KPL
ຕາມບົດລາຍງານກ່ຽວກັບ ເສດຖະກິດ ພາກພື້ນ ນາຊີຕາເວັນອອກ - ປາຊີຟິກ (EAP) ທີ່ປະກາດ ໃນວັນທີ 6 ຕຸລາ, ຂອງທະນາຄານໂລກ (WB), ຫວຽດນາມ ສືບຕໍ່ໄດ້ຮັບການຄາດຄະເນວ່າ ແມ່ນ ພື້ນຖານ ເສດຖະກິດ ເຕີບໂຕແຮງທີສຸດ ຢູ່ພາກພື້ນ EAP

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ຕາມບົດລາຍງານກ່ຽວກັບ ເສດຖະກິດ ພາກພື້ນ ນາຊີຕາເວັນອອກ-ປາຊີຟິກ (EAP) ທີ່ປະກາດ ໃນວັນທີ 6 ຕຸລາ, ຂອງທະນາຄານໂລກ (WB), ຫວຽດນາມ ສືບຕໍ່ໄດ້ຮັບການຄາດຄະເນວ່າ ແມ່ນ ພື້ນຖານ ເສດຖະກິດ ເຕີບໂຕແຮງທີສຸດ ຢູ່ພາກພື້ນ EAP, ຍ້ອນການບຸກທະລຸ ຂອງການເຄື່ອນໄຫວ ຜະລິດ ແລະ ການສົ່ງອອກສິນຄ້າ ປະເພດເຕັກໂນໂລຢີສູງ ພ້ອມກັບ ບັນດາຜະລິດຕະພັນ ທີ່ກ່ຽວຂ້ອງເຖິງ ປັນຍາປະດິດ, ກໍ່ຄືນະໂຍບາຍ ປີການເງິນເປີດກວ້າງ. ຕາມການຕີລາຄາຂອງ WB, ເສດຖະກິດ ຫວຽດນາມ ຮັບຮູ້ທ່າບຸກທະລຸ ເປັນໜ້າປະທັບໃຈ ເມື່ອການເຕີບໂຕ ບັນລຸ 8,02%ໃນປີ 2025 ແລະ ສືບຕໍ່ເພີ່ມຄວາມໄວຂຶ້ນເຖິງ 8,3%ໃນ 6 ເດືອນຕົ້ນປີ 2026, ກາຍເປັນປະເທດ ມີລະດັບເຕີບໂຕ ນຳໜ້າພາກພື້ນ. ກຳລັງໜູນຫລັກ ທີ່ຊຸກຍູ້ການເປີດກວ້າງນີ້ ແມ່ນມາຈາກ ຂະແໜງການຜະລິດ, ສົ່ງອອກ ແລະ ການລົງທຶນສາທາລະນະ. ນອກຈາກນັ້ນ, ແຫລ່ງທຶນໂດຍກົງ ຈາກຕ່າງປະເທດ ໃນ 6 ເດືອນຕົ້ນປີ ກໍ່ບັນລຸລະດັບສູງທີ່ສຸດໃນ 5 ປີຜ່ານມາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL