KPL
ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນສິງຫາ 2026 ໄຂຂຶ້ນໃນວັນທີ24 ສິງຫາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ,
ຂປລ. ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ, ຜູ້ຕາງໜ້າຄະນະກຳມະການປົກຄອງນະຄອນຫລວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພ່ືອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນກັນຍາ 2026. ກອງປະຊຸມໄດ້ໄຂຂ້ຶນໃນທ່າມກາງບັນຍາກາດທົ່ວພັກ, ທົ່ວລັດ ແລະ ທ່ົວປວງຊົນລາວບັນດາເຜ່ົາກໍາລັງຂຸ້ນຂ້ຽວຈັດຕ້ັງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄ້ັງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄ້ັງທີ X, ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ຄວາມທຸກຍາກ. ຄຽງຄູ່ກັນນັ້ນ, ກໍຢູ່ໃນທ່າມກາງທ່ີສະພາບການພາກພ້ືນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ, ສັບສົນ ແລະ ຄາດຄະເນໄດ້ຍາກເປັນຕົ້ນບັນຫາຂໍ້ຂັດແຍ່ງຢູ່ເຂດຕາເວັນອອກກາງ, ບັນຫາ ສ ຣັດເຊຍ ແລະ ອູແກຣນ, ບັນຫາທະເລຈີນໃຕ້, ບັນຫາແຫລມເກົາຫລີ, ບັນຫາຄວາມເຄັ່ງຮ້ອນຢູ່ປະເທດໃກ້ຄຽງ ສົ່ງຜົນເຮັດໃຫ້ສະພາບເສດຖະກິດໂລກທີ່ມີຄວາມຫຍຸ້ງຍາກຢູ່ແລ້ວຍິ່ງ ຈະສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກວ້າງ.
ສໍາລັບປະເທດລາວເຮົາ ກໍໄດ້ຮັບຜົນກະທົບຈາກສະພາບການດັ່ງກ່າວ ໂດຍສະເພາະດ້ານລາຄານໍ້າມັນເຊື້ອໄຟ, ການຜັນຜວນຂອງອັດຕາແລກປ່ຽນເງິນຕາ, ການຂົນສົ່ງ, ລາຄາສິນຄ້າ, ຄ່າຄອງຊີບເພີ່ມສູງຂຶ້ນ, ລວມທັງຜົນກະທົບຈາກໄພພິບັດທາງທໍາມະຊາດ, ໄພນ້ໍາຖ້ວມ-ນ້ໍາໄຫລຊຸ ຢູ່ 8 ແຂວງເຮັດໃຫ້ສົ່ງຜົນກະທົບຕໍ່ເຮືອນຊານບ້ານຊ່ອງ, ເນື້ອທີ່ທຳການຜະລິດ, ຊີວິດ ແລະ ຊັບສິນຂອງປະຊາຊົນ, ທັງກະທົບໃສ່ພື້ນຖານໂຄງລ່າງຢ່າງໜັກໜ່ວງ. ຕໍ່ໜ້າສະພາບການດັ່ງກ່າວ, ທ່ານນາຍົກລັດຖະມົນຕີ, ບັນດາທ່ານຮອງນາ ຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານຈຳນວນໜຶ່ງກໍໄດ້ລົງຕິດຕາມແກ້ໄຂບັນຫາຕົວຈິງພ້ອມທັງມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບຢູ່ທ້ອງຖິ່ນຕ່າງໆ. ພ້ອມກັນນ້ັນ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ຂັ້ນແຂວງເອົາໃຈໃສ່ຊີ້ນຳ ແລະ ຊ່ວຍເຫລືອເບື້ອງຕົ້ນ, ລວມທັງການກຽມຮັບມືໄພພິບັດທີ່ອາດຈະເກີດຂຶ້ນ.
ກອງປະຊຸມຈະໄດ້ດຳເນີນເປັນເວລາ 2 ວັນ ໂດຍຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈໍານວນໜຶ່ງເປັນຕົ້ນການປະຕິບັດວຽກຈຸດສຸມພົ້ນເດັ່ນປະຈໍາເດືອນສິງຫາ ແລະ ທິດທາງແຜນການປະຈຳເດືອນກັນຍາ 2026 ຂອງລັດຖະບານ; ສະພາບການຄຸ້ມຄອງລາຄາສິນຄ້າ ແລະ ການແກ້ໄຂບັນຫານໍ້າມັນເຊື້ອໄຟ; ສະພາບໄພພິບັດທີ່ເກີດຂຶ້ນໃນປີ 2026 ແລະ ແຜນການກຽມຄວາມພ້ອມຮັບມືໃນທ້າຍປີ 2026.
ຮ່າງດໍາລັດວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍຈັດຊ້ື-ຈັດຈ້າງດ້ວຍທຶນຂອງລັດ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ); ຮ່າງນະໂຍບາຍພິເສດຕ່ໍການພັດທະນາແຂວງຫົວພັນ ແລະ ແຂວງຜົ້ງສາລີ; ຮ່າງຄໍາສັ່ງວ່າດ້ວຍການປັບປຸງນະໂຍບາຍ ແລະ ເພ່ີມທະວີການຄຸ້ມຄອງການພັດທະນາແຮ່ທາດໃນໄລຍະໃໝ່; ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ (ສະບັບປັບປຸງ); ຮ່າງດໍາລັດວ່າດ້ວຍຕໍາແໜ່ງບໍລິຫານຂອງພະນັກງານລັດຖະກອນ (ສະບັບປັບປຸງ).
ໃນໂອກາດດັ່ງກ່າວ, ທ່ານ ປະທານກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາທ່ານສະມາຊິກລັດຖະບານ ແລະ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງຂອງແຕ່ລະບັນຫາດ້ວຍ ການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເຮັດໃຫ້ຜົນຂອງກອງປະຊຸມຄັ້ງນ້ີໄດ້ຮັບຜົນເປັນຢ່າງດີ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.
KPL