ຫວຽດນາມ-ໂອຕຣິດ ຊຸກຍູ້ ການຮ່ວມມື ກ່ຽວກັບ ເອໄອ- ຄວາມປອດໄພທາງໄຊເບີ

13/05/2026 18:52
Email Print 115
KPL ເມື່ອບໍ່ດົນມານີ້, ຄະນະ ປະຕິບັດງານ ຂອງ ສະຫະສະມາຄົມ ຄວາມປອດໄພ ທາງໄຊເບີ ແຫ່ງຊາດ (NCA) ພ້ອມດ້ວຍ ຜູ້ຕາງໜ້າ ກະຊວງ ຕຳຫລວດ ຫວຽດນາມ ໄດ້ມີການເຮັດວຽກກັບ ສະຖາບັນ ອຸດສາຫະກຳ ໂອຕຣິດ (AIT) ເພື່ອແນໃສ່ ຊຸກຍູ້ ການຮ່ວມມື

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້,​ ຄະ​ນະ​ ປ​ະ​ຕິ​ບັດ​ງານ ​ຂອງ ​ສະ​ຫະ​ສະ​ມາ​ຄົມ​ ຄວາມ​ປອດ​ໄພ​ ທາງ​ໄຊ​ເບີ​ ແຫ່ງ​ຊາດ (NCA) ພ້ອມ​ດ້ວຍ ​ຜູ້​ຕາງ​ໜ້າ​ ກະ​ຊວງ​ ຕຳຫລວດ ຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ ສະ​ຖາ​ບັນ ​ອຸດ​ສາ​ຫະ​ກຳ ໂອ​ຕຣິດ (AIT) ເພື່ອ​ແນ​ໃສ່ ​ຊຸກ​ຍູ້ ​ການ​ຮ່ວມ​ມື​ ໃນ​ບັນ​ດາ​ ຂົງ​ເຂດ​ ຄວາມ​ປອດ​ໄພ ​ທາງ​ໄຊ​ເບີ, ຂໍ້​ມູນ ແລະ ປັນ​ຍາ​ປະ​ດິດ (AI).

ໃນ​ຂອບ​ເຂດ​ ການ​ເຮັດ​ວຽກ, ສະ​ຫະ​ສະ​ມາ​ຄົມ ​ໄດ້​ສະ​ເໜີ ​ເພີ່ມ​ທະ​ວີ ​ການ​ພົວ​ພັນ​ ຄູ່​ຮ່ວມ​ມື ​ຍຸດ​ທະ​ສາດ​ກັບ AIT ຜ່ານ​ບັນ​ດາ​​ ທິດທາງ​ ຈຸດ​ສຸມລວມ​ມີ: ການປົກ​ປ້ອງ ​ພື້ນ​ຖານ​ ໂຄງ​ລ່າງ​ ດີ​ຈີ​ຕອນ​ຫລັກ​; ຮັບ​ປະ​ກັນ ​ຄວາມ​ປອດ​ໄພ ​ດ້ານ​ຂໍ້​ມູນ ​ຂ່າວ​ສານ ແລະ ສ້າງ​ລະ​ບົບ​ ນິ​ເວດ ​ດີ​ຈີ​ຕອນ​ ທີ່​ໜ້າ​ໄວ້​ວາງ​ໃຈ; ໝູນ​ໃຊ້ ເອໄອ ແລະ ວິ​ເຄາະ​ ຂໍ້​ມູນ​ ໃນ​ວຽກ​ງານ​ ຮັບ​ປະ​ກັນ​ ຄວາມ​ປອດ​ໄພ​ ທາງ​ໄຊ​ເບີ; ການຮ່ວມ​ມື​ ​ບຳ​ລຸງ​ກໍ່​ສ້າງ​ ຊັບ​ພະ​ຍາ​ກອນ​ ມະ​ນຸດ ​ທີ່​ມີ​ ຄຸນນ​ະ​ພາບ​ສູງ; ຊຸກ​ຍູ້​ ການ​ແລກ​ປ່ຽນ​ ນັກ​ຊ່ຽວ​ຊານ ແລະ ສົມ​ທົບ​ກັນ​ຈັດ​ ບັນ​ດາ ​ເວ​ທີ​ປາ​ໄສ, ກອງ​ປະ​ຊຸມ​ ສຳ​ມະ​ນາ​ ສາ​ກົນ​ປະ​ຈຳ​ປີ.

​ຄຽງ​ຄູ່​ກັນ​ນັ້ນ, ສະ​ຫະ​ສະ​ມາ​ຄົມ ​ກໍ​ຍັງສະ​ເໜີ​ ເປີດກວ້າງ​ ການ​ເຊື່ອມ​ຕໍ່ ​ວິ​ສາ​ຫະ​ກິດ ​ເຕັກ​ໂນ​ໂລ​ຢີ​ ລະ​ຫວ່າງ​ສອງ​ປະ​ເທດ ເພື່ອຊຸກ​ຍູ້ ​ການ​ຖ່າຍ​ທອດ ​ເຕັກ​ໂນ​ໂລ​ຢີ, ຜັນ​ຂະ​ຫຍາຍ​ ບັນ​ດາ​ ຂໍ້​ລິ​ເລີ່ມ ການ​ຮ່ວມ​ມື​ ກ່ຽວ​ກັບ ​ຄວາມ​ປອດ​ໄພ​ ທາງ​ໄຊ​ເບີ, ຂໍ້​ມູນ​ຂ່າວ​ສານ ແລະ ປັນ​ຍາ​ປະ​ດິດ.

ການ​ເຮັດ​ວຽກ​ ແມ່ນ​ບາດ​ກ້າວ​ສືບ​ຕໍ່​ ທີ່​ສຳ​ຄັນ​ ພາຍ​ຫລັງ ເວ​ທີ​ປາ​ໄສ ​ຄວາມ​ປອດ​ໄພ ​ທາງ​ໄຊ​ເບີ ໂອ​ຕຣິດ-ຫວຽດ​ນາມ ປີ 2026, ປະ​ກອບ​ສ່ວນ​ ເຮັດ​ໃຫ້ ​ການ​ພົວ​ພັນ ​ຮ່ວມ​ມື ​ສອງ​ຝ່າຍ​ ລະ​ຫວ່າງ ຫວຽດ​ນາມ-ໂອຕຣິດ ໃນ​ຂົງ​ເຂດ ​ຄວາມ​ປອດ​ໄພ ​ທາງ​ໄຊ​ເບີ ແລະ ເຕັກ​ໂນ​ໂລ​ຢີ​ ດີ​ຈີ​ຕອນ ເລິກ​ເຊິ່ງຂຶ້ນກວ່າ​ອີກ, ພ້ອມ​ທັງ​ ເປັນການເປີດ​​ ​ໂອ​ກາດ ໃນການຮ່ວມ​ມື​ ທີ່​ແທດ​ຈິງ​ ລະ​ຫວ່າງ ​ບັນ​ດາ​ ສຳ​ນັກ​ງານ, ອົງ​ການ​ຈັດ​ຕັ້ງ ແລະ ວິ​ສາ​ຫະ​ກິດ ​ສອງ​ປະ​ເທດ./.

KPL

ຂ່າວອື່ນໆ


Top