ປະຊາຊົນ ທີ່ປະສົບໄພນ້ຳຖ້ວມຢູ່ເມືອງນານ ຍັງຕ້ອງການເຄື່ອງອຸປະໂພກ-ບໍລິໂພກຈຳນວນຫລາຍ

25/08/2026 01:43
KPL ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ປັດຈຸບັນ ປະຊາຊົນທີ່ຖືກຜົນກະທົບ ໄພພິບັດ ນ້ຳຖ້ວມ ຢູ່ເມືອງນານ ແຂວງ ຫລວງພະບາງ ຍັງມີຄວາມຕ້ອງ ການຄວາມຊ່ວຍເຫລືອຮີບດ່ວນ ໂດຍສະເພາະ ເຂົ້າສານ, ອາຫານ ແຫ້ງ, ນ້ຳດື່ມ, ເຄື່ອງຄົວເຮືອນ, ເຄ່ືອງນອນ ລວມເຖິງສັງກະສີ ແລະ ເຫລັກຕະປູ ເພື່ອຊ່ວຍສ້ອມແປງ ເຮືອນທີ່ຖືກດິນເຈື່ອນທັບຖົມ

ຊຶ່ງພາກສ່ວນທີ່ກ່ຽວຂ້ອງຂອງ ເມືອງນານ ພວມສືບຕໍ່ຕິດຕາມ, ສຳຫລວດ ແລະ ເກັບກຳຂໍ້ມູນຜົນ ເສຍຫາຍຢ່າງລະອຽດ ພ້ອມທັງສືບ ຕໍ່ຊ່ວຍເຫລືອຄອບຄົວທີ່ປະສົບໄພ  ແລະ ເລັ່ງຟື້ນຟູເນື້ອທີ່ການຜະລິດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍ ໄວ. ຕໍ່ເຫດການດັງກ່າວ, ໃນວັນທີ  21 ສິງຫາ 2026, ທ່ານ ບຸນເຫລືອ  ສິນໄຊວໍຣະວົງ ປະທານຄະນະ ກຳມະການປົກຄອງແຂວງຫລວງ ພະບາງ ພ້ອມດ້ວຍຄະນະກຳມະ  ການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ ເຄ່ືອນໄຫວຢ້ຽມຢາມ ແລະ ມອບ ເຄື່ອງຊ່ວຍເຫລືອໃຫ້ປະຊາຊົນ ທ່ີ ປະສົບຜົນກະທົບຈາກໄພນ້ຳຖ້ວມ ໃນລະຫວ່າງວັນທີ 18-19 ສິງຫາ  2026 ຈຳນວນ 5 ບ້ານ ຢູ່ເມືອງ ນານ ໃນນັ້ນ 2 ບ້ານ ໄດ້ຖືກນ້ໍາຖ້ວມ ເຮືອນມີ: ບ້ານສີບຸນເຮືອງ, ບ້ານນາ ເລົາ; ບ້ານທີ່ມີດິນເຈື່ອນ ມີ 3 ບ້ານ:  ບ້ານ ໂພນໄຊ, ບ້ານເມືອງໃຫຍ ແລະ ບ້ານ ກາງ. 

ການຊ່ວຍເຫລືອຄັ້ງນີ້ມີເຄື່ອງອຸ ປະໂພກ-ບໍລິໂພກ ແລະ ເງິນຈຳນວນ ໜຶ່ງ ລວມມູນຄ່າ 91 ລ້ານກວ່າກີບ ເພື່ອບັນເທົາຄວາມລຳບາກໃນ ເບື້ອງຕົ້ນ ແລະ ສະໜັບສະໜູນ ການຟື້ນຟູຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ກັບມາໃຊ້ຊີວິດປົກ ກະຕິໂດຍໄວ. 

ໂອກາດນີ້, ທ່ານ ບຸນເຫລືອ  ສິນໄຊວໍຣະວົງ ໄດ້ສະແດງຄວາມ ຫ່ວງໃຍຕໍ່ຊີວິດ ແລະ ການເປັນຢ່ ຂອງປະຊາຊົນ ພ້ອມທັງເນັ້ນໃຫ້ ການນຳເມືອງ, ອົງການປົກຄອງ ບ້ານ ແລະ ທຸກພາກສ່ວນເພີ່ມທະວີຄວາມສາມັກຄີ, ຮ່ວມແຮງຮ່ວມ ໃຈ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອຮ່ວມກັນຜ່ານພົ້ນວິກິດການ ຄັ້ງນີ້ໄປໃຫ້ໄດ້ດ້ວຍດີ. ພ້ອມທັງເນັ້ນ ໃຫ້ເລັ່ງຟື້ນຟູຊີວິດການເປັນຢູ່ ແລະ  ພື້ນທີ່ການຜະລິດໃຫ້ປະຊາຊົນກັບ ຄືນສູ່ສະພາບປົກກະຕິໂດຍໄວ, ຄວບ ຄູ່ກັບການເອົາໃຈໃສ່ດ້ານສຸຂະອະ ນາໄມ, ນ້ຳສະອາດ ແລະ ການປ້ອງ ກັນພະຍາດລະບາດ ທີ່ອາດເກີດຂຶ້ນ ພາຍຫລັງນ້ຳຖ້ວມ. 

ເຫດການນ້ຳຖ້ວມຄັ້ງນີ້ ເກີດຂຶ້ນ ໃນເວລາປະມານ 2 ໂມງເຊົ້າ ຂອງ ວັນທີ 19 ສິງຫາ 2026 ເນື່ອງຈາກ ຝົນຕົກໜັກ ເຮັດໃຫ້ນ້ຳນານເພີ່ມ ສູງຂຶ້ນຢ່າງໄວວາ ແລະ ໄຫລເຂ້ົາ ຖ້ວມເຮືອນຂອງປະຊາຊົນ, ຕາມ ການເກັບກຳຂໍ້ມູນເບື້ອງຕົ້ນລະບຸ ວ່າ ມີຄອບຄົວຖືກຜົນກະທົບລວມ 122 ຄອບຄົວ, ປະຊາກອນ 574 ຄົນ, ເປັນຍິງ 244 ຄົນ, ໃນນັ້ນ, ບ້ານນາເລົາ ມີ 5 ຄອບຄົວ ໄດ້ຮັບ ຜົນເສຍຫາຍ, ສ່ວນບ້ານສີບຸນເຮືອງ  30 ຄອບຄົວ. ສຳລັບດ້ານກະສິກຳ  ມີເນ້ືອທ່ີນາເສຍຫາຍຫລາຍກວ່າ  14 ເຮັກຕາ ແລະ ເນ້ືອທ່ີສວນມັນຕ້ົນ ເສຍຫາຍ ຫລາຍກວ່າ 1 ເຮັກຕາ,  ສ່ວນເນື້ອທີ່ນາທີ່ຖືກຜົນກະທົບ ລວມທັງໝົດ ພວມຢູ່ໃນຂັ້ນຕອນ ສຳຫລວດ ແລະ ສັງລວມຂໍ້ມູນ. 

ຂ່າວ-ພາບ: ທະນູສີນ ອິດທິພົນ

KPL

ຂ່າວອື່ນໆ


Top