ຈັດງານແລກປ່ຽນ ແລະ ອ່ານປຶ້ມ “ສີ ຈິ້ນຜິງ: ແນວຄິດການບໍລິຫານ ປະເທດ” ເຫລັ້ມ 5 ສະບັບ ພາສາແອັດສະປາຍ

07/10/2026 14:13
KPL ງານ​ແລກ​ປ່ຽນ ແລະ ອ່ານປຶ້ມ “ສີຈິ້ນຜິງ: ແນວຄິດ ການບໍລິຫານປະເທດ”​ ເຫລັ້ມ 5 ສະ​ບັບ ​ພາ​ສາ​ ແອັ​ດ​ສະ​ປາຍ ໄດ້​ຈັດ​ຂຶ້ນ​ຢູ່ ​ນະ​ຄອນ​ຫລວງ​ ມາດ​ຣິດ ​ປະ​ເທດ​ແອັດ​ສະ​ປາຍ, ໂດຍ​ພາຍ​ໃຕ້​ຫົວ​ຂໍ້ “ ການ​ສົ​ນ​ທະ​ນາ​ ດ້ານ​ອະ​ລິ​ຍະ​ທຳ ​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ ​ຮ່ວມ​ກັນ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 6 ຕຸ​ລາ​ນີ້, ງານ​ແລກ​ປ່ຽນ ແລະ ອ່ານປຶ້ມ “ສີຈິ້ນຜິງ: ແນວຄິດ ການບໍລິຫານປະເທດ”​ ເຫລັ້ມ 5 ສະ​ບັບ ​ພາ​ສາ​ ແອັ​ດ​ສະ​ປາຍ ໄດ້​ຈັດ​ຂຶ້ນ​ຢູ່ ​ນະ​ຄອນ​ຫລວງ​ ມາດ​ຣິດ ​ປະ​ເທດ​ແອັດ​ສະ​ປາຍ, ໂດຍ​ພາຍ​ໃຕ້​ຫົວ​ຂໍ້ “ ການ​ສົ​ນ​ທະ​ນາ​ ດ້ານ​ອະ​ລິ​ຍະ​ທຳ ​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ ​ຮ່ວມ​ກັນ: ໂອ​ກາດ ແລະ ການຈ້ອງມອງ ​ຂອງ​ການ​ແລກ​ປ່ຽນ ​ລ​ະ​ຫວ່າງ​ ສປ ຈີນ-ແອັດ​ສະ​ປາຍ”​, ຜູ້​ຕາງ​ໜ້າ 60 ກວ່າ​ຄົນ ​ທີ່​ມາ​ຈາກ ​ລັດ​ຖະ​ບານ, ໂຮງ​ຮຽນ​ຊັ້ນ​ສູງ, ສື່ມວນ​ຊົນ ແລະ ວົງ​ການ​ອື່ນໆ​ ລະ​ຫວ່າງ​ ສປ ຈີນ-ແອັດ​ສະ​ປາຍ ​ໄດ້​ເຂົ້າ​ຮ່ວມ. ແຂກຜູ້​ມີ​ກຽດ​ຮ່ວມ​ງານ​ ເຫັນ​ວ່າ: ປຶ້ມ “ສີ ຈິ້ນ ຜິງ: ແນວຄິດ ການບໍລິຫານປະເທດ”​ ເຫລັ້ມ​ 5 ສະ​ບັບ ​ພາ​ສາ​ ແອັ​ດ​ສະ​ປາຍ ໄດ້​ເປີດ​ປ່ອງ​ຢ້ຽມ​ ສຳ​ຄັນ ​ດ້ານ​ແນວ​ຄິດ ​ໃຫ້​ແກ່​ ຜູ້​ອ່ານ​ແອັດ​ສະ​ປາຍ​ ໃນ​ການ​ຮັບ​ຮູ້ ​ປະ​ເທດ​ຈີນ​ ໃນ​ຍຸກ​ໃໝ່, ເຂົ້າ​ໃຈ ​ຄວາມ​ທັນ​ສະ​ໄໝ ​ແບບ​ຈີນ. ສອງ​ຝ່າຍ ​ຄວນ​ຫັນ​ແນວ​ຄິດ ​ທີ່​ເປັນ​ເອ​ກະ​ພາບ​ກັນ ​ເປັນ​ການ​ກະ​ທຳ​ຕົວ​ຈິງ, ລົງ​ເລິກ​ການ​ຮ່ວມ​ມື​ ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ: ເສດ​ຖະ​ກິດ​ການ​ຄ້າ, ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ດິ​ຈິ​ຕອນ, ວັດ​ທະ​ນະ​ທຳ ແລະອື່ນໆ, ເຮັດ​ໃຫ້​ໝາກ​ຜົນ ຫລາຍກວ່າ​ເກົ່າ ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້ ​ປະ​ຊາ​ຊົນ​ສອງ​ປະ​ເທດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top