KPL
ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ກອງປະຊຸມສະຫລຸບວຽກງານ ກວດກາປ່າໄມ້ປະຈຳ 6 ເດືອນຕົ້ນປີ 2024 ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ ຈັດຂຶ້ນໃນທ້າຍອາທິດຜ່ານມາ
ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ກອງປະຊຸມສະຫລຸບວຽກງານ ກວດກາປ່າໄມ້ປະຈຳ 6 ເດືອນຕົ້ນປີ 2024 ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ ຈັດຂຶ້ນໃນທ້າຍອາທິດຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ, ທ່ານ ຄຳຜຸຍ ເທບວົງສາ ຮອງຫົວໜ້າກົມກວດກາປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຂະແໜງ, ກອງ, ພະນັກງານພາຍໃນກອງກວດກາປ່າໄມ້ແຂວງ ແລະ ຫ້ອງການກະສິກຳ ແລະ ປາໄມ້ເມືອງ ເຂົ້າຮ່ວມ.
ທ່ານ ໄພເດດ ພັນທະວົງ ຫົວໜ້າກອງກວດປາປ່າໄມ້ແຂວງບໍລິຄຳໄຊ ໄດ້ສະຫລຸບວຽກງານກອງກວດກາປ່າໄມ ປະຈຳ 6 ເດືອນຕົ້ນປີ ໂດຍຍົກໃຫ້ເຫັນຫລາຍວຽກງານທີ່ພົ້ນເດັ່ນ ໂດຍສະເພາະ ວຽກງານກວດກາປ່າໄມ້ ແລະ ທີ່ດິນປ່າໄມ້, ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງກວດກາ ແລະ ອາຍັດໄມ້ໄດ້ 15 ຄັ້ງ ໃນນັ້ນໄມ້ທ່ອນ 320 ທ່ອນ ບໍລິມາດ 378 ກວ່າແມັດກ້ອນ ແລະ ໄມ້ແປຮູບ 624 ໂຕ ບໍລິມາດ 292 ກວ່າແມັດກ້ອນ, ລົງກວດກາການລັກລອບບຸກລຸກເນື້ອທີ່ດິນ 3 ປະເພດປ່າ (ປ່າຜະລິດ, ປ່າປ້ອງກັນ ແລະ ປ່າສະຫງວນ) 244 ຄອບຄົວ ຈໍານວນ 220 ຕອນ ເນື້ອທີ່ 587 ກວ່າເຮັກຕາ, ສໍາເລັດການກວດກາລາດຕະເວນ ພາກສະໜາມຢູ່ບັນດາເມືອງ ສາມາດຢຶດສັດປ່າທີ່ຜິດກົດໝາຍໄດ້ຈຳນວນໜຶ່ງ, ພົບເຫັນ 4 ບໍລິສັດ ເກັບຊື້ເຄືອປ່ານແດງ ບໍ່ຖືກຕ້ອງຕາມລະບຽບກົດໝາຍ 18 ກວ່າກິໂລກຣາມ ແລະ 3 ໂຮງງານ ເກັບຊື້ເຄືອແຮມ ເກີນອະນຸຍາດ 395 ໂຕນ.
ສຳລັບວຽກງານສືບສວນ-ສອບສວນ ແລະ ວິໄຈຄະດີ ແມ່ນມີທັງໝົດ 260 ກໍລະນີ ໃນນີ້, ຄະດີກ່ຽວກັບການບຸກລຸກເນື້ອທີ່ດິນ 3 ປະເພດປ່າ 254 ກໍລະນີ, ຄະດີໄມ້ 4 ກໍລະນີ, ຄະດີສັດນ້ໍາ-ສັດປ່າ 1 ກໍລະນີ ແລະ ເຄື່ອງປ່າຂອງດົງ 1 ກໍລະນີ, ຄະດີກຳລັງດຳເນີນການສອບສວນ 246 ກໍລະນີ, ສົ່ງໄປໄອຍະການ 11 ຄະດີ, ສຶກສາອົບຮົມ ແລະ ຊັດມ້ຽນ 3 ກໍລະນີ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ມີການສະເໜີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫລາຍວຽກງານສຳຄັນ ໂດຍສະເພາະ ວິທີແກ້ໄຂການບຸກລຸກເນື້ອທີ່ດິນ 3 ປະເພດປ່າ, ການລັກລອບຕັດໄມ້ ແລະ ເຄື່ອງປ່າຂອງດົງ ທີ່ບໍ່ຖືກຕ້ອງ, ການເພີ່ມທະວີປະສານສົບທົບກັນ ກັບພາກສ່ວນກ່ຽວຂ້ອງ, ການສຶກສາອົບຮົມສ້າງຄວາມເຂົ້າໃຈ ກ່ຽວກັບວຽກງານປ່າໄມ້ ໃຫ້ທຸກພາກສ່ວນໃນສັງຄົມ ແລະ ວຽກງານອື່ນໆ ເພື່ອນໍາໄປຈັດຕັ້ງປະຕິບັດປັບປຸງແກ້ໄຂ, ພັດທະນາວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ ແລະ ສຳເລັດຕາມແຜນການທີ່ວາງໄວ້.
ຂ່າວ-ພາບ: ວຽງສະຫວັນ
KPL