KPL
ພິທີພົບປະສອງຝ່າຍ ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ,
ຂປລ. ຄະນະຜູ້ແທນຝ່າຍລາວ ນຳໂດຍ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ນາງ ເລິມທິ ເຟືອງແທງ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ, ມີຄະນະຜູ້ແທນສອງຝ່າຍເຂົ້າຮ່ວມ.
ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ການພົບປະສອງຝ່າຍ ໃນຄັ້ງນີ້, ສອງຝ່າຍ ໄດ້ພ້ອມກັນທົບທວນຄືນການຈັດຕັ້ງປະຕິບັດແຜນຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ພ້ອມທັງແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາຫາລືເພື່ອສືບຕໍ່ລົງນາມແຜນການຮ່ວມມືສອງຝ່າຍສະບັບໃໝ່ສະເພາະສອງກະຊວງ ແນໃສ່ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ່ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມທັງຕີລາຄາສູງຕໍ່ໝາກຜົນ ຂອງການຮ່ວມມືຢ່າງຮອບດ້ານ ແລະ ສະໜິດແໜ້ນ ລະຫວ່າງ ສອງພັກ-ສອງລັດ ໃນໄລຍະຜ່ານມາ ໂດຍສະເພາະໃນຂົງ ເຂດວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ໃນເມື່ອກ່ອນ ກໍຄືວຽກງານວັດທະນະທຳ ແລະ ການທ່ອງທ່ຽວໃນປັດຈຸບັນ ຖືໄດ້ວ່າສອງກະຊວງ ໄດ້ມີການສົມທົບກັນຢ່າງໃກ້ຊິດ ແລະ ຕໍ່ເນື່ອງເຮັດໃຫ້ການປະຕິບັດໜ້າທ່ີການເມືອງທີ່ຂັ້ນເທິງມອບໝາຍໃຫ້ໄດ້ຮັບຜົນສໍາເລັດເປັນກ້າວໆມາ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດ ການຮ່ວມມືສອງຝ່າຍດ້ານວັດທະນະທໍາ ແລະ ການທ່ອງທ່ຽວ ຂອງສອງກະຊວງ ໃນໄລຍະ 5 ປີຜ່ານມາ (2021-2025).
ໂອກາດນີ້, ສະຫາຍ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າບົນຈິດໃຈສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ່ນສ່ວນຍຸດທະສາດ ຂອງສອງຊາດເຮົາ, ໝາກຜົນຂອງການພົບປະກັນຄັ້ງນີ້ ຈະເປັນບ່ອນອີງໃຫ້ແກ່ສອງຝ່າຍ ກໍຄືສອງກະຊວງ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍດ້ານວັດທະນະທໍາ ແລະ ການທ່ອງທ່ຽວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດເໝາະກັບຕົວຈິງ ແລະ ມີປະສິດທິຜົນຍິ່ງຂຶ້ນ ແນໃສ່ປະກອບສ່ວນຢ່າງແຂງແຮງເຂົ້າໃນການລຶບລ້າງຄວາມທຸກຍາກ ກໍຄືການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດໃຫ້ດີຂຶ້ນເລື້ອຍໆ. ພ້ອມນີ້, ສະຫາຍ ນາງ ເລິມທິ ເຟືອງແທງ ກໍໄດ້ຕີລາຄາສູງຕໍ່ການຮ່ວມມືອັນມີປະສິດທິຜົນລະຫວ່າງ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ກະ ຊວງວັດທະນະທໍາ ແລະ ການທ່ອງທ່ຽວລາວ ໃນຫລາຍປີຜ່ານມາຊຶ່ງສອງຝ່າຍ ໄດ້ປະສານສົມທົບຈັດຕັ້ງຫລາຍກິດຈະກໍາດ້ານວັດທະນະທໍາ ແລະ ສິລະປະຢ່າງຄຶກຄື້ນ ເຊັ່ນ: ສັບປະດາວັດທະນະທໍາ ຫວຽດນາມ ຢູ່ ລາວ, ສັບປະດາວັດທະນະທໍາລາວ ຢູ່ ຫວຽດນາມ, ງານມະໂຫລານ ແລກປ່ຽນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ-ລາວ, ຄ້າຍສ້າງສັນປະຕິມາກໍາຫວຽດນາມ-ລາວ, ການເຂົ້າຮ່ວມບັນດາງານມະໂຫລານວັດທະນະທໍາ-ສິລະປະສາກົນຢູ່ຫວຽດນາມ. ບັນດາກິດຈະກໍາດ້ານວັດທະນະທໍາ ແລະ ສິລະປະດັ່ງກ່າວ, ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະຍາດ ລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ໃນໂອກາດດຽວກັນນີ້, ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ຍັງໄດ້ຮ່ວມລົງນາມແຜນການຮ່ວມມືດ້ານວັດທະນະທໍາ ແລະ ການທ່ອງທ່ຽວ (2026-2030) ຕື່ມອີກ.
KPL