ອີຣານ ບັນລຸຂໍ້ຕົກລົງຄວາມເຂົ້າໃຈກັບ ໂອມານ ກ່ຽວກັບເສັ້ນທາງເດີນເຮືອ ຢູ່ຊ່ອງແຄບຮໍມຸສ

26/08/2026 15:19
Email Print 122
KPL ທ່ານ ຄາ​ເຊມ ກາ​ຣີ​ບາ​ບາ​ດີ ຮອງລັດຖະມົນຕີ ກະຊວງການຕ່າງປະເທດອີຣານ ກ່າວວ່າ ອີງ​ຕາມຂໍ້ຕົກລົງຄວາມເຂົ້າໃຈ ສະ​ບັບ​ໃໝ່​ ລະ​ຫວ່າງ ອີຣານ ກັບ ໂອມານ ກ່ຽວກັບເສັ້ນທາງເດີນເຮືອ ​ຢູ່ຊ່ອງແຄບຮໍມຸສ.

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ,ວັນທີ 25 ສິງ​ຫາ​ນີ້, ​ວິ​ທະ​ຍຸ​ໂທ​ລະ​ພາບ ສາທາລະນະລັດອິດສະລາມອີຣານ (IRIB) ​ລາຍ​ງານ​ວ່າ: ທ່ານ ຄາ​ເຊມ ກາ​ຣີ​ບາ​ບາ​ດີ ຮອງລັດຖະມົນຕີ ກະຊວງການຕ່າງປະເທດອີຣານ ກ່າວວ່າ  ອີງ​ຕາມຂໍ້ຕົກລົງຄວາມເຂົ້າໃຈ ສະ​ບັບ​ໃໝ່​ ລະ​ຫວ່າງ ອີຣານ ກັບ ໂອມານ ກ່ຽວກັບເສັ້ນທາງເດີນເຮືອ ​ຢູ່ຊ່ອງແຄບຮໍມຸສ. ເສັ້ນທາງເຂົ້າສູ່ ອ່າວເປີເຊຍ ຈະຜ່ານນ່ານນໍ້າ ຂອງອີຣານ, ໃນຂະນະທີ່ເສັ້ນທາງ​ເດີນ​ເຮືອ ອອກຈາກ ອ່າວ​ເປີ​ເຊຍຈະຜ່ານທັງນ່ານນໍ້າຂອງ ໂອມານ ແລະ ອີຣານ. ໂດຍ​ບໍ່​ອະ​ນຸ​ຍາດ​ໃຫ້​ກຳ​ປັ່ນ​ທະ​ຫານ ຜ່ານຊ່ອງແຄບດັ່ງກ່າວ, ​ແຕ່ອະນຸຍາດໃຫ້ສະເພາະເຮືອສິນຄ້າ ​ຜ່ານ​ໄດ້ເທົ່ານັ້ນ. ທ່ານ ກາ​ຣີ​ບາ​ບາ​ດີ ກ່າວ​ຕື່ມ​ວ່າ: ອີຣານ ກັບ ໂອມານ ​ບັນ​ລຸ​ຂໍ້​ຕົກ​ລົງ​ຄວາມ​ເຂົ້າ​ໃຈ​ດັ່ງ​ກ່າວ ບໍ່ໄດ້ໝາຍຄວາມວ່າ ຈະເປີດຊ່ອງແຄບ ຮໍມຸສ ໃນທັນທີ. ຂໍ້​ຕົກ​ລົງດັ່ງກ່າວ ເປັນພຽງມາດຕະການຊົ່ວຄາວ​, ສອງປະເທດຈະດຳເນີນການເຈລະຈາ​ພາຍ​ໃນ 30 ຫາ 60 ວັນ ເພື່ອ​ກຳ​ນົດເສັ້ນທາງເດີນ ເຮືອຖາວອນ​ສາຍໃໝ່./.

ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top