ລາວ-ຫວຽດນາມ ສືບຕໍ່ເພີ່ມທະວີ ການຮ່ວມມືດ້ານຊາຍແດນ

11/02/2015 09:53
Email Print 680
KPL ຂປລ. ກອງ​ປະຊຸມ​ ສາມັນ​ປະ​ຈຳປີ ຄັ້ງທີ XXIV ລະຫວ່າງຄະນະ​ ຜູ້​ແທນ​ຊາຍ​ແດນ​ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ຄະນະ​ຜູ້​ແທນ​ຊາຍ​ແດນ ແຫ່ງ​ ສາທາລະນະ​ລັດ ສັງຄົມ​ນິຍົມ​ ຫວຽດນາມ ​ໄດ້​ໄຂ​ຂຶ້ນ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 10-12 ກຸມພາ 2015
ຂປລ. ກອງ​ປະຊຸມ​ສາມັນ​ປະ​ຈຳປີ ຄັ້ງທີ XXIV ລະຫວ່າງ ຄະນະ​ຜູ້​ແທນ​ຊາຍ​ແດນ​ສາທາລະ ນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ຄະນະ​ຜູ້​ແທນ​ຊາຍ​ແດນ ແຫ່ງ​ ສາທາລະນະ​ລັດ-ສັງຄົມ​ນິຍົມ​ຫວຽດນາມ ​ໄດ້​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 10-12 ກຸມພາ 2015 ຢູ່​ນະຄອນຫລວງ​ວຽງ​ຈັນ ສປປ ລາວ, ຄະນະ​ຜູ້​ແທນ​ຝ່າຍ​ລາວ​ນຳ​ໂດຍ ສະຫາຍ ສະ​ເຫລີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ​ຊ່ວຍ​ວ່າການ​ ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ​ຄະນະ​ກຳມະການ​ຊາຍ​ແດນ​ ລາວ-ຫວຽດນາມ ​ແລະ ຄະນະ​ຜູ້​ແທນຝ່າຍ​ຫວຽດນາມ​ ນຳ​ໂດຍ ສະຫາຍ ​ໂຮ່ ຊວນ ເຊີນ  ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ​ຄະນະ​ກຳມະການ​ຊາຍ​ແດນ​ຫວຽດນາມ-ລາວ, ມີ​​ຜູ້ຕາງໜ້າ​ຈາກ​ບັນດາ​ກະຊວງ ​ແລະ ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ສູນ​ກາງ, ບັນດາ​ຮອງ​ເຈົ້າ​ແຂວງ ​ແລະ ຜູ້​ຕາງໜ້າ​ແຂວງ​ທີ່​ກ່ຽວ ຂ້ອງ​ຂອງ​ລາວ ​ແລະ ຫວຽດນາມ ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ ​ເຂົ້າ​ຮ່ວມ.
​ໃນ​ກອງ​ປະຊຸມ​ຄັ້ງນີ້ ສອງ​ຝ່າຍ​​ໄດ້​ຕີ​ລາຄາ​ການຈັດຕັ້ງປະຕິບັດ​ສັນຍາ ​ວ່າ​ດ້ວຍ​ລະບຽບ​ການ​ຊາຍ​ແດນ​ປະ​ເທດ ລາວ-ຫວຽດນາມ
  ​ແລະ ທົບ​ທວນຄືນ​ບັນດາ​ບົດ​ບັນທຶກ​ກອງ​ປະຊຸມ​ສາມັນ​ປະ​ຈຳປີ​ຄັ້ງທີ XXIII ຂອງ​ຄະນະ​ຜູ້​ແທນ​ຊາຍ​ແດນ​ ລາວ-ຫວຽດນາມ ​ໃນ​ໜຶ່ງ​ປີຜ່ານມາ, ສອງ​ຝ່າຍ​ໄດ້​ເອກະ​ພາບ​ກັນ​ວ່າ ສະພາບ​ຕາມ​ບໍລິ​ເວນ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ສອງ​ຝ່າຍ​ໄດ້​ມີ​ການ​ສົມທົບ​ກັນ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ​ຄຸ້ມ​ຄອງຊາຍ​ແດນ​ຢ່າງ​ເປັນ​ປົກກະຕິ ຈຶ່ງ​ເຮັດ​ໃຫ້​ສະພາບ​ຕາມ​ບໍລິ​ເວນ​ຊາຍ​ແດນ​ມີ​ຄວາມ​ສະຫງົບ​ເປັນ​ລະບຽບ​ຮຽບຮ້ອຍ​ດີ ແລະ ພ້ອມ​ດຽວ​ກັນນັ້ນ ກໍ​ໄດ້​ຊຸກຍູ້​ສົ່ງ​ເສີມ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ຢູ່​ຕາມ​ບໍລິ​ເວນ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ, ​ໄດ້​ຍົກລະດັບ​ດ່ານ ແລະ ​ເປີດ​ດ່ານ​ຊາຍ​ແດນ ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ໄປມາຫາສູ່, ການ​ຊື້ ຂາຍ​ແລກປ່ຽນ​ສິນຄ້າ​ ຕາມ​ບໍລິ​ເວນ​ຊາຍ​ແດນ​ມີ​ມູນ​ຄ່າ​ເພີ່ມ​ຂຶ້ນ ເຊິ່ງ​ໃນ​ປີຜ່ານມາ​ບັນລຸ​ເຖິງ 15 ຕື້​ໂດ​ລາ​ສະຫະລັດ, ອັນ​ໄດ້​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຊາຍ​ແດນ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.


