KPL
ຂປລ. ຫລັງຈາກອຳລາຈາກໜ້າທີ່ວຽກງານລັດ ແລະ ເຂົ້າສູ່ໄວບຳນານ, ຫລາຍຄົນອາດເລືອກ ພັກຜ່ອນ ຢູ່ເຮືອນ, ແຕ່ສຳລັບ ທ່ານ ນາງ ແພງ ກັນຍາພີມ ອະດີດຮອງເຈົ້າແຂວງຫົວພັນ, ໄວບຳນານກັບກາຍເປັນໂອກາດໃໝ່ໃນການຫັນມາເຮັດກະສິກຳຢ່າງຈິງຈັງຈົນປະສົບຜົນສຳເລັດຢ່າງໜ້າພໍໃຈ.

ຂປລ. ຫລັງຈາກອຳລາຈາກໜ້າທີ່ວຽກງານລັດ ແລະ ເຂົ້າສູ່ໄວບຳນານ, ຫລາຍຄົນອາດເລືອກ ພັກຜ່ອນ ຢູ່ເຮືອນ, ແຕ່ສຳລັບ ທ່ານ ນາງ ແພງ ກັນຍາພີມ ອະດີດຮອງເຈົ້າແຂວງຫົວພັນ, ໄວບຳນານກັບກາຍເປັນໂອກາດໃໝ່ໃນການຫັນມາເຮັດກະສິກຳຢ່າງຈິງຈັງຈົນປະສົບຜົນສຳເລັດຢ່າງໜ້າພໍໃຈ. ດ້ວຍຄວາມພະຍາຍາມ ແລະ ການຮຽນຮູ້ຢ່າງບໍ່ຢຸດຢັ້ງ, ທ່ານໄດ້ທົດລອງປູກໝາກມັງກອນ ແລະ ໝາກໄມ້ປອດສານຜິດຫລາກຫລາຍຊະນິດ ຢູ່ເມືອງຊຳເໜືອ ແລະ ເມືອງວຽງໄຊ ແຂວງຫົວພັນ, ກາຍເປັນແບບຢ່າງອັນດີໃນການສ້າງລາຍຮັບ ແລະ ສ້າງຄວາມສຸກໃນໄວບຳນານ ໃຫ້ແກ່ບັນດາພະນັກງານບຳນານ ແລະ ປະຊາຊົນທົ່ວໄປ.

ເສັ້ນທາງການເຮັດກະສິກຳຂອງທ່ານ ນາງ ແພງ ກັນຍາພີມ ເລີ່ມຕົ້ນຂຶ້ນໃນທ້າຍປີ 2020 ໂດຍເລີ່ມຈາກການເຊົ່າດິນ 2 ເຮັກຕາ ຢູ່ຢູ່ເມືອງວຽງໄຊ ເພື່ອປູກມອນລ້ຽງມ້ອນ, ແຕ່ເນື່ອງຈາກສະພາບດິນຟ້າອາກາດຢູ່ບໍລິເວນດັ່ງກ່າວບໍ່ເອື້ອອຳນວຍ ຈຶ່ງຫັນມາທົດລອງປູກໝາກມັງກອນ 60 ຕົ້ນ ຢູ່ສວນບ້ານກໍ່ ເມືອງຊຳເໜືອ ແທນ. ພາຍຫລັງປູກໄດ້ປີ
ກວ່າສາມາດເກັບຜົນຜະລິດຊຸດທຳອິດ ໄດ້ຫາຍກວ່າ 300 ກິໂລ ແລະ ຈຳໜ່າຍໄດ້ໃນລາຄາ 30.000-35.000 ກີບຕໍ່ກິໂລ. ຈາກຜົນສຳເລັດດັ່ງກ່າວ ຈຶ່ງໄດ້ຂະຫຍາຍພື້ນທີ່ປູກເພີ່ມຕື່ມຢູ່ທີ່ດິນສຳປະທານເມືອງວຽງໄຊ ຈົນເຮັດໃຫ້ສວນ ຂະຫຍາຍໃຫຍ່ຂຶ້ນເລື້ອຍໆ. ປັດຈຸບັນ, ສວນມີຕົ້ນໝາກມັງກອນຫລາຍກວ່າ 700 ຕົ້ນ ແບ່ງເປັນ 2 ສາຍພັນ ຄື ພັນເນື້ອຂາວ ແລະ ພັນເນື້ອແດງ. ນອກຈາກໝາກມັງກອນແລ້ວ, ຍັງໄດ້ປູກໝາກໄມ້ ແລະ ພືດຜັກຕາມລະດູການອີກຫລາຍຊະນິດ ເປັນຕົ້ນວ່າ: ໝາກສີດາ, ອາໂວກາໂດ, ໝາກກ້ຽງ, ໝາກພຸກຫວານ, ໝາກເຂົ້າ, ໝາກລຳມຸດ, ໝາກມາດ, ໝາກນອດ, ໜໍ່ໄມ້ຫົກຫວານ, ໝາກຄໍ້ ແລະ ໝາກນັດ ພ້ອມທັງລ້ຽງປາ ແລະ ປູກພືດຜັກສວນຄົວ, ເຮັດໃຫ້ສວນແຫ່ງນີ້ກາຍເປັນແຫລ່ງຜະລິດອາຫານທີ່ຫລາກຫລາຍ.

