KPL
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຜີຍແຜ່, ເຊ່ືອມຊຶມເອກະສານກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມ ຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄສະນາອົບຮົມສູນກາງພັກຄຸ້ມຄອງໃຫ້ພະນັກງານຫລັກແຫລ່ງທີ່ຂຶ້ນກັບ ຄອສພ ໃນວັນທີ 6 ຕຸລາ 2026.
ຂປລ.ໂດຍການເປັນປະທານຂອງສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າ ຄອສພ ພ້ອມດ້ວຍບັນດາຄະນະພັກ-ຄະນະນໍາ, ຄະນະກົມ, ຄະນະພະແນກທ່ີຂຶ້ນກັບ ຄອສພ ເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ເຜີຍແຜ່ເນື້ອໃນສຳຄັນຂອງມະຕິເລກທີ 64/ກມສພ ລົງວັນທີ 24 ກໍລະກົດ 2026 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໂດຍໄດ້ເນັ້ນເຖິງຄວາມໝາຍຄວາມສຳຄັນໃນການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເພື່ອສ້າງ ແລະ ຄຸ້ມຄອງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ເພີ່ມທະວີຄວາມຮູ້-ຄວາມສາມາດ ແລະ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງການປະຕິບັດວຽກງານໃນໄລຍະໃໝ່. ຈຸດປະສົງມະຕິຂອງກົມການ ເມືອງ ກໍເພື່ອຄາດຄະເນເປົ້າໝາຍ, ຈັດວາງ, ສັບຊ້ອນຕໍາແໜ່ງພະນັກງານນໍາພາ-ຄຸ້ມຄອງແຕ່ລະຂ້ັນ, ແຕ່ລະຂະແໜງການຢ່າງພຽງພໍ ແລະ ມີຄຸນນະພາບແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນແຕ່ລະສະໄໝກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນເນື່ອງຈາກວ່າແມ່ນວຽກງານທີ່ສໍາຄັນຕົ້ນຕໍໃນວຽກງານພະນັກງານຂອງ ພັກ ເພື່ອເຮັດໃຫ້ທຸກວຽກງານດໍາ ເນີນໄປຢ່າງຖືກຕ້ອງຕາມຂ້ັນຕອນ ລະບຽບແບບແຜນ ແລະ ສາມາດ ຕອບສະໜອງໜ້າທີ່ການເມືອງຂອງ ພັກ-ລັດໃນແຕ່ລະສະໄໝ.

ໃນກອງປະຊຸມຍັງໄດ້ຜ່ານຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 557/ຄຈສພ, ລົງວັນທີ 21/8 /2026 ກ່ຽວກັບການຈັດຕັ້ງປະຕິບັດມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ; ຜ່ານມາດຕະຖານພະນັກງານນໍາພາ-ຄຸ້ມຄອງຂອງ ຄອສພ; ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 1734/ ຄຈສພ, ລົງວັນທີ 17 ກັນຍາ 2026 ກ່ຽວກັບການກໍານົດເວລາສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ; ຜ່ານແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນ ຄອສພ ຄຸ້ມຄອງ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນ ຄອສພ ຄຸ້ມຄອງພ້ອມທັງໄດ້ປະກາດພະນັກງານອອກພັກການຮັບອຸດໜູນບຳນານ ແລະ ປະກາດກົງຈັກການຈັດຕັ້ງຂັ້ນຫົວໜ້າກົມ, ຮອງກົມ ແລະ ທຽບເທົ່າກົມຈໍານວນໜຶ່ງ.
ໂອກາດດັ່ງກ່າວ, ສະຫາຍ ຄໍາພັນ ເຜີຍຍະວົງ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຈົ່ງເພີ່ມທະວີຄວາມຮັບຜິດຊອບ, ສຸມໃສ່ການຄ້ົນຄວ້າ, ເຊື່ອມຊຶມ ແລະ ເຂົ້າໃຈຕໍ່ເນື້ອໃນເອກະສານຢ່າງເລິກເຊິ່ງ ເພື່ອນຳໄປຈັດຕ້ັງປະຕິບັດໃນຂົງເຂດວຽກງານຂອງຕົນຮັບຜິດຊອບໃຫ້ເກີດຜົນປະໂຫຍດ ແລະ ມີປະສິດທິພາບສູງສຸດ ພ້ອມນັ້ນ, ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບອຸດໜູນບໍານານ ແລະ ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ໃນໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນດີ ແລະ ເຊື່ອໝັ້ນວ່າບັນດາສະຫາຍຈະບຸກບືນຜ່ານຜ່າຊອກຮູ້ຮໍ່າຮຽນເອົາບົດຮຽນໃໝ່ໆທີ່ເດັ່ນ ເພື່ອມາພັດທະນາໝູນໃຊ້ເຂົ້າໃນວຽກງານຕົວຈິງໃນປັດຈຸບັນ.
ພາບ: ຂັນໄຊ
KPL