ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມ

31/12/2025 17:31
Email Print 21297
KPL ທ່ານນາງ ດຣ ຫງວຽນ ທິ ເຟືອງ ທາວ (Nguyen Thi Phuong Thao) ປະທານສະພາການບໍລິຫານຍິງ ສາຍການບິນຫວຽດເຈັດ (Vietjet) ໄດ້ຮັບການປະດັບນາມມະຍົດ “ວິລະຊົນແຮງງານ”

ຂປລ. ທ່ານນາງ ດຣ ຫງວຽນ ທິ ເຟືອງ ທາວ(Nguyen Thi Phuong Thao)ປະທານສະພາການບໍລິຫານຍິງ ສາຍການບິນຫວຽດເຈັດ (Vietjet) ໄດ້ຮັບການປະດັບນາມມະຍົດ ວິລະຊົນແຮງງານເຊິ່ງແມ່ນໜຶ່ງໃນນາມມະຍົດກຽດຕິຍົດສູງສຸດຂອງ ສສ ຫວຽດນາມ ທີ່ມອບໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ແລະ ປະກອບສ່ວນຢ່າງຕໍ່ເນື່ອງເຂົ້າໃນການພັດທະນາປະເທດຊາດ.

ທ່ານນາງ ດຣ ຫງວຽນ ທິ ເຟືອງ ທາວ ແມ່ນນັກທຸລະກິດຍິງທີ່ສ້າງເນື້ອສ້າງຕົວດ້ວຍຕົນເອງຄົນທໍາອິດຂອງອາຊີຕາເວັນອອກສ່ຽງໃຕ້ ແລະ ໄດ້ຮັບການຍອມຮັບຢ່າງກວ້າງຂວາງວ່າ ເປັນໜຶ່ງໃນຜູ້ນຳທຸລະກິດທີ່ມີອິດທິພົນທີ່ສຸດໃນພາກພື້ນ. ທ່ານມີບົດບາດສຳຄັນໃນຂະແໜງການການບິນ, ການເງິນ-ການທະນາຄານ, ການລົງທຶນ ແລະ ເຕັກໂນໂລຊີ ມາເປັນເວລາຫລາຍກວ່າ 3 ທົດສະວັດ. ການນຳພາຂອງທ່ານແມ່ນສຸມໃສ່ການປະດິດສ້າງ, ການນຳໃຊ້ເຕັກໂນໂລຊີທີ່ມີປະສິດທິຜົນ ແລະ ການເຕີບໂຕທີ່ສອດຄ່ອງກັບຜົນປະໂຫຍດຂອງຊາດ, ຄຸນຄ່າທາງວັດທະນະທຳ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ. ແນວຄວາມຄິດລິເລີ່ມຂອງທ່ານໄດ້ສ້າງຜົນປະໂຫຍດໃຫ້ແກ່ລູກຄ້າຫລາຍລ້ານຄົນ, ສ້າງວຽກເຮັດງານທຳ, ສ້າງຜົນຕອບແທນໄລຍະຍາວໃຫ້ແກ່ນັກລົງທຶນ ແລະ ປະກອບສ່ວນເຂົ້າໃນພັດທະນາຊຸມຊົນ.ໃນຂະແໜງການບິນ, ທ່ານແມ່ນຜູ້ກໍ່ຕັ້ງ ແລະ ຜູ້ນຳຂອງຫວຽດເຈັດ (Vietjet) ເຊິ່ງເປັນສາຍການບິນເອກະຊົນແຫ່ງທຳອິດ ແລະ ໃຫຍ່ທີ່ສຸດຂອງຫວຽດນາມ. ທ່ານມີບົດບາດສຳຄັນໃນການຂະຫຍາຍໂອກາດການເດີນທາງທາງອາກາດ ແລະ ເລັ່ງການເຊື່ອມໂຍງຂອງປະເທດເຂົ້າກັບຕະຫລາດພາກພື້ນ ແລະ ສາກົນ, ລວມທັງປະເທດລາວ. ຫວຽດເຈັດ ໄດ້ຊ່ວຍໃຫ້ຜູ້ໂດຍສານຫລາຍລ້ານຄົນໄດ້ຂຶ້ນເຮືອບິນເປັນຄັ້ງທຳອິດ, ຂົນສົ່ງຜູ້ໂດຍສານຫລາຍຮ້ອຍລ້ານຄົນ ແລະ ເພີ່ມທະວີການເຊື່ອມຕໍ່ດ້ານການຄ້າ, ການທ່ອງທ່ຽວ, ການລົງທຶນ ແລະ ການແລກປ່ຽນວັດທະນະທຳ. ຝູງບິນສີແດງ-ເຫລືອງຂອງ ຫວຽດເຈັດ ທີ່ປະຕິບັດການໃນທົ່ວທະວີບ ໄດ້ກາຍເປັນສັນຍະລັກທີ່ໂດດເດັ່ນຂອງຫວຽດນາມ ທີ່ຂັບເຄື່ອນຄວາມໝັ້ນໃຈ ແລະ ເຊື່ອມຕໍ່ກັບທົ່ວໂລກ.ທ່ານໄດ້ມີສ່ວນຮ່ວມຢ່າງໃກ້ຊິດກັບບັນດາໂຄງການແກ້ໄຂບັນຫາໂຄງລ່າງພື້ນຖານ ແລະ ລະບົບທີ່ຊັບຊ້ອນ ໂດຍຜ່ານການນຳໃຊ້ເຕັກໂນໂລຊີ ເຊິ່ງລວມມີການຫັນເປັນດີຈິຕອນໃນການດຳເນີນງານການບິນ, ການນຳໃຊ້ເຕັກໂນໂລຊີອັດຕະໂນມັດ (biometric) ໃນການກວດສອບຜູ້ໂດຍສານ, ການນຳໃຊ້ລະບົບເຕັກໂນໂລຊີຢ່າງວ່ອງໄວໃນໄລຍະການລະບາດຂອງພະຍາດ ໂຄວິດ-19 ແລະ ຄວາມສຳເລັດໃນການຮັກສາສະຖຽນລະພາບ ຂອງລະບົບການຊື້-ຂາຍໃນຕະຫລາດຫລັກຊັບນະຄອນ ໂຮ່ຈີມິນ ໃນຊ່ວງເວລາທີ່ວິກິດຂອງຕະຫລາດ.ຄຽງຄູ່ກັບການເຕີບໂຕທາງທຸລະກິດ, ທ່ານໄດ້ຊຸກຍູ້ກິດຈະກໍາການຊ່ວຍເຫລືອດ້ານມະນຸດສະທໍາ ແລະ ຊຸມຊົນຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນການສະໜັບສະໜູນແມ່ຍິງ, ເດັກນ້ອຍ, ນັກຮຽນ ແລະ ກຸ່ມຄົນທີ່ດ້ອຍໂອກາດ. ທ່ານໄດ້ເນັ້ນໜັກສະເໝີວ່າ ການເຕີບໂຕທີ່ຍືນຍົງຕ້ອງໄປຄຽງຄູ່ກັບການພັດທະນາຊັບພະຍາກອນມະນຸດ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ.

ທ່ານນາງ ດຣ ຫງວຽນ ທິ ເຟືອງ ທາວ ໄດ້ຮັບການຍອມຮັບໃນລະດັບສາກົນຢ່າງກວ້າງຂວາງ, ລວມທັງຕິດອັນດັບ Bloomberg 50, ລາຍຊື່ 100 ແມ່ຍິງທີ່ມີອິດທິພົນທີ່ສຸດໃນໂລກຂອງ Forbes ແລະ 100 ບຸກຄົນທີ່ຫັນປ່ຽນທຸລະກິດໃນອາຊີຂອງ Business Insider. ນອກຈາກນີ້, ທ່ານຍັງໄດ້ຮັບການປະດັບຫລຽນກຽດຕິຍົດ Legion of Honour ຈາກປະເທດຝຣັ່ງ, ເຊິ່ງເປັນຫລຽນກຽດຕິຍົດສູງສຸດ ຂອງລັດຖະບານຝຣັ່ງ ທີ່ມອບໃຫ້ແກ່ພົນລະເຮືອນ ເພື່ອຍ້ອງຍໍສັນລະເສີນການປະກອບສ່ວນອັນດີເດັ່ນໃນລະດັບໂລກ.

KPL

ຂ່າວອື່ນໆ

    • ຝຶກອົບຮົມ ທັກສະການນຳໃຊ້ ເອໄອ ເຂົ້າໃນວຽກສື່ມວນຊົນຫລາຍຮູບແບບ-ຫລາຍຊ່ອງທາງວັດທະນະທຳ-ສັງຄົມ

      ຝຶກອົບຮົມ ທັກສະການນຳໃຊ້ ເອໄອ ເຂົ້າໃນວຽກສື່ມວນຊົນຫລາຍຮູບແບບ-ຫລາຍຊ່ອງທາງ

      6/23/2026 10:33:58 AM

      ຂປລ. ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ຮ່ວມກັບ ກະຊວງວັດທະ ນະທຳ, ກິລາ ແລະ ການທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດພິທີເປີດຊຸດຝຶກອົບຮົມວຽກງານສື່ມວນຊົນ ພາຍໃຕ້ຫົວຂໍ້ “ທັກສະການນຳໃຊ້ເຄື່ອງມືປັນຍາປະດິດ (AI) ເຂົ້າໃນວຽກງານສື່ມວນຊົນຫລາຍຮູບແບບ-ຫລາຍຊ່ອງທາງ” ແລະ “ທັກສະການຜະລິດລາຍການ, ຂ່າວ, ບົດຂ່າວ ຜ່ານໂທລະ ສັບມືຖື”

    • ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍວັດທະນະທຳ-ສັງຄົມ

      ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍ

      5/13/2026 10:47:45 AM

      ພິທີພົບປະສອງຝ່າຍ ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ,

    • ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1ວັດທະນະທຳ-ສັງຄົມ

      ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

      4/9/2026 9:37:49 PM

      ຂປລ. ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ 2026 ຊຶ່ງໂຄງການນີ້ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ, ພ້ອມຂັບເຄື່ອນການເຕີບໂຕແບບຍືນຍົງໃນໄລຍະໃໝ່, ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳຫວຽດ ນາມ ແລະ ສປປ ລາວ, ຮອງປະທານບໍລິຫານ ກຸ່ມບໍລິສັດ ຄາສເບີກ ພາກພື້ນອາຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    •  ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບວັດທະນະທຳ-ສັງຄົມ

      ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບ

      3/5/2026 2:22:12 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເຊີນຊວນນັກທ່ອງທ່ຽວຈາກປະເທດລາວ ສໍາຜັດກັບວັດທະນະທຳທີ່ສົດໃສ, ອາຫານທີ່ມີຊື່ສຽງລະດັບໂລກ ແລະ ທິວທັດທຳມະຊາດທີ່ສວຍງາມຂອງຫວຽດນາມ ດ້ວຍໂປຣໂມຊັນພິເສດ “ບິນກັບ Vietjet, ລຸ້ນຮັບໂຊກຄຳ” (Fly Vietjet, Strike Gold) ເຊິ່ງເລີ່ມຕັ້ງແຕ່ວັນທີ 3 ມີນາ ຫາ 19 ພຶດສະພາ 2026.

    • ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ ວັດທະນະທຳ-ສັງຄົມ

      ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ

      1/26/2026 1:11:12 PM

      ຂປລ. ຊົນເຜົ່າກຶມມຸ ເປັນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ແລະ ກໍຄ້າຍຄືກັນກັບບັນດາຊົນເຜົ່າມີເຊື້ອສາຍພົວພັນກັບຊົນຊາດຂອມ ໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ເຂດໃຈກາງສຸວັນນະພູມ. ຊົນເຜົ່າກຶມມຸໄດ້ດໍາລົງຊີວິດຢູ່ບັນດາແຂວງພາກເໜືອລົງຮອດແຂວງຄໍາມວນ, ເຜົ່າກຶມມຸມີພາສາປາກເວົ້າເປັນຂອງຕົນເອງ ແລະ ຢຶດຖືຮີດຄອງປະເພນີຂອງເຜົ່າ ໂດຍໄດ້ຖືເອົາບຸນເກີຣ ຫລື ບຸນເຕ້ຍນືມເປັນບຸນປົດປີ


Top