ສອງ​ຝ່າຍ​ຍັງ​ໄດ້​ຕີ​ລາຄາ​ສູງ ​ເຖິງ​ຜົນ​ສຳ​ເລັດ​ຂອງ​ການຈັດຕັ້ງປະຕິບັດ​ໂຄງການ​ປັກ​ຫລັກ​ໝາຍຖີ່ ​ແລະ ບູລະນະ​ລະບົບ​ຫລັກ​ໝາຍ​ຊາຍ​ແດນ​ປະ​ເທດ ລາວ-ຫວຽດນາມ ​ໃນ​ປີ 2014 ຜ່ານ​ມາ ​ເຊິ່ງ ສາມາດ​ດຳ​ເນີນ​ການ​ກໍ່ສ້າງ​ຫລັກ​ໝາຍ ​ແລະ ຫລັກ​ໝາຍ​ທິດ​​ເນັ່ງ​ເສັ້ນຊາຍ​ແດນ​ສຳ​ເລັດ​ຢ່າງ​ສົມບູນ ພ້ອມ​ທັງ​ໄດ້​ເປັນ​ເອກະ​ພາບ​ກັນ​ຕໍ່​ຜົນ​ການ​ຄິດ​ໄລ່​ຄ່າ​ພິກັດ ​ທີ່​ໄດ້​ວັດ​ແທກ​ດ້ວຍ​ເຄື່ອງ GPS ລະບົບ​ສອງ​ຄື້ນ ເພື່ອ​ບັນຈຸ​ເຂົ້າ​ໃນ​ເອກະສານ​ທາງ​ດ້ານ​ກົດໝາຍ​ ໃຫ້​ແກ່​ຫລັກ​ໝາຍ​ທີ່​ສຳ​ເລັດ​ຈຳນວນ 905 ຈຸດ/ 1002 ຫລັກ​ໝາຍ. ນອກ​ຈາກ​ນັ້ນ ສອງ​ຝ່າ​ຍຍັງ​ໄດ້​ຕົກລົງ​ທີ່​ຈະ​ສືບຕໍ່​ປະສານ​ສົມທົບ​ຈັດຕັ້ງປະຕິບັດ​ບັນ ດາ​ໜ້າວຽກ​ທີ່​ຍັງ​ເຫລືອ​ໃຫ້​ສຳ​ເລັດ​ໃນ​ເດືອນ​ຕຸລາປີ 2015 ແລະ ສູ້​ຊົນ​ໃຫ້​ໄດ້​ລົງ​ນາມ​ເອກະສານ​ທາງ​ດ້ານ​ກົດໝາຍ​ ລວມທັງ​ສັນຍາ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ຊາຍ​ແດນ ແລະ ດ່ານ​ຊາຍ​ແດນ (ສະບັບ​ໃໝ່) ໃນ​ທ້າຍ​ເດືອນ​ທັນວາ 2015.

