ບຸນປະເພນີທີ່ເປັນເອກະລັກສະເພາະ ຂອງຊົນເຜົ່າໄຕລື

01/07/2024 11:42
Email Print 243
KPL ຊົນເຜົ່າລື້ ຫລື ໄຕລື້ ແມ່ນຊົນເຜົ່າໜຶ່ງໃນ 50 ຊົນເຜົ່າ ແລະ ແມ່ນໜ່ຶງໃນ 8 ຊົນເຜ່ົາທ່ີໃຊ້ພາສາລາວ-ໄຕ ທີ່ມີຮີດຄອງປະເພນີທີ່ເປັນເອກະລັກສະເພາະຕົວ, ມີຂະນົບທໍານຽມ ແລະ ແບບແຜນການດໍາລົງຊີວິດທີ່ໃກ້ຄຽງກັບຊົນເຜົ່າລາວຫລາຍ.

    *ຊົນເຜົ່າລື້ ຫລື ໄຕລື້ ແມ່ນຊົນເຜົ່າໜຶ່ງໃນ 50 ຊົນເຜົ່າ ແລະ ແມ່ນໜ່ຶງໃນ 8 ຊົນເຜ່ົາທ່ີໃຊ້ພາສາລາວ-ໄຕ ທີ່ມີຮີດຄອງປະເພນີທີ່ເປັນເອກະລັກສະເພາະຕົວ, ມີຂະນົບທໍານຽມ ແລະ ແບບແຜນການດໍາລົງຊີວິດທີ່ໃກ້ຄຽງກັບຊົນເຜົ່າລາວຫລາຍ. ແຕ່ເຖິງຢ່າງໃດກໍຕາມຊົນເຜົ່າລື້ຖືວ່າ ແມ່ນຊົນເຜ່ົາໜ່ຶງທ່ີມີຮາກຖານຄວາມເຊື່ອ ແລະ ຮີດຄອງປະເພນີທີ່ແໜ້ນໜາ ຊຶ່ງສ່ວນຫລາຍແມ່ນຕິດພັນກັບສາສະໜາພຸດເປັນຕົ້ນຕໍ.

     ຊົນເຜົ່າລື້ ເປັນຊົນເຜົ່າໜຶ່ງທີ່ອາໄສຢູ່ທາງພາກເໜືອຂອງປະເທດລາວ ເຄີຍມີອານາຈັກເຂັ້ມແຂງໃນອາດີດ ແລະ ເຄີຍສ້າງອານາເຂດທີ່ເປັນປຶກແຜ່ນແໜ້ນໜາ ມີພາສາ ແລະ ຮີດຄອງປະເພນີທີ່ເປັນເອກະລັກສະເພາະຂອງຕົນເອງ. ເວົ້າກັນວ່າບັນພະບູລຸດຂອງຊົນເຜົ່າລື້ມາຈາກສິບສອງພັນນາ ທີ່ໄດ້ຍ້າຍມາຢູ່ປະເທດລາວຕາມລຳແມ່ນ້ຳຂອງ ແລະ ສາຂາຂອງມັນໄດ້ປະມານ 600 ກວ່າປີມາແລ້ວ. ຊົນເຜົາລື້ ຍັງມີຮີດ 12 ຂອງຊົນເຜົ່າ ທີ່ມີລັກສະນະແຕກຕ່າງໄປຈາກຮີດ 12 ຂອງລາວ ທັງທາງດ້ານຊື່ຂອງບຸນ ແລະ ພິທີກໍາກໍແຕກຕ່າງກັນໄປ. ການນັບເດືອນຂອງຊົນເຜົ່າລື້ຈະນັບໄປກ່ອນໜ້າເດືອນລາວໜຶ່ງເດືອນໝາຍຄວາມວ່າ ຫາກເດືອນລາວແມ່ນເດືອນສີ່ ກໍຈະເປັນເດືອນຫ້າ ສໍາລັບຊົນເຜົ່າລື້ ຊຶ່ງກໍມີຊື່ການເຮັດບຸນໃນ 12 ເດືອນດັ່ງນີ້.

