົ້ນທຸກໄດ້ກວ່າ 3.400 ຄອບຄົວ, ບ້ານພັດທະນາໄດ້ 24 ບ້ານ, ຄອບຄົວພັດທະນາ ໄດ້ 5.200 ກວ່າຄອບຄົວ ແລະ ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍ ໃນຊົນນະບົດໄດ້ 1 ບ້ານ (ບ້ານ ຊະແຄະ).

    ຕາມການລາຍງານຂອງ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II ມໍ່ໆນີວ່າ: ໃນປີ 2024 ຜ່ານມາ ແຂວງອັດຕະປື ໄດ້ສຸມໃສ່ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໂດຍມີ 5 ຄາດໝາຍ. ໃນນີ້,  ແຜນສ້າງເມືອງພົ້ນທຸກ 1 ເມືອງ, ປະຕິບັດໄດ້ 1 ເມືອງ, ບ້ານພົ້ນທຸກແຜນການ 17 ບ້ານ, ປະຕິບັດໄດ້ 16 ບ້ານ, ຄອບຄົວພົ້ນທຸກແຜນການ 3.760 ກວ່າຄອບຄົວ, ປະຕິບັດໄດ້ 3.400 ກວ່າຄອບຄົວ, ບ້ານ ພັດທະນາແຜນການ 25 ບ້ານ, ປະຕິບັດ ໄດ້ 24 ບ້ານ, ຄອບຄົວພັດທະນາແຜນການ 5.440 ກວ່າຄອບຄົວ, ປະຕິບັດໄດ້ 5.200 ກວ່າຄອບຄົວ ແລະ ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດແຜນການ 3 ບ້ານ, ສ້າງໄດ້ 1 ບ້ານ  (ບ້ານຊະແຄະ). ແນວໃດກໍ່ດີສຳລັບປີ 2025 ນີ້, ຄະນະພັກ, ອໍານາດການປົກຄອງແຂວງອັດຕະປືຈະສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ວຽກງານ 3 ສ້າງ ໃຫ້ເຂົ້າສູ່ລວງເລິກ ໂດຍເລັ່ງໃສ່ພັດທະນາເຂດຈຸດສຸມຂອງລັດຖະບານ ແລະ ທ້ອງຖິ່ນ ດ້ວຍການສະໜອງພື້ນຖານໂຄງລ່າງ, ວິຊາການເຕັກນິກທີ່ຈໍາເປັນ ເພື່ອຊຸກຍູ້ການຜະລິດຕິດພັນກັບການປຸງແຕ່ງ ແລະ ການຕະຫລາດ, ສູ້ຊົນສ້າງຄອບຄົວພົ້ນທຸກທົ່ວແຂວງ ໃຫ້ໄດ້ 1.700 ກວ່າຄອບຄົວ, ໃນນີ້ ເມືອງໄຊເສດຖາໃຫ້ໄດ້ 550 ກວ່າຄອບຄົວ, ເມືອງສາມັກຄີໄຊ 330 ກວ່າຄອບຄົວ, ເມືອງສະໜາມໄຊ 500 ຄອບຄົວ, ເມືອງຊານໄຊ 150 ຄອບຄົວ ແລະ ເມືອງພູວົງ ໃຫ້ໄດ້ 200 ຄອບຄົວ, ສ້າງເມືອງພົ້ນທຸກໃຫ້ໄດ້ 1 ເມືອງ, ບ້ານພົ້ນທຸກໃຫ້ໄດ້ 14 ບ້ານ,  ບ້ານພັດທະນາໃຫ້ໄດ້ 21 ບ້ານ, ຄອບຄົວພັດທະນາ ໃຫ້ໄດ້ 2.960 ກວ່າຄອບຄົວ ແລະ ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ 3 ບ້ານ. ພ້ອມທັງສືບຕໍ່ຊຸກຍູ້ພາກເອກະຊົນ ແລະ ທຸກພາກສ່ວນຂອງສັງຄົມ ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ແຂງແຮງກວ່າເກົ່າ.

ໂດຍ: ເຂົ້າຈານນໍ້າ

KPL

ຂ່າວອື່ນໆ


Top