KPL
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ເປັນປະທານ ພິທີຕ້ອນຮັບ ທ່ານ ໂຮເຊ່ ຣາອູລ ມູລີໂນ(José Raúl Mulino) ປະທານາທິບໍດີ ປານາມາ ແລະ ພັນລະຍາ ມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທງການ ລະຫວ່າງ ວັນທີ 5 ຫາ 8 ຕຸລານີ້.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ເປັນປະທານ ພິທີຕ້ອນຮັບ ທ່ານ ໂຮເຊ່ ຣາອູລ ມູລີໂນ(José Raúl Mulino) ປະທານາທິບໍດີ ປານາມາ ແລະ ພັນລະຍາ ມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທງການ ລະຫວ່າງ ວັນທີ 5 ຫາ 8 ຕຸລານີ້. ພາຍລັງ ພິທີຕ້ອນຮັບ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານ José Raúl Mulino ປະທານາທິບໍດີ ປານາມາ ພ້ອມກັບ ຄະນະຜູ້ແທນຂັ້ນສູງ ສອງປະເທດ ໄດ້ດຳເນີນ ການເຈລະຈາ.ໃນໂອກາດນີ້ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານ José Raúl Mulino ປະທານາທິບໍດີ ປານາມາ ໄດ້ເປັນສັກຂີພິຍານ ພິທີມອບຮັບ ເອກະສານຮ່ວມມື ລະຫວ່າງ ບັນດາກະຊວງ, ຂະແໜງການ ສອງປະເທດ ຫວຽດນາມ ແລະ ປານາມາ. ບັນດາເອກະສານຮ່ວມມື ລວມມີ: ສັນຍາຮ່ວມມື ກ່ຽວກັບ ການຂົນສົ່ງ ທາງທະເລ ລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ປານາມາ, ຂໍ້ຕົກລົງຮ່ວມມື ປ້ອງກັນ, ຕ້ານອາດຊະຍາກຳ ຂ້າມຊາດ; ບົດບັນທຶກຊ່ວຍຈຳ ວ່າດ້ວຍ ການຮ່ວມມື ດ້ານກະສິກຳ; ບົດບັນທຶກຊ່ວຍຈຳລະຫວ່າງ ກົມທ່ອງທ່ຽວ ແຫ່ງຊາດ ຫວຽດນາມ ແລະ ກົມທ່ອງທ່ຽວ ປານາມາ ກ່ຽວກັບການຮ່ວມມື ດ້ານການທ່ອງທ່ຽວ, ບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມື ລະຫວ່າງ ອົງການພາສີ; ບົດບັນທຶກຊ່ວຍຈຳ ລະຫວ່າງ ກົມການບິນ ຫວຽດນາມ ແລະ ກົມການບິນ ປານາມາ; ບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມື ລະຫວ່າງ ສອງສະຖາບັນການຕ່າງປະເທດ, ບົດບັນທຶກຊ່ວຍຈຳ ວ່າດ້ວຍ ການຮ່ວມມື ລະຫວ່າງ ມະຫາວິທະຍາໄລການເດີນເຮືອ ຫວຽດນາມ ແລະ ມະຫາວິທະຍາໄລ ການເດີນເຮືອສາກົນ ປານາມາ; ບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມື ລະຫວ່າງ ສະຖາບັນວິທະຍາສາດ ກະສິກຳ ຫວຽດນາມ ແລະ ສະຖາບັນນະວັດຕະກຳ ກະສິກຳ ປານາມາ ຈາກນັ້ນ ທ່ານ José Raúl Mulino ປະທານາທິບໍດີ ປານາມາ ແລະ ພັນລະຍາ ໄດ້ເຂົ້າສຸສານໄວ້ອາໄລ ປະທານໂຮ່ຈີມິນ ແລະ ວາງພວງມາລາ ຢູ່ອະນຸສາວາລີ ບັນດານັກວິລະຊົນ ທີ່ເສຍສະຫລະຊີວິດ ເພື່ອຊາດ ຢູ່ຖະໜົນ ບັກເຊີນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL