ໄຂກອງປະຊຸມການບິນ ອະວະກາດສາກົນ ຄັ້ງທີ 77

07/10/2026 14:13
KPL ກອງ​ປະ​ຊຸມ​​ ການ​ບິນອະ​ວະ​ກາດ​ ສາ​ກົນ ​ຄັ້ງ​ທີ 77 ໄດ້​ໄຂ​ຂຶ້ນ ​ຢູ່​ນະ​ຄອນ​ອັນ​ຕັນ​ຢາ​ ປະ​ເທດຕູ​ຣາເຄຍ ລະຫວ່າງ ວັນທີ 5ຫາ10 ຕຸລານີ້ ໂດຍມີ ຜູ້ເຂົ້າຮ່ວມ 10.000 ກວ່າ​ຄົນ ທີ່​ມາ​ຈາກ 100 ກວ່າ​ປະ​ເທດ ແລະ ເຂດ​ແຄວ້ນ ​ເຂົ້າ​ຮ່ວມ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,  ກອງ​ປະ​ຊຸມ​​ ການ​ບິນອະ​ວະ​ກາດ​ ສາ​ກົນ ​ຄັ້ງ​ທີ 77 ໄດ້​ໄຂ​ຂຶ້ນ ​ຢູ່​ນະ​ຄອນ​ອັນ​ຕັນ​ຢາ​ ປະ​ເທດຕູ​ຣາເຄຍ ລະຫວ່າງ ວັນທີ 5ຫາ10 ຕຸລານີ້ ໂດຍມີ ຜູ້ເຂົ້າຮ່ວມ 10.000 ກວ່າ​ຄົນ ທີ່​ມາ​ຈາກ 100 ກວ່າ​ປະ​ເທດ ແລະ ເຂດ​ແຄວ້ນ ​ເຂົ້າ​ຮ່ວມ. ບັນ​ດາ​ຝ່າຍ​ທີ່​ເຂົ້າ ​ຮ່ວມກອງ​ປະ​ຊຸມຄັ້ງນີ້ ​ຈະແລກ​ປ່ຽນ​ ຄວາມ​ເຫັນ​ ໂດຍ​ສຸມ​ໃສ່​ຫົວ​ຂໍ້ຫລັກ “​ໂລກ ​ຕ້ອງ​ການ​ການ​ຄົ້ນ​ຄວ້າ​ ອະ​ວະ​ກາດ ຫລາຍກວ່າ​ເກົ່າ” ​ ແລະ ປິ່ນ​ອ້ອມ​ ຫົວ​ຂໍ້​ຍ່ອຍຕ່າງໆ ເຊັ່ນ: ​ເຕັກ​ໂນ​ໂລ​ຊີ​ໃໝ່ ​ດ້ານ​​ການ​ບິນ​ອະ​ວະ​ກາດ, ໜ້າ​ທີ່​ດ້ານ​ອະ​ວະ​ກາດ​ ໃນ​ອະ​ນາ​ຄົດ, ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​​​ການ​ບິນອະ​ວະ​ກາດ​ທົ່ວ​ໂລກ ແລະ ອື່ນໆ.ໃນ​​ໄລ​ຍະ​ ຈັດກອງ​ປ​ະ​ຊຸມ, ທ່ານ ຢາງ​ລີ້​ເ​ຫວີຍ ​ນັກ​ບິນ​ອະ​ວະ​ກາດ ​ຜູ້​ທຳ​ອິດ​ຂອງ ສປ ​ຈີນ ​ທີ່​ເຂົ້າ​ສູ່​ອະ​ວະ​ກາດ, ຮອງ​ຜູ້​ອອກ​ແບບ​ໃຫຍ່ ໂຄງ​ການ​​​ການ​ບິນອະ​ວະ​ກາດ ​ບັນ​ທຸກ​ຄົນ​ຂອງ ສປ ​ຈີນ​ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ ວິ​ທະ​ຍຸ​ໂທ​ລະ​ພາບ​ ສູນ​ກາງ​ຈີນ ຫລື CMG ວ່າ: ສະ​ຖາ​ນີ​ ອະ​ວະ​ກາດ​ຈີນ​ ຈະ​ກາຍ​ເປັນ ​ເວ​ທີ​ທົດ​ລອງ​ ທີ່​ເປີດ​ປະ​ຕູ​ສູ່​ນັກວິ​ທະ​ຍາ​ສາດ ​ທົ່ວ​ໂລກ. ຈີນ​ຫວັງ​ວ່າ​ຈະ​ຕັ້​ງ​ໜ້າ​ ດຳ​ເນີນ​ການ​ແລກ​ປ່ຽນ​ກັບ ​ບັນ​ດາ​ປະ​ເທດ ແລະ ສະ​ແຫວງ​ຫາ​ ການ​ຮ່ວມ​ມື./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top