ເປີດງານສົ່ງເສີມການທ່ອງທ່ຽວພາຍໃນ ຢູ່ ນວ

01/07/2024 13:18
Email Print 329
KPL ຂປລ. ໃນລະຫວ່າງວັນທີ 28-30 ມິຖຸນາ 2024 ຜ່ານມາ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະມາຄົມທຸລະກິດທ່ອງທ່ຽວລາວ, ສູນການຄ້າວຽງຈັນເຊັນເຕີ ແລະ ບໍລິສັດ ການບິນລາວ ຈັດງານສົ່ງເສີມການທ່ອງທ່ຽວພາຍໃນ ພາຍໃຕ້ຫົວຂໍ້ “Let' Travel ບິນ ກິນ ທ່ຽວ ຄົບຈົບໃນງານດຽວ” ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ(ນວ)



ຂປລ. ໃນລະຫວ່າງວັນທີ 28-30 ມິຖຸນາ 2024 ຜ່ານມາ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະມາຄົມທຸລະກິດທ່ອງທ່ຽວລາວ, ສູນການຄ້າວຽງຈັນເຊັນເຕີ ແລະ ບໍລິສັດ ການບິນລາວ ຈັດງານສົ່ງເສີມ ການທ່ອງທ່ຽວພາຍໃນ ພາຍໃຕ້ຫົວຂໍ້ “Let' Travel ບິນ ກິນ ທ່ຽວ ຄົບຈົບໃນງານດຽວ” ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ (ນວ) ໂດຍມີ ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີຮອງປະທານສະມາຄົມ ທຸລະກິດທ່ອງທ່ຽວລາວ ແລະ ຜູ້ຊ່ວຍອໍານວຍການ ສູນການຄ້າວຽງຈັນເຊັນເຕີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ງານສົ່ງເສີມການທ່ອງທ່ຽວພາຍໃນ ພາຍໃຕ້ຊື່ງານ “Let' Travel ບິນ ກິນ ທ່ຽວ ຄົບຈົບໃນງານດຽວ“ ຖືເປັນການຮ່ວມຈັດງານສົ່ງເສີມ ການທ່ອງທ່ຽວລາວ ເປັນຄັ້ງທີ 4 ແນໃສ່ ສົ່ງເສີມພາກຫົວໜ່ວຍທຸລະກິດ ການທ່ອງທ່ຽວ ແລະ ທຸລະກິດທ້ອງຖິ່ນ ພາຍໃນປະເທດ ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ເພື່ອຊຸກຍູ້ສົ່ງເສີມ ປີທ່ອງທ່ຽວລາວ 2024 ໃຫ້ມີບັນຍາກາດອັນຄຶກຄື້ນ ແນໃສ່ດຶງດູດ ເອົານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ສປປ ລາວ ໃຫ້ຫລາຍຂຶ້ນ, ທັງເປັນການ ດຶງເອົານັກທ່ອງທ່ຽວພາຍໃນ ສປປ ລາວ ອອກໄປທ່ອງທ່ຽວ ຕ່າງປະເທດ ຕື່ມອີກ.

ງານໃນຄັ້ງນີ້, ຜູ້ເຂົ້າຮ່ວມ ຍັງມີສິດຮ່ວມລຸ້ນຮັບລາງວັນ ປີ້ຍົນພາຍໃນປະເທດ, ບັດເຂົ້າສະປາ, ລອຍນໍ້າ ແລະ ຫ້ອງພັກຟຣີ ຢູ່ຫລາຍສະຖານທີ່ທ່ອງທ່ຽວ ແລະ ໂຮງແຮມ ຈາກຜູ້ປະກອບການດ້ານການທ່ອງທ່ຽວ ທີ່ໄດ້ນຳເອົາຜະລິດຕະພັນ ຂອງຕົນມາວາງສະແດງ ພຽງແຕ່ຈອງແພັກເກັດທ່ອງທ່ຽວ ພາຍໃນງານ. ຫລັງຈາກນັ້ນ, ນຳໃບບິນ ຫລື ຫລັກຖານການຈອງ ມາຂຽນຄູປ່ອງປ່ອນຊີງໂຊກໄດ້ທີ່ຫ້ອງວາງສະແດງ Exo Travel Laos ແລະ ຈະມີການຈັບສະຫລາກປະກາດຜົນລາງວັນ ຜ່ານຊ່ອງທາງ Facebook Page Vientiane Center.
ຂ່າວ: ກິດຕາ
KPL

ຂ່າວອື່ນໆ

    • Unitel ມອບລາງວັນໃຫ້ລູກຄ້ານຳໃຊ້  ເຕີເນັດບ້ານ FTTHວັດທະນະທຳ-ສັງຄົມ

      Unitel ມອບລາງວັນໃຫ້ລູກຄ້ານຳໃຊ້ ເຕີເນັດບ້ານ FTTH

      7/3/2024 4:43:48 PM

      ຢູນີເທວ ຈັດກິດຈະກຳມອບລາງວັນໃຫ້ແກ່ລູກຄ້າ ທີ່ຕິດຕັ້ງອິນເຕີເນັດ FTTH ໃໝ່, ຕໍ່ສັນຍາ ປະ ຈໍາເດືອນ 5/2024 ເຊິ່ງລາງວັນທັງໝົດມີ 34 ລາງວັນ/ເດືອນລວມມີ : ລາງວັນທີ 1 ຕູ້ຊັກຜ້າ ຈຳນວນ 1 ລາງວັນ , ລາງວັນທີ 2 ໂທລະສັບ VIVOY 03 ຈໍານວນ 3 ລາງວັນ, ລາງວັນທີ 3 ເຊັດກະຕິກນ້ຳ ຈໍານວນ 30 ລາງວັນ ແລະ ເດືອນ 10 ພິເສດຄົບຮອບ 15 ປີ ຂອງລາງວັນປະກອບມີ: ລາງວັນພິເສດຄຳມູນຄ່າ 100 ລ້ານກີບ ຈຳນວນ 1 ລາງວັນ, ລາງວັນທີ 1 ລົດຈັກໄຟຟ້າ YADEA ຈຳນວນ 1 ລາງວັນ, ລາງວັນທີ 2 ນໍາໃຊ້ FTTH ຟຣີ 12 ເດືອນແພັກເກັດ Max35 ຈໍານວນ 2 ລາງວັນ, ລາງວັນທີ 3 Smart Box TV Unitel ຈໍານວນ 5 ລາງວັນ.