1,ເດືອນຈຽງ ບຸນກອງຫລົວ(ກອງໂຫລ)

2,ເດືອນຍີ່ ບຸນເຂົ້າລົ້ນບາດ

3,ເດືອນ 3 ບຸນເຂົ້າໃສ່ເລົ້າ(ສູ່ຂວັນເຂົ້າ)

4,ເດືອນ 4 ບຸນທານທຳຫລວງ5,ເດືອນ(ບຸນພະເວດ)

5 ບຸນທານກາງບ້ານ,ບຸນຂຶ້ນທາດ

6,ເດືອນ 6 ບຸນປີໃໝ່

7,ເດືອນ 7 ບຸນບວດພະ

8,ເດືອນ 8 ບຸນລ້ຽງຜີຕາແຮກ9,

ເດືອນ 9 ບຸນເຂົ້າພັນສາ

10,ເດືອນ 10 ບຸນເຂົ້າສະຫລາກ

11,ເດືອນ 11 ບຸນເຂົ້າສະຫລາກ

12,ເດືອນ 12 ບຸນອອກພັນສາ

    ສຳລັບບຸນກອງຫລົວ ແມ່ນບຸນປະເພນີປະຈໍາເດືອນໜຶ່ງຂອງຊົນເຜົ່າລື້ ທີ່ຍັງຄົງໄດ້ຮັບການປະຕິບັດສືບທອດກັນມາຈົນເຖິງປັດຈຸບັນນີ້. ຄໍາວ່າຫລົວ ໝາຍເຖິງຟືນ ຫລື ໄມ້ ທີ່ຈະນໍາມາເຮັດຟືນ. ຈຸດປະສົງຂອງການເຮັດບຸນກອງຫລົວ ເພື່ອເປັນການເສຍເຄາະເສຍເຂັນ; ເນື່ອງຈາກຈະກ້າວເຂົ້າສູ່ປີໃໝ່ຟ້າໃໝ່ແລ້ວຂໍໃຫ້ເຄາະເຂັນເວນຮ້າຍສັບພະທຸກ, ສັບພະໂສກສັບພະໂລກ, ສັບພະໄພທັງມວນ ໃຫ້ຕົກໄປນໍາໄຟໄຫລໄປນໍານ້ໍາ,  ຕົກໄປນຳປີເກົ່າລ່ວງໄປນຳປີຫລັງຕາມຄວາມເຊື່ອທີ່ໄດ້ຮັບການສືບທອດມາຍາວນານ.

    ວິທີເຮັດບຸນກອງຫລົວພໍເຖິງມ້ືທີ່ທາງຄະນະບ້ານຕົກລົງກັນແລ້ວ ທຸກຄົນກໍຈະໄປຊອກຫາຕັດໄມ້ໃຫຍ່ ພໍຂະໜາດທີ່ຈະສາມາດຂຽນໜັງສືໃສ່ໄດ້. ຫລັງຈາກນັ້ນ, ກໍນໍາໄມ້ນັ້ນມາຂຽນຊື່ນາມສະກຸນ ແລະ ຄໍາປາຖະໜາຂອງຕົນໃສ່ໄມ້ນັ້ນ ຕ້ອງມີຄວາມຍາວຄ່າວາຂອງເຈົ້າຂອງ. ນອກຈາກນັ້ນ, ໄມ້ໜຶ່ງລໍາຍັງເປັນຕົວແທນຂອງຄົນຄົນໜຶ່ງ ໝາຍຄວາມວ່າເມື່ອຄອບຄົວມີເທົ່າໃດ ຄົນກໍຕ້ອງຕັດໄມ້ເທົ່ານັ້ນລໍາ. ບໍ່ພຽງແຕ່ເທົ່ານັ້ນ, ໄມ້ຍັງເປັນຕົວແທນຂອງວັດຖຸສິ່ງຂອງ ແລະ ສັດສາວາສິ່ງອີກດ້ວຍ ໝາຍຄວາມວ່ານອກຈາກຈະເປັນການເສຍເຄາະແກ່ຄົນແລ້ວ ບຸກຄົນໃດຢາກເສຍເຄາະໃຫ້ສັດລ້ຽງຂອງຕົນເອງ ຫລື ວັດຖຸສິ່ງຂອງກໍສາມາດຕັດໄມ້ຕາມຈໍານວນທີ່ຕ້ອງການ.

