ເປົ້າໝາຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຂອງພັກ

26/08/2026 13:23
Email Print 147
KPL ຂປລ. ໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມເລັ່ງເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງເປັນຂະບວນຟົດຟື້ນນັ້ນ, ກໍຍັງໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດມະຕິວ່າດ້ວຍ ການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່

ຂປລ. ໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມເລັ່ງເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງເປັນຂະບວນຟົດຟື້ນນັ້ນ, ກໍຍັງໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດມະຕິວ່າດ້ວຍ ການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ (ສອຈ) ຢ່າງຈູດຈ້າວຫ້າວຫັນ, ມີຈຸດສຸມ ເພື່ອສົ່ງເສີມເປັນສິນຄ້າ ໃຫ້ກຸ້ມຕົນເອງ ແລະ ຊົມໃຊ້ສິນຄ້າພາຍໃນ ທັງຫລຸດຜ່ອນການນຳເຂົ້າສິນຄ້າຈາກພາຍນອກ ທັງໄດ້ກຳນົດເອົາຜະລິດຕະພັນທີ່ພົ້ນເດັ່ນຂອງທ້ອງຖິ່ນຕົນ ເປັນທ່າແຮງໃນການຈັດຕັ້ງປະຕິບັດມະຕິດັ່ງກ່າວ.

ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແມ່ນທິດທາງ, ເສັ້ນທາງການພັດທະນາຊາດລາວຍຸກໃໝ່ ເພື່ອສ້າງພື້ນຖານເສດຖະກິດແຫ່ງຊາດໃຫ້ເຂັ້ມແຂງ ໂດຍສູ້ຊົນເອົາເສດຖະກິດຂອງລາວອອກຈາກລະບົບ, ລະບອບເສດຖະກິດທີ່ເຕັມໄປດ້ວຍການເພິ່ງພາ ແລະ ເອື່ອຍອີງໃຫ້ກາຍເປັນເຈົ້າຕົນເອງ ຢ່າງມີບາດກ້າວເດີນທີ່ໜັກແໜ້ນ ໝາຍວ່າ: ເປັນເຈົ້າດ້ານຄວາມຮັບຮູ້ ໃນສິ່ງທີ່ເຮົາມີ, ໃນສິ່ງທີ່ເຮົາເຮັດໄດ້; ຮູ້ອີງໃສ່ທ່າແຮງບົ່ມຊ້ອນຂອງປະເທດ, ຮູ້ນໍາໃຊ້ຊັບພະຍາກອນທີ່ເຮົາມີຢ່າງກຸ້ມຄ່າ ແລະ ຮູ້ວາງແຜນ ໃນການຂຸດຄົ້ນຊັບພະຍາກອນຂອງຊາດ ໃຫ້ຄົນລາວເປັນເຈົ້າຫລາຍຂຶ້ນ; ໄດ້ເງິນມາ ຕ້ອງຮູ້ປະຢັດ-ອົດອອມ, ຮູ້ໃຊ້ຈ່າຍຢ່າງຄຸ້ມ, ຕັດສິນໃຈສູງຊອກຫາທາງອອກ ແລະ ວາງມາດຕະການອັນຈໍາເປັນໃນແຕ່ລະໄລຍະຢ່າງຖືກຕ້ອງ ແລະ ສອດຄ່ອງກັບສະພາບທີ່ເກີດຂຶ້ນ ເພື່ອເຮັດໃຫ້ບັນຫາຕ່າງໆ ໄດ້ຮັບການແກ້ໄຂດີຂຶ້ນເທື່ອລະກ້າວ; ປະຊາຊົນມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ອະນະຄົດອັນສະຫວ່າງສະໄຫວຂອງປະເທດຊາດ, ຕື່ນຕົວເປັນເຈົ້າການທໍາມາຫາກິນ ເພື່ອໃຫ້ພົ້ນຈາກຄວາມທຸກຍາກ ແລະ ຮັ່ງມີຂຶ້ນ.

