KPL
ໃນວັນທີ 5 ຕຸລາ 2026 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ທີ່ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສສ ຫວຽດນາມ ນຳເອົາກະຕ່າດອກໄມ້ເຂົ້າອວຍພອນໃນໂອກາດ ທີ່ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່.
ຂປລ. ທ່ານ ຫງວຽນ ມິງ ເຕິມ ໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍມາຍັງທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບຄວາມເຊື່ອໝ້ັນ ແລະ ໄວ້ວາງໃຈຈາກສູນກາງພັກ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່ ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາ ແຫ່ງຊາດ ຊຸດທີ X ຊຶ່ງເຊື່ອໝັ້ນວ່າດ້ວຍຄວາມສາມາດ ແລະ ປະສົບການຂອງທ່ານ ສະເຫລີມໄຊ ກົມມະສິດ ຈະສາມາດນຳພາລັດຖະບານ ແລະ ປະຊາຊົນລາວປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ, ຍົກລະດັບຊື່ສຽງ ແລະ ບົດບາດຂອງ ສປປ ລາວ ໃຫ້ສູງເດ່ັນຂ້ຶນໃເວທີພາກພື້ນ ແລະ ສາກົນ. ພິເສດແມ່ນການສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍ່ິງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ຫວຽດນາມ-ລາວ ເພື່ອຄວາມຜາສຸກຂອງປະຊາຊົນສອງປະເທດຢ່າງບໍ່ຢຸດຢັ້ງ.
ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນໄປຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ຍາມໃດກໍໄດ້ຄຽງບ່າຄຽງໄຫລ່, ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນແກ່ ສປປ ລາວ ດ້ວຍດີຕະຫລອດມາ, ພ້ອມທັງສະແດງຄວາມໝາຍໝັ້ນສືບຕໍ່ເຮັດວຽກ ຢ່າງໃກ້ຊິດກັບທຸກພາກສ່ວນທ່ີ ກ່ຽວຂ້ອງເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ- ລາວ ໃຫ້ນັບມື້ນັບຈະເລີນງອກງາມ ແລະ ແຕກດອກອອກຜົນຍ່ິງຂ້ຶນ ເພ່ືອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ, ສະ
ຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ສາກົນ.
ພາບ: ທະນູທອງ
KPL