   ຈາກນັ້ນນໍາໄປຂຽນອາດຈະຂຽນເອງເປັນອັກສອນລາວ ຫລື ຈະຫາຜູ້ທີ່ຂຽນອັກສອນທໍາໄດ້ກໍຍິ່ງດີໂດຍມີຄວາມເວ້ົາດ່ັງນ້ີ: “ປັນຈະມັງ ອະກຸສະລັງ ອະຕະປາປັງ ສະປະປາປັງ ວິນາສັນ ຕຸເອວັງໂຫນຕຸ, ໝາຍມີຊື່ວ່າ (ອອກຊື່ນາມສະກຸນເຈົ້າຂອງ) ຈິປູຊາ ຫື້ຫາຍພະຍາທິໂລກາທັງຫລາຍຕ່າງໆ ອົມສະວະຫະສິວິ”. ພໍເຖິງມື້ບຸນໃນຕອນເຊົ້າປະຊາຊົນຈະພ້ອມກັນເຂົ້າໄປວັດ ເພື່ອຕັກບາດຢາດນໍ້າຖວາຍທານ. ພໍຕົກແລງຈະມີຂະບວນແຫ່ໄມ້ດັ່ງກ່າວນັ້ນ ໄປກອງກັນໄວ້ເປັນກອງສີ່ຫລ່ຽມໂດຍການຕັ້ງເສົາຫລັກໄວ້ສີ່ເສົາເປັນສີ່ຫລ່ຽມ ແລ້ວຈຶ່ງນໍາໄມ້ນັ້ນໄປກອງກັນໄວ້. ຈາກນັ້ນ, ພະສົງຈະມີການສູດມຸງຄຸນ ແລະ ເສຍເຄາະ ແລ້ວຈຶ່ງພາກັນຈູດກອງຫລົວທີ່ກອງໄວ້ນັ້ນກໍເປັນອັນວ່າຈົບພິທີ.

ຮຽບຮຽງໂດຍ: ໄໝຄຳຍ້ອມສິນ

KPL

ຂ່າວອື່ນໆ

    • Unitel ມອບລາງວັນໃຫ້ລູກຄ້ານຳໃຊ້  ເຕີເນັດບ້ານ FTTHວັດທະນະທຳ-ສັງຄົມ

      Unitel ມອບລາງວັນໃຫ້ລູກຄ້ານຳໃຊ້ ເຕີເນັດບ້ານ FTTH

      7/3/2024 4:43:48 PM

      ຢູນີເທວ ຈັດກິດຈະກຳມອບລາງວັນໃຫ້ແກ່ລູກຄ້າ ທີ່ຕິດຕັ້ງອິນເຕີເນັດ FTTH ໃໝ່, ຕໍ່ສັນຍາ ປະ ຈໍາເດືອນ 5/2024 ເຊິ່ງລາງວັນທັງໝົດມີ 34 ລາງວັນ/ເດືອນລວມມີ : ລາງວັນທີ 1 ຕູ້ຊັກຜ້າ ຈຳນວນ 1 ລາງວັນ , ລາງວັນທີ 2 ໂທລະສັບ VIVOY 03 ຈໍານວນ 3 ລາງວັນ, ລາງວັນທີ 3 ເຊັດກະຕິກນ້ຳ ຈໍານວນ 30 ລາງວັນ ແລະ ເດືອນ 10 ພິເສດຄົບຮອບ 15 ປີ ຂອງລາງວັນປະກອບມີ: ລາງວັນພິເສດຄຳມູນຄ່າ 100 ລ້ານກີບ ຈຳນວນ 1 ລາງວັນ, ລາງວັນທີ 1 ລົດຈັກໄຟຟ້າ YADEA ຈຳນວນ 1 ລາງວັນ, ລາງວັນທີ 2 ນໍາໃຊ້ FTTH ຟຣີ 12 ເດືອນແພັກເກັດ Max35 ຈໍານວນ 2 ລາງວັນ, ລາງວັນທີ 3 Smart Box TV Unitel ຈໍານວນ 5 ລາງວັນ.

    • ນ້ຳຖ້ວມຂັງ ຫລາຍຈຸດ ຢູ່ ນວ ຜູ້ໃຊ້ລົດ-ໃຊ້ຖະໜົນສັນຈອນບໍ່ສະດວກວັດທະນະທຳ-ສັງຄົມ

      ນ້ຳຖ້ວມຂັງ ຫລາຍຈຸດ ຢູ່ ນວ ຜູ້ໃຊ້ລົດ-ໃຊ້ຖະໜົນສັນຈອນບໍ່ສະດວກ

      7/3/2024 2:20:11 PM

      ຂປລ. ໄລຍະລະດູຝົນນີ້, ເຂດພື້ນທີ່ຕໍ່າຫລາຍຈຸດ, ລວມທັງເສັ້ນທາງບາງເສັ້ນ ຢູ່ນະຄອນຫລວງວຽງຈັນ (ນວ) ເກີດມີນ້ຳຖ້ວມຂັງ ເປັນປະຈຳ ໂດຍສະເພາະ ໃນວັນທີ 3 ກໍລະກົດ 2024 ນີ້, ເນື່ອງຈາກວ່າ ມີຝົນຕົກໜັກ ຫລາຍຊົ່ວໂມງ ຕິດຕໍ່ກັນ ຈຶ່ງກໍ່ໃຫ້ເກີດ ນ້ຳຖ້ວມຂັງ ຢູ່ຫລາຍເຂດ ເປັນຕົ້ນ ເສັ້ນທາງ ນັບແຕ່ ສີ່ແຍກໄຟແດງ ດົງນາໂຊກ ຫາ ວັດຈອມໄຕ, ເສັ້ນທາງເຂດບ້ານສີໄຄ-ໜອງໜ່ຽວ-ໜອງແຕ່ງ, ເສັ້ນທາງດົງນາທອງ ແລະ ເສັ້ນທາງເຂດປາກທ້າງ ເມືອງສີໂຄດຕະບອງ

    • ແກ່ນທ້າວ ສະຫລຸບກອງທຶນ ສະມາຊິກພັກຂັ້ນເມືອງ ວັດທະນະທຳ-ສັງຄົມ

      ແກ່ນທ້າວ ສະຫລຸບກອງທຶນ ສະມາຊິກພັກຂັ້ນເມືອງ

      7/2/2024 2:07:09 PM

      ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ໄຊ​ຍະ​ບູລີ ​ໃຫ້​ຮູ້​ວ່າ: ເມືອງແກ່ນທ້າວ ແຂວງໄຊຍະບູລີ ສະຫລຸບກອງທຶນສະມາຊິກພັກຂັ້ນເມືອງ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ໃນທ້າຍອາທິດ​ທີ່​ຜ່ານ​ມາ ໂດຍການເຂົ້າຮ່ວມຂອງ ສະຫາຍ ປະເສີດ ອິນວົງຄໍາ ຮອງເລຂາພັກເມືອງ

    • ບໍລິ​ຄຳ​ໄຊ ຕີລາຄາຄືນວຽກງານ ກອງກວດກາປ່າໄມ້ ປະຈຳ 6 ເດືອນຕົ້ນປີວັດທະນະທຳ-ສັງຄົມ

      ບໍລິ​ຄຳ​ໄຊ ຕີລາຄາຄືນວຽກງານ ກອງກວດກາປ່າໄມ້ ປະຈຳ 6 ເດືອນຕົ້ນປີ

      7/2/2024 2:02:21 PM

      ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ບໍລິ​ຄຳ​ໄຊ ​ໃຫ້​ຮູ້​ວ່າ: ​ກອງປະຊຸມສະຫລຸບວຽກງານ ກວດກາປ່າໄມ້ປະຈຳ 6 ເດືອນຕົ້ນປີ 2024 ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິ​ຄຳ​ໄຊ ຈັດຂຶ້ນໃນ​ທ້າຍ​ອາທິດ​ຜ່ານ​ມາ

    • ເປີດງານສົ່ງເສີມການທ່ອງທ່ຽວພາຍໃນ ຢູ່ ນວວັດທະນະທຳ-ສັງຄົມ

      ເປີດງານສົ່ງເສີມການທ່ອງທ່ຽວພາຍໃນ ຢູ່ ນວ

      7/1/2024 1:18:58 PM

      ຂປລ. ໃນລະຫວ່າງວັນທີ 28-30 ມິຖຸນາ 2024 ຜ່ານມາ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະມາຄົມທຸລະກິດທ່ອງທ່ຽວລາວ, ສູນການຄ້າວຽງຈັນເຊັນເຕີ ແລະ ບໍລິສັດ ການບິນລາວ ຈັດງານສົ່ງເສີມການທ່ອງທ່ຽວພາຍໃນ ພາຍໃຕ້ຫົວຂໍ້ “Let’ Travel ບິນ ກິນ ທ່ຽວ ຄົບຈົບໃນງານດຽວ” ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ(ນວ)


Top