ທ່ານ ນາງ ແພງ ກັນຍາພິມ ກ່າວຕື່ມວ່າ: ຈຸດເດັ່ນສຳຄັນຂອງສວນແມ່ນເນັ້ນການປູກແບບປອດສານຜິດ ປູກຕາມທຳມະຊາດ 100%, ໂດຍນຳໃຊ້ຝຸ່ນທຳມະຊາດທີ່ຫາໄດ້ຕາມທ້ອງຖິ່ນ ເປັນຕົ້ນແມ່ນ ຝຸ່ນຄອກ, ແກບ ແລະ ຫຍ້າທຳມະຊາດ ເອົາມາເຜົາໂຮມກັນ ແລ້ວນຳມາເຮັດເປັນຝຸ່ນບົ່ມເພື່ອບຳລຸງດິນ ຊຶ່ງການໃຊ້ຝຸ່ນທຳມະຊາດ ເຮັດໃຫ້ຕົ້ນໄມ້ເຕີບໃຫຍ່ແຂງແຮງດີ, ຜົນຜະລິດມີຄຸນນະພາບ, ລົດຊາດແຊບ ແລະ ທີ່ສຳຄັນແມ່ນມີຄວາມປອດໄພຕໍ່ຜູ້ບໍລິໂພກ. ສ່ວນເຕັກນິກການປູກ ແລະ ບົວລະບັດຮັກສາຕົ້ນໄມ້ນັ້ນ ບໍ່ໄດ້ຢຸດການຮຽນຮູ້ພຽງແຕ່ຈາກປະສົບການສ່ວນຕົວເທົ່ານັ້ນ, ແຕ່ຍັງໄດ້ຄົ້ນຄວ້າ ແລະ ສຶກສາເພີ່ມເຕີມຈາກສື່ອອນລາຍ ໂດຍສະເພາະທາງ YouTube ແລ້ວນຳມາປັບໃຊ້ຕົວຈິງກັບສວນຂອງຕົນ ຈົນປະສົບຜົນສຳເລັດ. ໃນແຕ່ລະປີ, ຕົ້ນໝາກມັງກອນຢູ່ສວນສາມາດເກັບຜົນຜະລິດໄດ້ເຖິງ 4 ຊຸດ ໂດຍເລີ່ມອອກໝາກໃນລະຫວ່າງເດືອນມິຖຸນາ ຫາ ເດືອນຕຸລາ ຂອງທຸກໆປີ. ສ່ວນບ່ອນຈໍາໜ່າຍແມ່ນຂາຍຢູ່ໜ້າເຮືອນຂ້າງຕະຫລາດເມືອງຊຳເໜືອ ແລະ ສົ່ງໃຫ້ລູກຄ້າຕາມການສັ່ງຈອງ.

ທ່ານ ນາງ ແພງ ກັນຍາພີມ ໃຫ້ຮູ້ຕື່ມວ່າ: ຄວາມສຳເລັດຂອງສວນບໍ່ພຽງແຕ່ເປັນການສ້າງລາຍຮັບເສີມເຂົ້າຄອບຄົວ ແລະ ສ້າງຄວາມສຸກ-ສຸຂະພາບທີ່ດີ ໃນໄວພັກຜ່ອນບຳນານເທົ່ານັ້ນ, ແຕ່ຍັງເປັນແບບຢ່າງອັນດີເລີດໃຫ້ແກ່ພະນັກງານບຳນານ ກໍຄືປະຊາຊົນບັນດາເຜົ່າ ໃນການນຳໃຊ້ເວລາຫວ່າງ ແລະ ທ່າແຮງຂອງທີ່ດິນໃຫ້ເກີດປະໂຫຍດສູງສຸດ. ພ້ອມນັ້ນ, ໃນອະນາຄົດໄວໆນີ້ ຈະເປີດໃຫ້ມວນຊົນໄດ້ເຂົ້າທ່ຽວຊົມ ແລະ ທັດສະນະສຶກສາ ເພື່ອແບ່ງປັນປະສົບການໃຫ້ຊາວກະສິກອນຜູ້ສົນໃຈໄດ້ເຂົ້າໄປສຶກສາຮຽນຮູ້ແລ້ວນຳໄປຕໍ່ຍອດໃນອະນາຄົດຕື່ມອີກ.
ການຫັນຈາກຄະນະບໍລິຫານພັກແຂວງມາສູ່ອາຊີບກະສິກຳສະແດງໃຫ້ເຫັນວ່າ ການບຳນານບໍ່ແມ່ນຈຸດສີ້ສຸດຂອງຊີວິດການເຮັດວຽກ, ແຕ່ສາມາດເປັນຈຸດເລີ່ມຕົ້ນຂອງໂອກາດໃໝ່. ດ້ວຍຄວາມດຸໝັ່ນ, ການຮຽນຮູ້ ແລະ ຄວາມຮັກໃນອາຊີບກະສິກຳ, ຊີວິດໃນໄວບຳນານກໍສາມາດສ້າງທັງລາຍຮັບ, ສຸຂະພາບ, ຄວາມສຸກ ແລະ ຄຸນຄ່າໃຫ້ແກ່ຄອບຄົວ ແລະ ສັງຄົມ.
ໂດຍ: ໄອແກ້ວ
KPL