KPL
ທະນາຄານໂລກ ໄດ້ປະກາດ ບົດລາຍງານວ່າ ດ້ວຍການຄາດຄະເນຈັງຫວະ ການເຕີບໂຕ ຂອງເສດຖະກິດ ພາກພື້ນ ອາຊີ ຕາເວັນອອກ ແລະ ປາຊີຟິກ ສະບັບປັບປຸງໃໝ່, ໂດຍໄດ້ປັບ ການຄາດຄະເນ ຈັງຫວະການເຕີບໂຕ ຂອງເສດຖະກິດ ພາກພື້ນ ດັ່ງກ່າວ ຂຶ້ນເປັນ 4,5%, ເພີ່ມຂຶ້ນ 0,3% ເມື່ອທຽບໃສ່ ການຄາດຄະເນ ທີ່ປະກາດ ໃນເດືອນເມສາປີນີ້.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 6 ຕຸລານີ້, ທະນາຄານໂລກ ໄດ້ປະກາດ ບົດລາຍງານວ່າ ດ້ວຍການຄາດຄະເນຈັງຫວະ ການເຕີບໂຕ ຂອງເສດຖະກິດ ພາກພື້ນ ອາຊີ ຕາເວັນອອກ ແລະ ປາຊີຟິກ ສະບັບປັບປຸງໃໝ່, ໂດຍໄດ້ປັບ ການຄາດຄະເນ ຈັງຫວະການເຕີບໂຕ ຂອງເສດຖະກິດ ພາກພື້ນ ດັ່ງກ່າວ ຂຶ້ນເປັນ 4,5%, ເພີ່ມຂຶ້ນ 0,3% ເມື່ອທຽບໃສ່ ການຄາດຄະເນ ທີ່ປະກາດ ໃນເດືອນເມສາປີນີ້. ບົດລາຍງານລະບຸວ່າ: ສາເຫດຕົ້ນຕໍ ທີ່ປັບຈັງຫວະ ການເຕີບໂຕ ຂອງເສດຖະກິດ ໃຫ້ສູງຂຶ້ນ ແມ່ນການລົງທຶນ ແລະ ການສົ່ງອອກເຕັກໂນໂລຊີສູງ ຂອງປະເທດທີ່ເປັນພາກສ່ວນໜຶ່ງ ຂອງຕ່ອງໂສ້ປັນຍາປະດິດ ນັ້ນມີຄວາມເຂັ້ມແຂງ. ພາຍໃຕ້ ການຊຸກຍູ້ ຂອງການຜະລິດ ແລະ ການສົ່ງອອກຜະລິດຕະພັນ ເຕັກໂນໂລຊີສູງ,ຈັງຫວະການເຕີບໂຕ ຂອງກຸ່ມເສດຖະກິດ ຫລາຍກຸ່ມໃນພາກພື້ນດັ່ງກ່າວໃນປີນີ້ ໄດ້ສູງກວ່າ ການຄາດຄະເນ ໃນກ່ອນໜ້ານີ້. ໃນນັ້ນ, ການຄາດຄະເນ ຈັງຫວະການເຕີບໂຕ ຂອງເສດຖະກິດ ຫວຽດນາມ, ມາເລເຊຍ ແລະ ໄທ ໃນປີນີ້ຕ່າງໄດ້ປັບຂຶ້ນ 1,1%, 0,7% ແລະ 0,7% ຕາມລຳດັບ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL