KPL
ຂປລ. ກໍລະນີພົບພະຍາດ ລະບາດອັກເສບປອດ COVID-19 ໜັກຢູ່ແຂວງຊຽງຂວາງ ລົ້ນໂຮງໝໍ ກວ່າ 200 ຄົນ ສໍາລັບຂ່າວນີ້ແມ່ນບໍ່ມີມູນຄວາມຈິງ ຮູບທີ່ປະກອບ ກໍ່ແມ່ນການລະບາດ ຂອງພະຍາດອັກເສບຕັບເອ ແຕ່ປີ 2016 ເຊິ່ງວ່າເປັນການກໍ່ຄວາມວຸ້ນວາຍ ໃຫ້ສັງຄົມມີການແຕກຕື່ນເທົ່ານັ້ນ, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ໃຫ້ຖະແຫລງຂ່າວ, ໃນວັນທີ 16 ມີນາ 2020 ທີ່ກະຊວງສາທາລະນະສຸກ.
ຂປລ. ກໍລະນີພົບພະຍາດ ລະບາດອັກເສບປອດ COVID-19 ໜັກຢູ່ແຂວງຊຽງຂວາງ ລົ້ນໂຮງໝໍ ກວ່າ 200 ຄົນ ສໍາລັບຂ່າວນີ້ແມ່ນບໍ່ມີມູນຄວາມຈິງ ຮູບທີ່ປະກອບ ກໍ່ແມ່ນການລະບາດ ຂອງພະຍາດອັກເສບຕັບເອ ແຕ່ປີ 2016 ເຊິ່ງວ່າເປັນການກໍ່ຄວາມວຸ້ນວາຍ ໃຫ້ສັງຄົມມີການແຕກຕື່ນເທົ່ານັ້ນ, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ໃຫ້ຖະແຫລງຂ່າວ, ໃນວັນທີ 16 ມີນາ 2020 ທີ່ກະຊວງສາທາລະນະສຸກ.
ກໍລະນີຮືຮາໃນສັງຄົມອອນລາຍວ່າ ມີຄົນເສຍຊີວິດຢູ່ຕະຫລາດຊັ່ງຈຽງ ໃນວັນທີ 13 ມີນາ 2020 ແມ່ນເປັນພຽງຂ່າວລືເທົ່ານັ້ນ ຄົນເຈັບພຽງແຕ່ເປັນລົມ ຍ້ອນລາວບໍ່ໄດ້ກິນເຂົ້າແຕ່ເຊົ້າ ແລ້ວເປັນວິນ ເລີຍໄດ້ເອີ້ນກູ້ໄພໄປຮັບໄປໂຮງໝໍ ແຕ່ຕອນທີ່ນອນລໍອອກໄປນັ້ນ ແມ່ນອາຍຄົນອື່ນເລີຍເອົາເສື້ອມາປົກໂຕເອງອອກມາ ເຮັດໃຫ້ມີຄົນຈໍານວນໜຶ່ງ ເຂົ້າໃຈຜິດແລ້ວເອົາໄປໂພສ ເຮັດໃຫ້ສັງຄົມມີຄວາມແຕກຕື່ນ. ນອກຈາກນີ້, ຂ່າວທີ່ວ່າກວດພົບກໍລະນີ ຄົນເຈັບຢູ່ທ່າແຂກ ແລ້ວໂຕນໜີ ແມ່ນບໍ່ມີມູນຄວາມຈິງ ເພາະປັດຈຸບັນ ຢູ່ທ່າແຂກຍັງບໍ່ສາມາດກວດຫາເຊື້ອໂຄວິດໄດ້ ຕ້ອງໄດ້ສົ່ງຕົວຢ່າງມານະ ຄອນຫລວງວຽງຈັນ ແລະ ບໍ່ມີໃຜ ທີ່ຈະບໍ່ຢາກປີ່ນປົວ ກໍລະນີຖ້າວ່າພົບວ່າເປັນພະຍາດ.
ທ່ານ ດຣ. ຣັດຕະນະໄຊ ຍັງໃຫ້ຮູ້ຕື່ມວ່າ: ສຳລັບ ສປປ ລາວ ແມ່ນມີກໍລະນີສົງໄສສະສົມ ທີ່ໄດ້ເກັບຕົວຢ່າງມາກວດທັງໝົດ 79 ກໍລະນີ ແລະ 73 ກໍລະນີ ກວດບໍ່ພົບເຊື້ອພະຍາດ, ຍັງລໍຖ້າຜົນກວດ 6 ກໍລະນີ ແລະ ຈະແຈ້ງຜົນກວດໃຫ້ບັນດາ ທ່ານຮັບຊາບອີກຄັ້ງ ພາຍຫລັງໄດ້ຮັບຜົນກວດ. ພະຍາດ CIVID-19 ໄດ້ແພ່ລາມຢ່າງໄວວາ ໄປຫາບັນດາປະເທດໃນທົ່ວໂລກ ມີໂຕເລກລາຍງານກໍລະນີເພີ່ມຂຶ້ນທຸກມື້, ຕາມການຕິດຕາມຈະເຫັນວ່າໂຕເລກໃນ ສປ ຈີນ ຫລຸດລົງຫລາຍ ແລະ ເກືອບບໍ່ມີລາຍງານກໍລະນີໃໝ່, ກົງກັນຂ້າມກັບບັນດາ ປະເທດໃນທົ່ວໂລກ ໂດຍສະເພາະ ໃນຂົງເຂດເອີລົບ ໂຕເລກລາຍງານກໍລະນີ ແລະ ເສຍຊີວິດເພີ່ມຫລາຍຂຶ້ນທຸກມື້ ໂດຍສະເພາະປະເທດ ອີຕາລີ, ອີລານ, ຝຣັ່ງ, ສະເປນ ແລະ ສ.ເກົາຫລີ. ເຖິງວ່າ ສປປ ລາວ ເຮົາຍັງບໍ່ມີກໍລະນີລາຍງານ ແຕ່ບັນດາປະ ເທດເພື່ອນບ້ານ ຂອງເຮົາກໍ່ມີລາຍງານກໍລະນີ ແລະ ສັງເກດເຫັນວ່າ ໂຕເລກລາຍງານເພີ່ມຂຶ້ນ ແລະ ການພົວພັນໄປມາຫາ ສູ່ກັນໃນແຕ່ລະວັນ. ສະນັ້ນ, ສປປ ລາວ ເຮົາແມ່ນມີຄວາມສ່ຽງສູງ ທີ່ຈະມີກໍລະນີນຳເຂົ້າ. ພວກເຮົາໄດ້ເພີ່ມທະວີການຕິດຕາມ ເຝົ້າລະວັງຢ່າງເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ມີກໍລະ ນີນຳເຂົ້າ ເພື່ອສືບຕໍ່ກວດອຸນຫະພູມຄົນເຂົ້າ-ອອກ ທີ່ເດີນທາງມາແຕ່ຕ່າງປະເທດ ການກວດອຸນຫະ ພູມແມ່ນເພື່ອຊອກຫາຄົນທີ່ເປັນໄຂ້ ເພາະອາການໄຂ້ແມ່ນໜຶ່ງ ໃນອາການຂອງພະຍາດ COVID-19.
ວິທີການກັ່ນກອງເພື່ອຊອກຫາ ຜູ້ທີ່ຕິດເຊື້ອເປັນພະຍາດ COVID-19 ທີ່ພວກເຮົາຈັດຕັ້ງປະຕິ ບັດຢູ່ນີ້ ແມ່ນປະຕິບັດຕາມການແນະນຳ ຂອງອົງການອະນາໄມໂລກ ແລະ ທຸກປະເທດໃນທົ່ວໂລກ ກໍໄດ້ໃຊ້ວິທີການດຽວກັນກັບ ທີ່ ສປປ ລາວ ເຮົາປະຕິບັດ ເພາະຍັງບໍ່ທັນມີປະເທດໃດ ທີ່ສາມາດຜະລິດເຄື່ອງມື ຫລື ອຸປະກອນ ທີ່ຄົນຍ່າງຜ່ານແລ້ວສາມາດ ຮູ້ວ່າຕິດພະຍາດດັ່ງກ່າວ. ສະນັ້ນ, ຂໍໃຫ້ບັນດາທ່ານຈົ່ງເຊື່ອໝັ້ນໃນມາດຕະການ ຫລື ວິທີການທີ່ພວກເຮົາກຳລັງຈັດຕັ້ງປະຕິບັດ ເພາະເປັນມາດຕະການດຽວກັນ ກັບປະເທດອື່ນໆ ແລະ ປັດຈຸບັນ ມີການແຈ້ງປິດດ່ານປະເພນີຊົ່ວຄາວ ຄື: ແຂວງຫົວພັນ ໄດ້ມີໃບແຈ້ງການປິດດ່ານຊົ່ວຄາວ ມີ ດ່ານປະເພນີ 10 ດ່ານທີ່ຕິດກັບ ສສ.ຫວຽດນາມ, ແຂວງສະຫວັນນະເຂດ ມີ ທັງຫມົດ 13 ດ່ານ ລວມທັງ 3 ດ່ານສາກົນ, ມີພຽງແຕ່ 4 ດ່ານທ້ອງຖິ່ນທີ່ຕິດກັບຫວຽດນາມ ໄດ້ປິດໄປແລ້ວໃນເບື້ອງຕົ້ນ ເຫດຜົນແມ່ນ ຍັງບໍ່ມີຂໍ້ມູນເປັນທາງການ ແຕ່ດ່ານທາງຫວຽດນາມ ປິດແລ້ວ, ແຂວງບໍລິຄຳໄຊ ດ່ານປະເພນີ 1 ດ່ານ ແລະ ດ່ານທ່ອງຖີ່ນ 1 ດ່ານ ທີ່ຕິດກັບຊາຍແດນຫວຽດນາມ ປິດຊົ່ວຄາວ, ແຂວງ ເຊກອງ ໃບແຈ້ງການປິດດ່ານປະເພນີຊົ່ວຄາວ 4 ດ່ານ ທີ່ມີຊາຍແດນຕິດກັບຫວຽດນາມ ເນື່ອງຈາກທາງຫວຽດກໍ່ປິດ.
ຂໍໃຫ້ບັນດາທ່ານຕິດຕາມຂ່າວ ຈາກແຫລງຂ່າວທີ່ເປັນທາງການເຊັ່ນ: ການຖະແຫລງຂ່າວກ່ຽວກັບມາດຕະການ ແລະ ຄວາມຄືບໜ້າຂອງພະຍາດ ທີ່ກະຊວງສາທາລະນະສຸກ ແລະ Facebook ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ ສາຍດ່ວນ 166 ຕະຫລອດ 24 ຊມ ຫລື ໂທເຂົ້າທີ່ເບີ +856 20 5406 6777 ສໍາລັບພາສາຈີນ ພວກເຮົາມີທີມງານທ່ານໝໍທີ່ສາມາດເວົ້າພາສາຈີນ ໃຫ້ຂໍ້ມູນຕະ ຫລອດເຊັ່ນກັນ.
ຂ່າວ: ມະນີທອນ
KPL