KPL
ຂປລ. ວັນທີ 23 ສິງຫາ 1975 ແມ່ນວັນສຳຄັນວັນໜຶ່ງໃນປະຫວັດສາດການປະຕິວັດລາວ ເປັນເຫດການທີ່ສະແດງເຖີງການປ່ຽນຜ່ານອຳນາດການປົກຄອງໃນນະຄອນຫລວງວຽງຈັນ ກ່ອນການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975.

ຂປລ. ວັນທີ 23 ສິງຫາ 1975 ແມ່ນວັນສຳຄັນວັນໜຶ່ງໃນປະຫວັດສາດການປະຕິວັດລາວ ເປັນເຫດການທີ່ສະແດງເຖີງການປ່ຽນຜ່ານອຳນາດການປົກຄອງໃນນະຄອນຫລວງວຽງຈັນ ກ່ອນການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975.
ພາຍຫລັງການສິ້ນສຸດຂອງສົງຄາມໂລກຄັ້ງທີ 2 ແລະ ການສິ້ນສຸດລະບອບອານານິຄົມຝຣັ່ງໃນອິນດູຈີນ, ສະພາບການໃນລາວຍັງຄົງມີຄວາມຂັດແຍ່ງ ແລະ ການແຊກແຊງຈາກພາຍນອກ. ພາຍ ຫລັງພວກລ່າເມືອງຂຶ້ນຝຣັ່ງຖືກປະລາໄຊ, ຈັກກະພັດອາເມລິກາ ກໍໄດ້ກະໂດດເຂົ້າມາ ແທນພວກລ່າເມືອງຂຶ້ນຝຣັ່ງ ດໍາເນີນການແຊກແຊງ ແລະ ຮຸກຮານປະເທດລາວໂດຍທັນທີ ດ້ວຍ ກົນອຸບາຍຫວັງເຮັດໃຫ້ປະເທດເຮົາ ກາຍເປັນຫົວເມືອງຂຶ້ນແບບໃໝ່ ແລະ ເປັນຖານທັບຂອງເຂົາ ແນໃສ່ປິດລ້ອມຫວຽດນາມ ແລະ ສປ ຈີນ, ສະກັດກັ້ນ ກະແສຟອງປະຕິວັດບໍ່ໃຫ້ແຜ່ລາມໄປໃນອາຊີອາຄະເນ.
ຕໍ່ສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຂອງການຕໍ່ສູ້ ເພື່ອຕີເອົາຊະນະສັດຕູຜູ້ຮຸກຮານ, ວັນທີ 22 ມີນາ 1955 ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ. ພັກໄດ້ນຳພາປະຊາ ຊົນລາວບັນດາເຜົ່າດໍາເນີນການຕໍ່ສູ້ກູ້ຊາດຕ້ານອາເມລິກາ ຊຶ່ງເປັນໄລຍະການຕໍ່ສູ້ທີ່ດຸເດືອດຂ້ຽວຂາດສັບສົນ, ຫຍຸ້ງຍາກລຳບາກກວ່າໝູ່ຂອງການປະຕິວັດໃນປະເທດເຮົາ ແລະ ເປັນໄລຍະຕໍ່ສູ້ທີ່ສະຫງ່າອົງອາດກວ່າໝູ່ ແລະ ມີໄຊຍິ່ງໃຫຍ່ກວ່າໝູ່ໃນປະຫວັດສາດຂອງຊາດເຮົາ ຊຶ່ງໄດ້ສະແດງອອກໃນແຕ່ລະໄລຍະດັ່ງນີ້: ໄລຍະ ແຕ່ 1954 - 1963 ເປັນໄລຍະການຕໍ່ສູ້ປົກປັກຮັກສາສອງແຂວງເຕົ້າໂຮມ, ຂະຫຍາຍ ກຳລັງປະຕິວັດ ແລະ ການຫັນທິດການຕໍ່ສູ້ທາງດ້ານການເມືອງ ແລະ ການຕໍ່ສູ້ດ້ວຍອາວຸດ. ໄລຍະປີ 1964 - 1973 ເປັນໄລຍະຕໍ່ສູ້ຜາບແພ້ຍຸດທະສາດ" ສົງຄາມພິເສດເພີ່ມທະວີຂອງຈອນເງິນ” ແລະ “ຍຸດທະສາດສົງຄາມພິເສດເພີ່ມທະວີ” ຕາມທິດສະດີນິກເຊິນຂອງຈັກກະພັດອາເມລິກາ. ໄລຍະປີ 1973-1975 ເປັນໄລຍະຕໍ່ສູ້ເພື່ອເຮັດສຳເລັດການປະຕິວັດຊາດ ປະຊາທິປະໄຕ ໃນທົ່ວປະເທດ ດ້ວຍກຳລັງແຮງສັງລວມຂອງທົ່ວປວງຊົນທັງຊາດ ທີ່ພວມຢູ່ໃນທ່າມີໄຊ ແລະ ດຳເນີນໄປໃນເງື່ອນໄຂທີ່ສັນຕິພາບໄດ້ຮັບການຟື້ນຟູ.

