KPL
ອີງຕາມຜົນ ການປຶກສາຫາລື ສອງຝ່າຍ, ທ່ານ ວາງຢີ້ ກຳມະການ ກົມການເມືອງສູນກາງພັກ ກອມມູນິດຈີນ ຫົວໜ້າຫ້ອງການວຽກງານຕ່າງປະເທດ ຂອງສູນກາງຈີນ ທັງເປັນຜູ້ຕາງໜ້າພິເສດຝ່າຍຈີນ ກ່ຽວກັບ ບັນຫາຊາຍແດນ ຈີນ-ອິນເດຍ
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ໂຄສົກກະຊວງ ການຕ່າງປະເທດຈີນ ໄດ້ປະກາດວ່າ: ອີງຕາມຜົນ ການປຶກສາຫາລື ສອງຝ່າຍ, ທ່ານ ວາງຢີ້ ກຳມະການ ກົມການເມືອງສູນກາງພັກ ກອມມູນິດຈີນ ຫົວໜ້າຫ້ອງການວຽກງານຕ່າງປະເທດ ຂອງສູນກາງຈີນ ທັງເປັນຜູ້ຕາງໜ້າພິເສດຝ່າຍຈີນ ກ່ຽວກັບ ບັນຫາຊາຍແດນ ຈີນ-ອິນເດຍ ຈະຮ່ວມກັບທ່ານ ອາຈິດ ຄູມາ ໂດວານ ຜູ້ຕາງໜ້າພິເສດຝ່າຍອິນເດຍ ທັງເປັນທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອິນເດຍ ຈັດການພົບປະເຈລະຈາ ຂອງຜູ້ຕາງໜ້າພິເສດກ່ຽວກັບ ບັນຫາຊາຍແດນຈີນ-ອິນເດຍ ຄັ້ງທີ 25 ຢູ່ນະຄອນຫລວງ ປັກກິ່ງຂອງ ສປ ຈີນ ໃນວັນທີ 25 ສິງຫານີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL