ຈັດການເຈລະຈາດ້ານເສດຖະກິດ-ການຄ້າ ລະຫວ່າງ ສປ ຈີນ-ສ.ອາເມລິກາຢູ່ ສ ເກົາຫລີ

13/05/2026 16:58
Email Print 147
KPL ທ່ານ ເຮີ​ລີ້​ເຟີ່ງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ, ຫົວ​ໜ້າ ​ຄະ​ນະ​ເຈ​ລະ​ຈາ​ ດ້ານ​ເສດ​ຖະ​ກິດ ​ການ​ຄ້າ​ ລະ​ຫວ່າງ ສປ ​ຈີນ-ສ.ອາ​ເມ​ລິກາ ແລະ ທ່ານ ​ສະ​ກອດ ເ​ບັ​ສ​ເຊັນ​ດ໌ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ ອາ​ເມ​ລິກາ​ ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ ອາ​ເມ​ລິກາ-ຈີນ ໄດ້​ຈັດ​ການ​ເຈ​ລະ​ຈາ​​ກັນ​ຢູ່ ສ​ ເກົາ​ຫລີ.

     ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 13 ພຶດ​ສະ​ພາ​ນີ້​, ທ່ານ ເຮີ​ລີ້​ເຟີ່ງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ, ຫົວ​ໜ້າ​ ຄະ​ນະ​ເຈ​ລະ​ຈາ​ ດ້ານ​ເສດ​ຖະ​ກິດ​ ການ​ຄ້າ​ ລະ​ຫວ່າງ ສປ ​ຈີນ-ສ.ອາ​ເມ​ລິກາ ແລະ ທ່ານ ​ສະ​ກອດ ເ​ບັ​ສ​ເຊັນ​ດ໌ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ເງິນ​ ອາ​ເມ​ລິກາ​ ຫົວ​ໜ້າ​ຄະ​ນະ​ ເຈ​ລະ​ຈາ ​ດ້ານ​ເສດ​ຖະ​ກິດ​ ການ​ຄ້າ​ ອາ​ເມ​ລິກາ-ຈີນ ໄດ້​ຈັດ​ການ​ເຈ​ລະ​ຈາ​​ກັນ​ຢູ່ ສ​ ເກົາ​ຫລີ. ໂດຍສອງ​ຝ່າຍ ​ໄດ້​ຖື​ຄວາມ​ຮັບ​ຮູ້ ​ທີ່​ເປັນ​ເອ​ກະ​ພາບ​ກັນ ​ອັນ​ສຳ​ຄັນ​ ລະ​ຫວ່າງ​ ປະ​ມຸກ​ລັດ ​ຂອງ​ສອງ​ປະ​ເທດ​ເປັນ​ທິດ​ຊີ້​ນຳ, ຍຶດ​ໝັ້ນ​ຫລັກ​ ການ​ເຄົາ​ລົບ​ເຊິ່ງ​ກັນ​ ແລະ ​ກັນ, ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ ​ແລະ​ ຕ່າງ​ຝ່າຍ​ ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ ຮ່ວມ​ກັນ,ໄດ້​ດຳ​ເນີນ​ການ​ແລກ​ປ່ຽນ ​ທີ່​ມີ​ສັກ​ລະ​ນະ​ສ້າງ​​ສັນ​ຢ່າງ​ຈິງ​ໃຈ ​ແລະ​ ເລິກ​ເຊິ່ງ​ ກ່ຽວ​ກັບ​ ການ​ແກ້​ໄຂ​ບັນ​ຫາ ​ດ້ານ​ເສດ​ຖະ​ກິດ-ການ​ຄ້າ ​ທີ່​ສອ​ງ​ຝ່າຍ ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ​ ແລະ​ ການ​ເປີດກວ້າງ​ ການ​ຮ່ວມ​ມື​ ທີ່​ແທ້​ຈິງ ​ລະ​ຫວ່າງ​ ສອງ​ຝ່າຍ​ຕື່ມ​ອີກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ 
KPL

ຂ່າວອື່ນໆ


Top