ກອງປະຊຸມສູນກາງພັກ ໃນປີ 1975 ໄດ້ວາງທິດທາງ ແລະ ໜ້າທີ່ລວມໃນການຕໍ່ສູ້ຍາດ ເອົາໄຊຊະນະຂັ້ນສຸດທ້າຍຂອງການປະຕິວັດໂດຍນຳໃຊ້ 3 ບາດຄ້ອນຍຸດທະສາດຄື: ການລຸກຮືຂຶ້ນ ຂອງມະຫາຊົນ, ການໜູນໜີບ ຂອງກຳລັງປະກອບອາວຸດປະຕິວັດ, ການແຍກຕົວອອກຂອງກຳລັງທະຫານຂອງສັດຕູ.
ໂດຍປະຕິບັດຕາມທິດທາງໜ້າທີ່ດັ່ງກ່າວ, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປະຊາຊົນ ກະກຽມກຳລັງທຸກດ້ານຄື: ກຳລັງການເມືອງ ແລະ ກຳລັງປະກອບອາວຸດ, ປຸກລຸກນໍ້າໃຈຮັກຊາດ ແລະ ຄຽດແຄ້ນສັດຕູ, ປຸກລຸກນໍ້າໃຈຕໍ່ສູ້ຂອງປະຊາຊົນຢູ່ໃນເຂດກວດກາຂອງຝ່າຍວຽງຈັນ, ກະກຽນ ແຜນການທຸກດ້ານເພື່ອຢຶດອໍານາດ ຢູ່ຕາມຕົວເມືອງໃນແຂວງຕ່າງໆ ແລະ ໄດ້ກຽມນະໂຍບາຍອັນ ລະອຽດໃຫ້ສອດຄ່ອງກັບແຕ່ລະທ້ອງຖິ່ນ ແລະ ແຕ່ລະຊັ້ນຄົນ.
ພາຍໃຕ້ການນຳພາຂອງພັກ ມະຫາຊົນຊັ້ນຄົນຕ່າງໆຢູ່ໃນເຂດປົກຄອງຂອງສັດຕູ ແລະ ໃນ ເຂດເປັນກາງ ເປັນຕົ້ນແມ່ນກຳມະກອນ, ຊາວນາ, ນັກຮຽນນັກສຶກສາໄດ້ພ້ອມກັນລຸກຮືຂຶ້ນ ແລະ ເຂົ້າຮ່ວມການຕໍ່ສູ້ ນັບມື້ນັບຫລາຍ, ຂະບວນການຕໍ່ສູ້ຂອງມະຫາຊົນໄດ້ແຜ່ລາມກວ້າງອອກໄປຢ່າງ ໄວວາ ດ້ວຍຖ່ວງທ່າອັນແຂງແຮງຟົດຟື້ນ, ດູດດຶງເຕົ້າໂຮມເອົາກໍາລັງໄດ້ຢ່າງຫລວງຫລາຍ ໃນໝູ່ ຂ້າລາຊະການ, ຊາວຄ້າຂາຍ, ພະສົງສໍາມະເນນ, ນັບທັງນາຍ ແລະ ພົນທະຫານ, ຕຳຫລວດ ໄດ້ ເຂົ້າຮ່ວມຂະບວນການຕໍ່ສູ້ ຊຶ່ງຂະຫຍາຍຕົວເປັນກະແສຟອງສູງສຸດເຊັ່ນ: ການລຸກຮືຂຶ້ນຂອງກຳມະ ກອນໄຟຟ້າວຽງຈັນ; ການລຸກຮືຂຶ້ນຕໍ່ສູ້ຢ່າງໝັ້ນໜຽວ ທົນທານຕະຫລອດ 42 ວັນ ແລະ ຄືນ ຂອງ ປະຊາຊົນຊາວເມືອງໜອງບົກ ແຂວງຄໍາມ່ວນ ສາມາດຍາດເອົາສິດເປັນເຈົ້າ, ສ້າງຕັ້ງອໍານາດການ ປົກຄອງປະຕິວັດຂຶ້ນ; ການລຸກຮືຂຶ້ນປະກາດແຍກຕົວອອກຈາກຝ່າຍວຽງຈັນ ຂອງກອງພັນ 102 ມາ ຂຶ້ນກັບ ລັດຖະບານປະສົມໂດຍກົງ.

ໂດຍການປະສານສົມທົບຊ່ວຍຊູ ຈາກຂະບວນການຕໍ່ສູ້ຂອງມະຫາຊົນ, ກຳລັງປະກອບອາວຸດໄດ້ເຄື່ອນທັບຍຸດທະສາດເຂົ້າໄປຢຶດເອົາບັນດາທີ່ຕັ້ງທີ່ສໍາຄັນ ໃນເຂດກວດກາຂອງສັດຕູໄດ້ຢ່າງໄວວາ, ຢຶດເອົາບັນດາຕົວເມືອງໃຫຍ່ຄື: ວຽງຈັນ, ປາກເຊ, ສະຫວັນນະເຂດ ທີ່ເປັນໃຈກາງບັງຄັບບັນຊາຂອງສັດຕູ ສ້າງເປັນກຳລັງໜີບທາງການທະຫານຢ່າງແຂງແຮງໃນເຂດປົກຄອງ ຂອງສັດຕູ.
ວັນທີ 23 ສິງຫາ 1975 ຊາວນະຄອນຫລວງວຽງຈັນ ສອງໝື່ນກວ່າຄົນ ໄດ້ໂຮມຊຸມນຸມມິດຕິ່ງ ເພື່ອຕ້ອນຮັບການປະກາດສ້າງຕັ້ງອຳນາດການປົກຄອງປະຕິວັດ ນະຄອນຫລວງຈັນ ຊຶ່ງກໍເປັນອັນວ່າ ລະບົບອຳນາດການປົກຄອງປະຕິວັດທັງໝົດແຕ່ຂັ້ນແຂວງ, ນະຄອນຫລວງ ລົງຮອດຂັ້ນຮາກ ຖານ ໄດ້ຮັບການສ້າງຕັ້ງຂຶ້ນໃນທົ່ວເຂດປົກຄອງຂອງສັດຕູ. ວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ນະຄອນຫລວງວຽງຈັນ, ກອງປະຊຸມໄດ້ເປັນເອກະສັນກັນຜ່ານບັນດາມະຕິອັນເປັນປະຫວັດການ: ຕົກລົງລົບລ້າງລະບອບລາຊາ ທິປະໄຕ ທີ່ຫລ້າສະໄໝ ແລະ ສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ, ສ້າງຕັ້ງສະພາປະຊາຊົນສູງສຸດ, ແຕ່ງຕັ້ງປະທານປະເທດ ແລະ ສ້າງຕັ້ງລັດຖະບານ ສປປ ລາວ, ກຳນົດທຸງຊາດ, ເພງຊາດ ແລະ ພາສາທາງການ. ສິ່ງດັ່ງກ່າວນັ້ນ ເປັນປະຫວັດການ ໃນການ ຢຶດອຳນາດຂັ້ນສຸດທ້າຍຂອງການປະຕິວັດລາວ ຊຶ່ງໄດ້ຈາລຶກໃນປຶ້ມປະຫວັດສາດຂອງຊາດລາວ.
ວັນຢຶດອໍານາດ 23 ສິງຫາ ປີ 1975 ຈິ່ງມີຄວາມໝາຍຄວາມສໍາຄັນຫລາຍສໍາລັບ ປະຊາຊົນລາວທັງຊາດ ເພາະວ່າ: ໄຊຊະນະດັ່ງກ່າວ ມັນແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ; ມັນແມ່ນຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງແຫ່ງການນໍາໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຢຶດອຳນາດການປົກຄອງໃນທົ່ວປະເທດແບບ “ ບົວບໍ່ຊໍ້າ ນໍ້າບໍ່ອຸ່ນ”, ມັນແມ່ນໄຊຊະນະຂອງ ແນວທາງປະຕິວັດອັນຖືກຕ້ອງ ແລະ ການນໍາພາອັນສະຫລາດສ່ອງໃສຂອງພັກ ທີ່ຮູ້ໝູນໃຊ້ລັດທິ ມາກ - ເລນິນ ເຂົ້າໃນພຶດຕິກຳຕົວຈິງຂອງການປະຕິວັດລາວ ຢ່າງປະດິດສ້າງ; ມັນແມ່ນໄຊຊະນະ ຂອງກໍາລັງແຮງ ແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນດຽວກັນຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ແມ່ນໄຊຊະນະຂອງຄວາມສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງ ປະຊາ ຊົນລາວ, ປະຊາຊົນຫວຽດນາມ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄລ່ກັນດ້ານສັດຕູໂຕດຽວກັນ ຕະຫລອດໄລຍະການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດໃນປັດຈຸບັນ. ພ້ອມນັ້ນ, ກໍເປັນໄຊຊະນະຂອງການຊ່ວຍເຫລືອ, ສະໜັບສະໜູນອັນແຂງແຮງ ແລະ ປະ ເສີດເລີດລ້ໍາ ຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງ ເປັນຕົ້ນແມ່ນອະດີດສະຫະພາບໂຊວຽດ ແລະ ສາທະນະລັດປະຊາຊົນຈີນ ແລະ ຂອງປະຊາຊົນຜູ້ກ້າວໜ້າໃນໂລກ.
ດັ່ງນັ້ນ, ວັນທີ 23 ສິງຫາ 1975 ຈຶ່ງຖືກຈົດຈຳເປັນເຫດການສຳຄັນອີກວັນໜຶ່ງໃນປະຫວັດສາດລາວ. ການຈົດຈຳວັນສຳຄັນນີ້ ເປັນການຫວນຄືນເຖິງເຫດການ ແລະ ບົດຮຽນຈາກອະດີດ ເພື່ອສືບຕໍ່ຮັກສາຄວາມສາມັກຄີ, ຄວາມສະຫງົບ ແລະ ຮ່ວມກັນສ້າງສາພັດທະນາປະເທດຊາດ.
KPL