ກອງ​ປະຊຸມ​ຄັ້ງນີ້ ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການຈັດຕັ້ງປະຕິບັດ​ຂໍ້​ຕົກລົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ​ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາ​ຍົກຍ້າຍ​ຕັ້ງພູມ​ລຳ​ເນົາ​ຕາມ​ລຳພັງ​ໃຈ ​ແລະ ​ແຕ່ງງານ​ບໍ່​ຖືກ​ລະບຽບ​ຢູ່​ຕາມ​ບໍລິ​ເວນ​ຊາຍ​ແດນ ລາວ- ຫວຽດນາມ ​ເຊິ່ງສອງ​ຝ່າຍ​ຈະ​ເພີ່ມ​ທະວີ​ວຽກ​ງານ​ຊີ້ນຳ, ປະສານ​ສົມທົບ ລະຫວ່າງ ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງຂອງ​ສອງ​ປະ​ເທດ ​ເພື່ອ​ຊີ້ນຳ​ອຳນາດ​ການ​ປົກຄອງ​ບັນດາ​ແຂວງ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ ຈັດຕັ້ງປະຕິບັດ​ວຽກ​ດັ່ງກ່າວ ​ໃຫ້​ມີ​ປະສິດທິ​ຜົນ ແລະ ຖືກຕ້ອງ​ຕາມ​ແຜນການ​ຂັ້ນຕອນ​ທີ່​ທັງ​ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກັນ ແລະ ສູ້​ຊົນ​ປະຕິບັດ​ວຽກ​ດັ່ງກ່າວ​ໃຫ້​ສຳ​ເລັດ​ໃນ​ທ້າຍ​ປີ 2015.
ສອງ​ຝ່າຍ​ຍັງ​ໄດ້​ປຶກສາ​ຫາລື ກ່ຽວ​ກັບ​ການ​ພັດທະນາ​ດ່ານ, ຊຸກຍູ້​ພາກສ່ວນ​ກ່ຽວຂ້ອງ​ໃນ​ການ​ສົ່ງ​ເສີມ​ການ​ຄ້າ​ຊາຍ​ແດນ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດ ຖະກິດ-ສັງຄົມ ຢູ່​ບໍລິ​ເວນ​ຊາຍ​ແດນ. ພ້ອມ​ກັນນັ້ນ  ສອງ​ຝ່າຍ​ຍັງ​ໄດ້​ຮ່ວມ​ກັນ​ວາງ​ແຜນການ​ຈັດຕັ້ງປະຕິບັດ​ ວຽກ​ງານ​ຊາຍ​ແດນ​ໃນ​ສົກ​ປີ​ຕໍ່ໜ້າ.

​ໃນ​ໄລຍະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ຄັ້ງນີ້ ຄະນະ​ຜູ້​ແທນ​ຂອງ ສສ ຫວຽດນາມ ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ ສະຫາຍ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ໃນ​ການ​ເຂົ້າ​ພົບ​ຄັ້ງນີ້ ໄດ້​ດຳ​ເນີນ​ໄປ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ​ຖານ​ສະຫາຍ​ອ້າຍ​ນ້ອງ ​ແລະ ຄວາມ​ສະໜິດສະໜົມ ນອກຈາກ​ນີ້ ຄະນະ​ຍັງ​ໄດ້​ທ່ຽວ​ຊົມ​ສະຖານ​ທີ່​ສຳຄັນ​ທາງ​ປະຫວັດສາດ, ​ພື້ນ ຖານ​ການ​ຜະລິດ ​ແລະ ທ່ອງ​ທ່ຽວ​ຕົວ​ເມືອງ​ນະຄອນຫລວງ​ວຽງ​ຈັນ​ອີກ​ດ້ວຍ./.
KPL

ຂ່າວອື່ນໆ

    • ປະທານຄະນະກວດກາສູນການພັກຢ້ຽມຢາມສະຖານທູດລາວ ປະຈຳ ສສ ຫວຽດນາມການເມືອງ

      ປະທານຄະນະກວດກາສູນການພັກຢ້ຽມຢາມສະຖານທູດລາວ ປະຈຳ ສສ ຫວຽດນາມ

      8/26/2026 8:43:09 AM

      ໃນວັນທີ 24 ສິງຫາ 2026, ທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງ ພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການ ສໍ້ລາດບັງຫລວງສູນກາງ ພ້ອມຄະນະໄດ້ໄປຢ້ຽມຢາມສະຖານທູດ ລາວ ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃນໂອກາດທີ່ຄະນະເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໂດຍມີ ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະນຳ ແລະ ພະນັກງານສະຖານທູດໃຫ້ ກຽດຕ້ອນຮັບ.

    • ເອກອັກຄະລັດຖະທູດລາວ ປຶກສາຫາລືກັບກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳ ຍີ່ປຸ່ນການເມືອງ

      ເອກອັກຄະລັດຖະທູດລາວ ປຶກສາຫາລືກັບກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳ ຍີ່ປຸ່ນ

      8/26/2026 8:33:19 AM

      ເມື່ອບໍ່ດົນມານີ້, ສະຖານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດ ຍີ່ປຸ່ນ, ທ່ານ ອຳໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຍີ່ປຸ່ນ ພ້ອມ ດ້ວຍຄະນະໄດ້ຈັດກອງປະຊຸມປຶກ ສາຫາລືກັບບັນດາກົງສຸນກິດຕິມະ ສັກ ແຫ່ງ ສປປ ລາວ ປະຈຳ ຍີ່ປຸ່ນ, ຈໍານວນ 5 ແຫ່ງຄື: ກົງສຸນກິດຕິມະ ສັກ ແຫ່ງ ສປປ ລາວ ປະຈໍາ ກຽວ ໂຕ, ໂອກິນາວາ, ຮະໂກະດະເຕະ, ນາໂກຢາ ແລະ ຟຸຄຸໂອກະ ຊຶ່ງກອງ ປະຊຸມຄັ້ງນີ້ ເປັນຄັ້ງທີ 3 ເພື່ອກວດ ກາ ແລະ ປະເມີນການປະຕິບັດໜ້າທີ່ ຂອງບັນດາກົງສຸນກິດຕິມະສັກ.

    • ຜົນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນ ສິງຫາ 2026ການເມືອງ

      ຜົນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນ ສິງຫາ 2026

      8/26/2026 8:25:26 AM

      ໃນວັນທີ 25 ສິງຫາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫລງຂ່າວຕໍ່ສ່ືມວນຊົນກ່ຽວກັບຜົນກອງປະຊຸມ ລັດຖະບານສະໄໝສາມັນ ປະຈຳ ເດືອນສິງຫາ 2026 ວ່າ: ກອງປະຊຸມໄດ້ໄຂຂຶ້ນໃນວັນທີ 24 ແລະ ອັດລົງໃນວັນທີ 25 ສິງຫາ 2026 ທີ່ສຳນັກງານນາຍົກລັດຖະມົນຕີ.

    • ໄຂກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນສິງຫາ 2026ການເມືອງ

      ໄຂກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນສິງຫາ 2026

      8/25/2026 9:36:23 AM

      ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນສິງຫາ 2026 ໄຂຂຶ້ນໃນວັນທີ24 ສິງຫາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ,

    • ແຕ່ງຕັ້ງທ່ານນາງ ສູນທອນ ໄຊຍະຈັກ ເປັນຮັກສາການແທນປະທານສະພາແຫ່ງຊາດການເມືອງ

      ແຕ່ງຕັ້ງທ່ານນາງ ສູນທອນ ໄຊຍະຈັກ ເປັນຮັກສາການແທນປະທານສະພາແຫ່ງຊາດ

      8/23/2026 3:26:09 PM

      ຄະນະຈັດຕັ້ງສູນກາງ ພັກ ແຈ້ງການເຖິງຄະນະປະຈໍາ ສະພາແຫ່ງຊາດ ກ່ຽວກັບການ ແຕ່ງຕັ້ງສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮັກສາການແທນເລຂາຄະນະ ບໍລິຫານງານພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ທັງເປັນຮອງປະທານຄະນະປະ ຈໍາສະພາແຫ່ງຊາດ ຊຸດທີ X ເປັນຮັກສາການແທນປະທານສະພາ ແຫ່ງຊາດ, ທັງເປັນຮັກສາການ ແທນປະທານຄະນະປະຈໍາສະພາ ແຫ່ງຊາດ ຊຸດທີ X ນັບແຕ່ວັນລົງ ລາຍເຊັນເປັນຕົ້ນໄປຈົນກວ່າຈະ ມີມະຕິຂອງກອງປະຊຸມສະພາແຫ່ງຊາດ ເພື່ອຮັບຮອງເອົາການ ເລືອກຕັ້ງປະທານສະພາແຫ່ງຊາດ ຊຸດທີ X.


Top