ພ້ອມດຽວກັນນີ້, ຢາກສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນເງື່ອນໄຂເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ດີນັ້ນ, ນອກຈາກ ການເປັນເຈົ້າການພັດທະນາຊັບພະຍາກອນມະນຸດແລ້ວ ຍັງຕ້ອງມີການພັດທະນາພື້ນຖານການຜະລິດ, ການບໍລິການ, ສ້າງໃຫ້ມີຜະລິດຕະພັນທີ່ຫລາກຫລາຍ, ພັດທະນາລະບົບການເງິນ-ເງິນຕາໃຫ້ເຂັ້ມແຂງ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ. ສຸມໃສ່ສ້າງພື້ນຖານການຜະລິດໃຫ້ໜັກແໜ້ນ, ເຂັ້ມແຂງ, ມີສິນຄ້າອຸປະໂພກ-ບໍລິໂພກພຽງພໍຕອບສະໜອງພື້ນ ຖານການດໍາລົງຊີວິດຂອງສັງຄົມລາວ ໂດຍບໍ່ເພິ່ງພາຈາກພາຍນອກດ້ານດຽວ ກ້າວສູ່ການຜະລິດ ເພື່ອສົ່ງອອກ ແລະ ເກາະກ່າຍເປັນຕ່ອງໂສ້ໃນລະບົບການຜະລິດຂອງພາກພື້ນ ແລະ ສາກົນ, ສ້າງມູນຄ່າເພີ່ມໃຫ້ແກ່ການສົ່ງອອກສິນຄ້າ, ປຸງແຕ່ງຊັບພະຍາກອນ ທີ່ເປັນທ່າແຮງຂອງປະເທດ ໂດຍນໍາໃຊ້ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝ. ປັບປຸງລະບົບການເງິນ-ເງິນຕາໃຫ້ເຂັ້ມແຂງ, ຖືເປັນໝາກຫົວໃຈ ຫລື ເສັ້ນເລືອດໃຫຍ່ຂອງລະບົບເສດຖະກິດຂອງປະເທດ; ບົນພື້ນຖານນັ້ນ ຕ້ອງດໍາເນີນທຸກມາດຕະການ ເພື່ອໃຫ້ມີລະບົບການເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຫລາຍເທົ່າທີ່ຈະຫລາຍໄດ້, ສ້າງແຫລ່ງລາຍຮັບໃໝ່ໃຫ້ຫລາຍໜັກແໜ້ນ, ຂຸດຄົ້ນແຫລ່ງລາຍຮັບຈາກບ່ອນທີ່ມີຄວາມສາມາດຂຸດຄົ້ນໄດ້ ແລະ ເກັບໄດ້ຕາມກົດໝາຍ ແລະ ລະບຽບການຢ່າງຍືດຍຸ່ນ, ທັງມີການປັບປຸງ ແລະ ພັດທະນາລະບົບ, ກົນໄກຢ່າງເປັນປະຈໍາ ຕາມຫລັກວິທະຍາສາດທີ່ປ່ຽນແປງໄດ້ຕາມສະຖານະການຕົວຈິງໃນແຕ່ລະໄລຍະ; ຕ້ອງຮູ້ວາງແຜນໃຊ້ຈ່າຍງົບປະມານຢ່າງເຄັ່ງຄັດ, ມີປະສິດທິຜົນ, ເກີດດອກອອກຜົນໃນການພັດທະນາຫລາຍກວ່າເກົ່າ ແລະ ສ້າງສິ່ງຕອບແທນທີ່ຄຸ້ມຄ່າກວ່າເກົ່າ; ຕັ້ງໜ້າຍົກສູງຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍຄວາມບາກບັ່ນສູ້ຊົນສູງສຸດຂອງຕົນເອງເປັນສິ່ງຕັດສິນຕົ້ນຕໍ ໃນການຮັບປະກັນຄວາມເປັນເອກະລາດ, ເປັນເຈົ້າຕົນເອງໃຫ້ສະແດງອອກຢ່າງເປັນຮູບປະທໍາ ທາງດ້ານເສດຖະກິດ, ການຮ່ວມມືດ້ານເສດຖະກິດກັບພາຍນອກ ແລະ ການເຊື່ອມໂຍງສາກົນ, ທັງເປັນການສ້າງເງື່ອນໄຂ, ຄວາມເຊື່ອໝັ້ນອັນໜັກແໜ້ນ ໃນການຍາດແຍ່ງ ແລະ ຮັບເອົາການສະໜັບສະໜູນ ຊ່ວຍເຫລືອຈາກເພື່ອນມິດສາກົນ ໃຫ້ກາຍເປັນແຫລ່ງທຶນຮອນ ເພື່ອພັດທະນາ ຫລື ນໍາໃຊ້ຢ່າງມີປະສິດທິຜົນສູງສຸດ.

          ທ່ານ ຄຳແສນ ສົມພານດີ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງປາກງື່ມ ນະຄອນຫລວງວຽງຈັນໃຫ້ສຳພາດວ່າ: ການຈັດຕັ້ງປະຕິບັດມະຕິວ່າດ້ວຍ ສອຈ ຢູ່ເມືອງປາກງື່ມ ຫລັກໆ ແມ່ນຖືວຽກງານກະສິກຳເປັນທ່າແຮງ, ເນື່ອງຈາກ 80% ຂອງປະຊາຊົນພາຍໃນເມືອງ ແມ່ນເຮັດອາຊີບກະສິກຳນີ້ ໂດຍສະເພາະແມ່ນການຜະລິດເຂົ້ານາແຊງ, ນາປີ, ການປູກມັນຕົ້ນ ແລະ ການປູກພືດ ຜັກອິນຊີບ້ານທ່າຊ້າງທີ່ມີຊື່ສຽງມາແຕ່ດົນ. ການຜະລິດກະສິກຳພາຍໃນເມືອງ ໄດ້ສົ່ງເສີມໃນການຫັນເປັນທັນສະໄໝ ເພື່ອຫລຸດຜ່ອນແຮງງານກໍຄືຕົ້ນທຶນໄດ້ຫລາຍຂຶ້ນ ໄປພ້ອມໆກັບສາມາດສ້າງເສດຖະກິດພາຍໃນ ເມືອງໃຫ້ມີຄວາມເຂັ້ມແຂງ. ແນວໃດກໍຕາມ ເຖິງວ່າ ການຜະລິດໄດ້ຫັນປ່ຽນກ້າວໄປສູ່ການຜະລິດທັນສະໄໝກໍຈິງ, ແຕ່ກໍຍັງພົບບັນຫາບາງດ້ານ ໂດຍສະເພາະແມ່ນບັນຫາລາຄານ້ຳມັນສູງຄືດັ່ງປັດຈຸບັນ ອັນໄດ້ເຮັດໃຫ້ຕົ້ນທຶນການຜະລິດກໍເພີ່ມຂຶ້ນໄປຕາມໆກັນ.

ທ່ານ ຄຳແສນ ສົມພານດີ ໂດຍລວມແລ້ວ, ເສດຖະກິດຂອງເມືອງເຮົາແມ່ນອີງໃສ່ການເຮັດນາ,ພືດ ຜັກເປັນຫລັກ ເພື່ອສ້າງລາຍຮັບສົ່ງເສີມລູກ-ຫລານຮຽນໜັງສື ແລະ ສ້າງສາຄອບຄົວ. ໃນອະນາຄົດກໍຈະສືບຕໍ່ຂະຫຍາຍເຕັກນິກໃໝ່ໆ ແລະ ຮ່ວມມືກັບພາກສ່ວນຕ່າງໆ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນໄປພ້ອມໆກັບການຈັດຕັ້ງປະຕິບັດມະຕິວ່າດ້ວຍ ສອຈ ຢ່າງມີເຂັ້ມແຂງ ແລະ ຍືນຍົງ.

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ


Top