ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງທ່າແຕງ ໄດ້ຮັບອຸປະກອນສັດຕະວະແພດ

25/08/2026 01:50
KPL ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຫ້ອງການກະສິກໍາ ແລະ ສິ່ງແວດ ລ້ອມເມືອງທ່າແຕງ ແຂວງເຊກອງ ໄດ້ຮັບອຸປະກອນສັດຕະວະແພດ ຈາກພະແນກກະສິກໍາ ແລະ ສິ່ງ ແວດລ້ອມແຂວງ ເຊກອງ ຕາງໜ້າ ມອບໂດຍ ທ່ານ ໄພສະໝອນ ໄອ່ ແກ້ວ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງເຊກອງ ແລະ ຕາງໜ້າຮັບຂອງທ່ານ ສີຫາ ບຸດດາວົງ ວ່າການຫົວໜ້າຫ້ອງ ການກະສິກໍາ ແລະ ສິ່ງແວດລ້ອມເມືອງທ່າແຕງ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ອຸປະກອນທີ່ ມາມອບໃນຄັ້ງນີ້ ປະກອບມີ: ຕູ້ແຊ່ ນ້ອຍ 1 ໜ່ວຍ, ກ໋ອງເກັບອຸນຫະພູມ,  ປ້າຍຫູງົວ, ຄີມໜີບຫູ ອໍໂຕ ແລະ  ຄີມໜີບຫູທຳມະດາ, ຄີມຄີບເຂັມ, ສະແລັງສັກຢາໃຫຍ່  ແລະ ສະແລັງ ສັກຢານ້ອຍ, ເຂັມ, ກ໋ອງຂ້າເຊື້ອ ອາ ລູມີນຽມ , ຖົງມື, ເປຕາດິນ, ສໍາລີ, ນ້ຳຢາຂ້າເຊື້ອ ແລະ ໃບທະບຽນສັດ  ຊຶ່ງອຸປະກອນດັ່ງກ່າວ, ແມ່ນຈະໄດ້ ນໍາໃຊ້ເຂົ້າໃນ 5 ບ້ານເປົ້າໝາຍຂອງ ເມືອງທ່າແຕງ ທີ່ເປັນບ້ານແບບຢ່າງ ຕ້ານ ແລະ ຄວບຄຸມພະຍາດລະບາດ ມີ: ບ້ານທ່າແຕງເໜືອ, ບ້ານກະປື, ບ້ານກັນດອນໃໝ່, ບ້ານທົ່ງຫວາຍ ແລະ ບ້ານດອນຊາ ທັງນີ້ກໍເພື່ອ ສ້າງຄວາມເຂົ້າໃຈ ແລະ ຄວາມເຂັ້ມ ແຂງໃຫ້ອົງການຈັດຕັ້ງບ້ານ ແລະ ສັດຕະວະແພດບ້ານ ໄດ້ເຂົ້າເຖິງ ການສ້າງຄວາມເຂ້ັມແຂງໃຫ້ແກ່ ສັດ, ການແຜ່ຂະຫຍາຍຂອງສັດ, ການຮອງຮັບດ້ານສະບຽງອາຫານ ແລະ ອອກທະບຽນພິມສັດໄດ້ຢ່າງ ທົ່ວເຖິງ. 

ໃນໂອກາດນີ້, ທ່ານ ສີຫາ ບຸດດາ ວົງ ກໍໄດ້ສະແດງຄວາມຂອບໃຈ ມາຍັງຮອງຫົວໜ້າພະແນກກະສິ ກໍາ ແລະ ສິ່ງແວດລ້ອມ ແຂວງເຊ ກອງ ຕາງໜ້າໂຄງການຄວບຄຸມ ແລະ ຕ້ານພະຍາດລະບາດສັດໃຫຍ່ ຢູ່ ສປປ ລາວ ທີ່ໃຫ້ການຊ່ວຍເຫລືອ ທາງດ້ານວັດຖຸ, ອຸປະກອນໃຫ້ກັບ ເມືອງທ່າແຕງ ພ້ອມໃຫ້ຄໍາໝັ້ນ ສັນຍາວ່າ ຈະປົກປັກຮັກສາ ແລະ ນໍາໃຊ້ເຄື່ອງຈຳນວນດັ່ງກ່າວ ໃຫ້ ຖືກວິທີການ ເພື່ອໃຫ້ອຸປະກອນສາ ມາດນໍາໃຊ້ໄດ້ຍາວນານ ແລະ ເກີດ ຜົນປະໂຫຍດສູງສຸດ. 

ຂ່າວ-ພາບ: ພອນ ບຸນອຸທິດ

KPL

ຂ່າວອື່ນໆ


Top