ສສ ຫວຽດນາມ-ກົດດີວົວ ຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳ

26/08/2026 15:20
Email Print 137
KPL ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ທ່ານ ແພດທຣິກ ອາຊີ(Patrick Achi) ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກົດ​ດີ​ວົວ ໄດ້​ລົງຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ນະ​ຄອນ​ເກິ່ນ​ເທີ ຂອງ ສສ ຫວຽດນາມ

ຂປລ.ວິທະຍຸກະຈ່າຍ ສຽງຫວຽດນາມ, ວັນ​ທີ 25 ສິງ​ຫາ, ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ທ່ານ ແພດທຣິກ ອາຊີ(Patrick Achi) ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກົດ​ດີ​ວົວ ໄດ້​ລົງຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ນະ​ຄອນ​ເກິ່ນ​ເທີ ຂອງ ສສ ຫວຽດນາມ, ຈາກນັ້ນ ໄດ້ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ບໍລິສັດ​ ກະ​ສິ​ກຳ ​ເຕັກ​ໂນ​ໂລ​ຢີ​ສູງ ຈຸງ​ອານຂອງ ສສ ຫວຽດນາມ, ທ່ານ ເຈິ່ນ​ແທັງ​ເໝິນ ແລະ ທ່ານ ແພດທຣິກ ອາຊີ ໄດ້​ລົງ​ຢ້ຽມ​ຢາມ​ລະ​ບົບ ຊິໂລ(silo) ບັນ​​ຈຸ​ເຂົ້າ​ສານ, ໂຮງ​ງານສີ​ເຂົ້າ , ຕ່ອງ​ໂສ້​ຫຸ້ມ​ຫໍ່​ເຂົ້າ​ສານ ແລະ ເຂດ​ທ່າ​ກຳ​ປັ່ນ​ຢູ່​ແຄມ​ແມ່​ນ້ຳ​ຂອງ; ຢ້ຽມຊົມ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຂົ້າ​ສານ ແລະ ຜະ​ລິດ​ຕະ​ພັນ​ປຸງ​ແຕ່ງ​ ຈາກ​ເຂົ້າ​ສານ​ຂອງ​ບໍ​ລິ​ສັດ; ຢ້ຽມ​ຢາມ​ ທົ່ງ​ນາ​ປູກ​​ແນວ​ພັນ​ເຂົ້າ ​ທີ່​ໄດ້​ສະ​ມັດ​ຕະ​ພາບ​ສູງ​ຍາມ ​ລະ​ດູ​​ຮ້ອນ-ໃບ​ໄມ້ຫລົ່ນ 2026.ໃນໂອກາດ ທີ່​​ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ ຢູ່​ບໍ​ລິ​ສັດ Caseamex, ວິ​ສາ​ຫະ​ກິ​ດຳ​ເນີນ​ທຸ​ລະ​ກິດ ​ໃນ​ຂົງ​ເຂດ​ສິນ​ໃນ​ນ້ຳ, ທ່ານ ແພດທຣິກ ອາຊີ ໄດ້ໃຫ້​ຮູ້​ວ່າ: ອາຟຣິກາ ​ເວົ້າ​ລວມ ແລະ ອາຟຣິກາ ​ຕາ​ເວັນ​ຕົກ ​ເວົ້າ​ສະ​ເພາະ ​ຈະ​ແມ່ນ​ຕະຫາດ ​ທີ່​ມີ​ຄວາມສາ​ມາດ​ບົ່ມ​ຊ້ອນ ​ເພື່ອ​ໃຫ້​ບັນ​ດາ​ຜະ​ລິດ​ຕະ​ພັນ ​ກໍ່​ຄື​ເຕັກ​ໂນ​ໂລ​ຢີ​ຂອງ ສສ ຫວຽດ​ນາມ ​ເຂົ້າ​ເຖິງ ແລະ ປາດ​ຖະ​ໜາວ່າ ສສ ຫວຽດ​ນາມ ຈະ​ແມ່ນ​ໜຶ່ງ​ ໃນ​ບັນ​ດາ​ປະ​ເທດ​ນຳ​ໜ້າ, ມີ​ໜ້າ​ຢູ່​ ຕະຫາດ​ກົດ​ດີ​ວົວ ​ໂດຍ​ໄວ ເພື່ອ​ໝູນ​ໃຊ້​ບັນ​ດາ​ທ່າ​ໄດ້​ປຽບ ​ໃຫ້​ດີ​ທີ​ສຸດ ​ບໍ່​ພຽງ​ແຕ່​ ໃນ​ການ​ເຄື່ອນ​ໄຫວ ​ດ້ານການ​ຄ້າ​ ເທົ່າ​ນັ້ນ ຫາກ​ຍັງ​ໃນ​ການ​ລົງ​ທຶນ ແລະ ຜະ​ລິດ​ອີກ​ດ້ວຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top