    • ນ້ຳຖ້ວມຂັງ ຫລາຍຈຸດ ຢູ່ ນວ ຜູ້ໃຊ້ລົດ-ໃຊ້ຖະໜົນສັນຈອນບໍ່ສະດວກວັດທະນະທຳ-ສັງຄົມ

      ນ້ຳຖ້ວມຂັງ ຫລາຍຈຸດ ຢູ່ ນວ ຜູ້ໃຊ້ລົດ-ໃຊ້ຖະໜົນສັນຈອນບໍ່ສະດວກ

      7/3/2024 2:20:11 PM

      ຂປລ. ໄລຍະລະດູຝົນນີ້, ເຂດພື້ນທີ່ຕໍ່າຫລາຍຈຸດ, ລວມທັງເສັ້ນທາງບາງເສັ້ນ ຢູ່ນະຄອນຫລວງວຽງຈັນ (ນວ) ເກີດມີນ້ຳຖ້ວມຂັງ ເປັນປະຈຳ ໂດຍສະເພາະ ໃນວັນທີ 3 ກໍລະກົດ 2024 ນີ້, ເນື່ອງຈາກວ່າ ມີຝົນຕົກໜັກ ຫລາຍຊົ່ວໂມງ ຕິດຕໍ່ກັນ ຈຶ່ງກໍ່ໃຫ້ເກີດ ນ້ຳຖ້ວມຂັງ ຢູ່ຫລາຍເຂດ ເປັນຕົ້ນ ເສັ້ນທາງ ນັບແຕ່ ສີ່ແຍກໄຟແດງ ດົງນາໂຊກ ຫາ ວັດຈອມໄຕ, ເສັ້ນທາງເຂດບ້ານສີໄຄ-ໜອງໜ່ຽວ-ໜອງແຕ່ງ, ເສັ້ນທາງດົງນາທອງ ແລະ ເສັ້ນທາງເຂດປາກທ້າງ ເມືອງສີໂຄດຕະບອງ

    • ແກ່ນທ້າວ ສະຫລຸບກອງທຶນ ສະມາຊິກພັກຂັ້ນເມືອງ ວັດທະນະທຳ-ສັງຄົມ

      ແກ່ນທ້າວ ສະຫລຸບກອງທຶນ ສະມາຊິກພັກຂັ້ນເມືອງ

      7/2/2024 2:07:09 PM

      ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ໄຊ​ຍະ​ບູລີ ​ໃຫ້​ຮູ້​ວ່າ: ເມືອງແກ່ນທ້າວ ແຂວງໄຊຍະບູລີ ສະຫລຸບກອງທຶນສະມາຊິກພັກຂັ້ນເມືອງ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ໃນທ້າຍອາທິດ​ທີ່​ຜ່ານ​ມາ ໂດຍການເຂົ້າຮ່ວມຂອງ ສະຫາຍ ປະເສີດ ອິນວົງຄໍາ ຮອງເລຂາພັກເມືອງ

    • ບໍລິ​ຄຳ​ໄຊ ຕີລາຄາຄືນວຽກງານ ກອງກວດກາປ່າໄມ້ ປະຈຳ 6 ເດືອນຕົ້ນປີວັດທະນະທຳ-ສັງຄົມ

      ບໍລິ​ຄຳ​ໄຊ ຕີລາຄາຄືນວຽກງານ ກອງກວດກາປ່າໄມ້ ປະຈຳ 6 ເດືອນຕົ້ນປີ

      7/2/2024 2:02:21 PM

      ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ບໍລິ​ຄຳ​ໄຊ ​ໃຫ້​ຮູ້​ວ່າ: ​ກອງປະຊຸມສະຫລຸບວຽກງານ ກວດກາປ່າໄມ້ປະຈຳ 6 ເດືອນຕົ້ນປີ 2024 ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິ​ຄຳ​ໄຊ ຈັດຂຶ້ນໃນ​ທ້າຍ​ອາທິດ​ຜ່ານ​ມາ

    • ບຸນປະເພນີທີ່ເປັນເອກະລັກສະເພາະ ຂອງຊົນເຜົ່າໄຕລືວັດທະນະທຳ-ສັງຄົມ

      ບຸນປະເພນີທີ່ເປັນເອກະລັກສະເພາະ ຂອງຊົນເຜົ່າໄຕລື

      7/1/2024 11:42:23 AM

      ຊົນເຜົ່າລື້ ຫລື ໄຕລື້ ແມ່ນຊົນເຜົ່າໜຶ່ງໃນ 50 ຊົນເຜົ່າ ແລະ ແມ່ນໜ່ຶງໃນ 8 ຊົນເຜ່ົາທ່ີໃຊ້ພາສາລາວ-ໄຕ ທີ່ມີຮີດຄອງປະເພນີທີ່ເປັນເອກະລັກສະເພາະຕົວ, ມີຂະນົບທໍານຽມ ແລະ ແບບແຜນການດໍາລົງຊີວິດທີ່ໃກ້ຄຽງກັບຊົນເຜົ່າລາວຫລາຍ.


Top